spot_img
Homeຂ່າວພາຍ​ໃນບານເຕະຍິງທີມຊາດລາວເກັບ 2 ປະຕູຄວ້າໄຊຊະນະຜ່ານເຂົ້າຮອບຮອງຊະນະເລີດ

ບານເຕະຍິງທີມຊາດລາວເກັບ 2 ປະຕູຄວ້າໄຊຊະນະຜ່ານເຂົ້າຮອບຮອງຊະນະເລີດ

Published on

ໃນການແຂ່ງຂັນບານເຕະຍິງ ຊິງແຊັ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ ຫລື AFF U-16 GIRLS’ CHAMPIONSHIP 2018 ທີມຊາດລາວຊະນະອິນໂດເນເຊຍ 2-0 ຜ່ານເຂົ້າຮອບຮອງຊະນະເລີດ

ເມື່ອວັນທີ 6 ພຶດສະພາ 2018 ເວລາ 16:00 ນາທີ ແຂ່ງຂັນຢູ່ທີ່ສະໜາມ ATHLETIC JAKA BARLING 1. ເປັນການພົບກັນລະຫວ່າງທີມຊາດລາວ ກັບ ທີມຊາດອິນໂດເນເຊຍເຈົ້າພາບ ການແຂ່ງຂັນເລີ່ມຂຶ້ນພຽງ 4ນາທີ ລາວເຮົາກໍ່ໄດ້ປະຕູນຳຂຶ້ນກ່ອນ ຈາກຍິງປະຕູຂອງ ເບີ 8 “ເປ້ ພົມພັກດີ” ແລະ ຕໍ່ມາໃນນາທີທີ 52 ທີມຊາດລາວກໍ່ໄດ້ປະຕູເພີ່ມເປັນປະຕູທີສອງຈາກ ເບີ 7 “ອິນທິດາ ຄູນສີ” ຈົບເກມທີມຊາດລາວຊະນະອິນໂດເນເຊຍ 2-0 ປະຕູ 

ທີມຊາດລາວ ຜ່ານເຂົ້າຮອບຮອງຊະນະເລີດ ໃນຖານະອັນດັບ 2 ກຸ່ມ ບີ ລໍຖ້າພົບກັບອັນດັບ 1 ກຸ່ມ ເອ ເຊິ່ງຮອບຮອງຊະນະເລີດຈະແຂ່ງຂັນໃນວັນທີ 11 ພຶດສະພາ 2018 ເວລາ 16:00 ຢູ່ທີ່ສະຫນາມ Bumi Sriwijaya ເມືອງປາເລມບັງ ປະເທດ ອິນໂດເນເຊຍ

ລາຍຊື່ນັກກິລາລົງສະຫນາມ 
+ຜູ້ຮັກສາປະຕູ
ເບີ 1. ພັດທະລາວະດີ ສໍໂພທິລາດ
+ ກອງຫລັງ
ເບີ 3. ກະເຕັນ ວົງສະຫວັນ
ເບີ 5 ວິໄລພອນ ແພງສະນະ
ເບີ 16 ສາຍສະຫມອນ ອິນທະພອນ
ເບີ 19 ເລດີ້ ຈັນທະວົງສາ
+ ກອງກາງ
ເບີ 7 ອິນທິດາ ຄູນສີ
ເບີ 8 ເປ້ ພົມພັກດິ
ເບີ 11 ໃຈຄຳ
ເບີ 13 ພອນສະຫວັນ ພົນເສນາ
+ ກອງຫນ້າ
ເບີ 9 ພິມພາ ທອງສະຫວ່າງ
ເບີ 10 ແສງເດືອນ ພົງໄພລັດ

 

ພາບຈາກ: ລາວສູ້ໆ

ແຫລ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...