spot_img
Homeຂ່າວທ້ອງຖິ່ນຖ້າ​ພົບ​ເຫັນ​ຕຳຫລວດຈະລາຈອນມີ​ການ​ປະພຶດ​ບໍ່ດີ​ໂທ​ແຈ້ງ 1191 ​ເພື່ອ​ແກ້​ໄຂ​ທັນ​ເວລາ

ຖ້າ​ພົບ​ເຫັນ​ຕຳຫລວດຈະລາຈອນມີ​ການ​ປະພຶດ​ບໍ່ດີ​ໂທ​ແຈ້ງ 1191 ​ເພື່ອ​ແກ້​ໄຂ​ທັນ​ເວລາ

Published on

ພາຍຫລັງ, ​ມີ​ເຈົ້າໜ້າທີ່​ຈະລາຈອນ​ຈຳນວນໜຶ່ງ​ເຮັດ​ຜິດ​ລະບຽບ​ໃນ​ກຳລັງຄື​: ຕັ້ງ​ດ່ານ​ຈຸດ​ກວດກາ ​ແລະ ​ເກັບ​ເອົາ​ເງິນນຳ​ປະຊາຊົນ, ​ເຮັດ​ໃຫ້​ມີ​ຫາງ​ສຽງບໍ່ດີ​ຈາກ​ສັງຄົມ ​ແລະ ​ສ້າງ​ຄວາມເຊື່ອມ​ເສຍ​ຕໍ່ກຳລັງ​ຕຳຫລວດ, ​ໂດຍ​ສະ​ເພາະ​ແມ່ນ​ເຈົ້າໜ້າທີ່​ຈະລາຈອນ, ສະ​ນັ້ນກົມ​ຕຳຫລວດຈະລາຈອນ ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ຄະນະ​ສະ​ເພາະ​ກິດ​ເພື່ອ​ກວດກາ ​ແລະ ​ແກ້​ໄຂ​ບັນຫາ​ເຈົ້າໜ້າທີ່​ຈະລາຈອນເຮັດ​ຜິດ​ລະບຽບ.

ທ່ານພັນ​ໂທ ຄຳ​ເຫລັກ ​ໄຊ​ຍະ​ສິດ ຮອງ​ກົມ​ຕຳຫລວດ​ຈະລາຈອນ ​ໄດ້​ໃຫ້​ສຳພາດ​ຕໍ່ນັກ​ຂ່າວໜັງສື​ພິມ​ລາວ​ພັດທະນາ ​ເມື່ອ​ບໍ່ດົນ​ນີ້ວ່າ: ​ເພື່ອ​ປະຕິບັດ​ຕາມ​ພາລະ​ບົດບາດ ​ແລະ ​ເຮັດໜ້າທີ່​ຮັບ​ໃຊ້​ປະຊາຊົນ, ອຳນວຍ​ຄວາມ​ສະດວກ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ, ທັງ​ກວດກາ​ການ​ປະຕິບັດ​ກົດ​ລະບຽບຈະລາຈອນ ​ເລັ່ງ​ໃສ່​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ສັງຄົມ ​ແລະ ​ແນ​ໃສ່​ສະກັດ​ກັ້ນການ​ເກີດອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ​ໃຫ້​ຫລຸດຜ່ອນ​ລົງ. ​​ຜ່ານ​ມາ, ​ເຈົ້າໜ້າທີ່ຈະລາຈອນ ກໍ​ໄດ້​ເອົາ​​ໃຈ​ໃສ່​ປະຕິບັດໜ້າທີ່​ຂອງ​ຕົນ​ໄດ້​ເປັນ​ຢ່າງ​​ດີ, ​ແຕ່​ຄຽງຄູ່​ກັນ​ນັ້ນ, ກໍ​ຍັງ​ມີ​​ເຈົ້າໜ້າທີ່ຈຳນວນໜຶ່ງປະພຶດ​ບໍ່ດີ ເປັນ​ຕົ້ນ​ແມ່ນ​ການ​ນຸ່ງ​ຖື​ບໍ່ຖືກຕ້ອງໃນ​ເວລາ​ປະຕິບັດໜ້າທີ່, ບໍ່ປະຕິບັດ​ຕາມ​ກົດ​ລະບຽບປະຈຳ​ເວນຍາມ ​ແລະ ການ​ໄປ​ລ້າ​ມາ​ການ, ພ້ອມ​ດຽວກັນ, ​ກໍ​ມີ​ການ​ຕັ້ງ​​ດ່ານ​ກວດກາ ​ແລະ ຮັບ​ເອົາ​ເງິນຈາກ​ປະຊາຊົນ, ຊຶ່ງ​ຜິດ​ຕໍ່ລະບຽບວິ​ໄນ ​ແລະ ​ໜ້າທີ່ຂອງ​ຕົນ, ສະ​ນັ້ນກົມ​ວິຊາ​ສະ​ເພາະກໍ​ໄດ້​ເລັ່ງລົງກວດກາ ​​ແລະ ມີ​ບາງ​ກໍລະນີ ທາງ​ການຈັດ​ຕັ້ງ​ກໍ​ໄດ້​ມີ​ການ​ສຶກສາ​ອົບຮົມ, ຖ້າກໍລະນີ​ຮ້າຍ​ແຮງ ກໍ​ໄດ້​ມີ​ການ​ປະຕິບັດ​ລົງ​ໂທດດ້ວຍ​ການ​ໄລ່​ອອກ​ຈາກ​ກຳລັງ ​ເປັນ​ຈຳນວນຫລາຍ​ໃນ​ໄລຍະ​ຜ່ານ​ມາ.

ຮອງ​ກົມ​ຕຳຫລວດ​ຈະລາຈອນ ​ໃຫ້​ຮູ້​ວ່າ: ​ໃນ​ໂອກາດ​ນີ້, ກໍ​ຂໍ​ໃຫ້​ສັງຄົມ​​ເປັນ​ຫູ​ເປັນຕາ​ຊ່ວຍ​ການຈັດ​ຕັ້ງ​, ຖ້າພົບ​ເຫັນ​ເຈົ້າໜ້າທີ່​ເຮັດ​ຜິດ​ລະບຽບສາມາດ​ໂທ​ແຈ້ງ​ໄດ້​ທີ່​ເບີ 1191 ​ເພື່ອ​ຈະ​ມີ​ການ​ກວດກາ ​ແລະ ດຳ​ເນີນ​ມາດ​ຕະການຕາມ​ລະບຽບກົດໝາຍຢ່າງ​ເຂັ້ມ​ງວດ, ພ້ອມ​ນັ້ນ ​ກໍ​ຂໍ​ຮຽກຮ້ອງ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ເປັນ​ເຈົ້າ​ການ​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບຈະລາຈອນ​ໃຫ້​ເຂັ້ມ​ງວດກວ່າ​ເກົ່າ ​ເພື່ອ​ຈະ​ຊ່ວຍ​ໃຫ້ການ​ເກີດ​ອຸປະຕິ​ເຫດ​ຫລຸດຜ່ອນ​ລົງ.

ແຫລ່ງຂ່າວ: ລາວພັດທະນາ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...