Homeສຸຂະພາບ ແລະ ສີ່ງແວດລ້ອມຟອຍຖູແຂ້ວ ແຫລ່ງສະສົມເຊື້ອພະຍາດຫລາຍທີ່ສຸດໃນຫ້ອງນ້ຳ

ຟອຍຖູແຂ້ວ ແຫລ່ງສະສົມເຊື້ອພະຍາດຫລາຍທີ່ສຸດໃນຫ້ອງນ້ຳ

Published on

10685039_851609268182755_1610629367_n

ນັບ​ວ່າເປັນ​ເລື່ອງ​ທີ່​ໜ້າ​ຕົກ​ໃຈ​ບໍ່​ໜ້ອຍ ເມື່ອ Charles Gerba ນັກ​ຈຸລິນ​ຊີ   ​ວິທະຍາ​ຈາກ​ມະຫາ​ວິທະຍາ​ໄລ ​ແອ​ລິ​ໂຊ​ນາດ​ເຕດ ລາຍ​ງານ​ວ່າ ສິ່ງທີ່​ສະ​ສົມ​ເຊື້ອ​ພະຍາດ​ຫລາຍ​ທີ່ສຸດ​ໃນ​ຫ້ອງ​ນ້ຳ​ຄື ຟອຍຖູແຂ້ວ ໂດຍ​ສະເພາະ​ ຖ້າຫາກຟອຍຖູແຂ້ວ ນັ້ນ​ວາງ​ໄວ້​ໃກ້​ກັບ​ໂຖວິດ ​ຫລາຍ​ເກີນ​ໄປ ເພາະ​ເວລາ​ທີ່​ທ່ານກົດ​ໂຖວິດ​​ຂະນະ​ທີ່​ເປີດ​ຝາ​ຖິ້ມ​ໄວ້ ລະ​ອອງ​ສິ່ງ​ເປິເປື້ອນຈະ​ກະ​ເດັນ​ອອກຈາກ​ໂຖວິດ​ໄປ​ຕິດ​ຕາມ​ພື້ນ​ຜິວ​ທຸກ​ຢ່າງ​ໃນ​ຫ້ອງ​ນ້ຳ!

ທີ່​ສຳຄັນ​ທຸກ​ເທື່ອ​ທີ່​ຖູແຂ້ວ ​ກໍ​ຈະ​ມີ​ເສດ​ອາຫານ ແບັກ​ທີ​ເຣຍ ຄາບ​ເລືອດ ແລະ​ນ້ຳ​ລາຍ​ຕິດ​ກັບຟອຍແຂ້ວ ເຊິ່ງ​ຫາກ​ບໍ່​ທໍາຄວາມ​ສະ​ອາດ​ດີໆ ຫລັງ​ຖູແຂ້ວ ສາລະ​ພັດ​ເຊື້ອ​ພະຍາດ​ກໍ​ຈະ​ກັບ​ເຂົ້າ​ຮ່າງກາຍ​ອີກ​ເທື່ອໜຶ່ງ ​ເມື່ອ​ຖູແຂ້ວ​ເທື່ອ​ຕໍ່ໄປ ສົ່ງ​ຜົນ​ໃຫ້​ເກີດ​ພະຍາດ​ໃນ​ຊ່ອງ​ປາກ ​ແລະ ​ບັນຫາ​ສຸຂະພາບ​ອື່ນໆ ນໍາ​ມາ​ອີກ​

ຂະນະ​ທີ່ Tom Glass ແພດ​ຜູ້​ຊ່ຽວຊານ​ດ້ານ​ພະຍາດ​ໃນ​ຜົ້ງ​ປາກ ​ທີ່​ມະຫາ​ວິທະຍາ​ໄລ​ໂອ​ຄາ​ໂຮ​ມາ ບອກ​ວ່າ ຟອຍຖູແຂ້ວ ແຕ່​ລະ​ອັນ​ມີ​ຈຸລິນຊີ​ຢ່າງ​ນ້ອຍ 10ລ້ານ​ໂຕ! ເຊິ່ງ​ລວມ​ເຖິງ​ໄວ​ຣັດ​ໄຂ້​ຫວັດ​ໃຫຍ່ ​ສະ​ຕາ​ຟີ​ໂລ​ຄອກ​ຄັດ ສະ​ເຕັບ​ໂຕຄອກ​ຄັດ ລວມ​ເຖິງ ​ແບັກ​ທີ​ເຣຍ ​ອີກ​ຫລາຍ​ຊະນິດ​ທີ່​ເປັນ​ສາ​ເຫດ​ຂອງ​ພະຍາດ​ເຫືອກ ​ແລະ   ​ຫີນ​ປູນ ໂດຍ​ຄຳ​ແນະ​ນຳ​ທີ່​ດີ​ຄື ພະຍາຍາມ​ເກັບຮັກສາຟອຍຖູແຂ້ວ ຂອງ​ສະມາຊິກ​ໃນ​ຄອບຄົວ​ໃຫ້​ຫ່າງ​ກັນ​ຢ່າງ​ນ້ອຍ 25 ມິລີເມັດ ເພື່ອ​ບໍ່​ໃຫ້​ເຊື້ອ​ພະຍາດ​ຕິດ​ຕໍ່​ເຖິງ​ກັນ​ໄດ້ ໃຫ້​ປ່ຽນຟອຍຖູ​ແຂ້ວ ທຸກ​ເທື່ອ​ຫລັງ​ຈາກເປັນ​ຫວັດເປັນ​ຕົ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...