ສື່ຕ່າງປະເທດລາຍງານວ່າ ບິວ ເກດສ໌ ໄດ້ປະຕິເສດຂໍ້ສະເໜີຈາກ ໂດນັລ ທຣັມ ໃນການເຮັດໜ້າທີ່ເປັນທີ່ປຶກສາດ້ານວິທະຍາສາດແຫ່ງຊາດຂອງເຂົາ ໂດຍ ບິວ ເກດສ໌ ກ່າວວ່າ “ຍັງບໍ່ແມ່ນເວລາທີ່ດີສຳລັບຂ້ອຍ”
ໂດນັລ ທຣັມ ເຫັນວ່າ ບິວ ເກດສ໌ ມີຄວາມເຫມາະສມກັບຕຳແໜ່ງທີ່ປຶກສາທາງວິທະຍາສາດຂອງທຳນຽບຂາວທີ່ກຳລັງວ່າງຢູ່ໃນເວລານີ້ ໂດຍກ່ອນໜ້ານີ້ ບິວ ເກດສ໌ ໄດ້ກ່າວກັບປະທານາທິບໍດີວ່າ ຫຼາຍໆຄົນໃນວົງການວິທະຍາສາດຂອງທຳນຽບຂາວຕ່າງກັງວົນກັບການວ່າງຂອງຕຳແໜ່ງດ່ງກ່າວ ເຊິ່ງປະທານາທິບໍດີສະຫະລັດເອງກໍ່ແນະນຳວ່າເຂົາໜ້າຈະຮັບຕຳແໜ່ງນີ້ ເຊິ່ງບວ ເກດສ໌ກ່າວວ່າ “ຂ້ອຍຍັງບໍ່ໄດ້ລົມກັບເຂົາຢ່າງຈິງຈັງ ຂ້ອຍກໍ່ບໍຮູ້ວ່າເຂົາເອງຈິງຈັງກັບເລື່ອງນີ້ ຫຼື ບໍ່”