Homeຂ່າວທ້ອງຖິ່ນຜົນການລົງສຳຫຼວດພື້ນໜອງຟ້າ ເມືອງ ຊານໄຊ ແຂວງ ອັດຕະປືຂອງນັກດຳນ້ຳຣັດເຊຍ

ຜົນການລົງສຳຫຼວດພື້ນໜອງຟ້າ ເມືອງ ຊານໄຊ ແຂວງ ອັດຕະປືຂອງນັກດຳນ້ຳຣັດເຊຍ

Published on

ຜົນການລົງສຳຫຼວດພື້ນໜອງຟ້າເມືອງຊານໄຊ ແຂວງອັດຕະປືຂອງນັກດຳນ້ຳຣັດເຊຍພົບວ່າ ພື້ນໜອງຟ້າວານນີ້ 24 ເມສາ 2018 ແມ່ນພົບຫີນທີ່ຄ້າຍຫີນເກີດຈາກລາວາພູເຂົາໄຟເປັນຈຳນວນຫຼວງຫຼາຍ.

ໜອງຟ້າ ຕັ້ງຢູ່ບ້ານວັງຕັດ ເມືອງຊານໄຊ ຫ່າງຈາກຕົວເມືອງສາມັກຄີໄຊ ປະມານ 178 ກິໂລແມັດ ເປັນໜອງນໍ້າທີ່ໃຫຍ່, ມີແປວທາງນໍ້າໄຫຼ ປ່ອງລົງໃສ່ນໍ້າເຊກະໝານ, ເຊິ່ງຕັ້ງຢູ່ທາງ ທິດຕາເວັນອອກ ຂອງແຂວງອັດຕະປື ນອນໃນເຂດປ່າສະຫງວນແຫ່ງຊາດ ດົງອຳພາມ ໃນພື້ນທີ່ຫົວພູ ຈຸ້ມເຂົ້າຫາກັນ ລະດັບສູງທຽບໃສ່ໜ້ານໍ້າທະເລ 1,200-1,500 ແມັດ ໃກ້ກັບຊາຍແດນລາວ-ຫວຽດນາມ.

ໜອງຟ້າຖືກຄົ້ນພົບໃນລະຫວ່າງປີ 1930 ໂດຍຄົນສັນຊາດຝຣັ່ງ ທີ່ມາເປັນຄອມມີແຊຂອງ ແຂວງອັດຕະປື ຊື່ວ່າ: Mr. CAME ແລະ Mr. DAP LAY ໄດ້ສຶກສາຄົ້ນຄ້ວາ ດ້ານທໍລະນີສາດ ໄດ້ໃຫ້ຂໍ້ມູນສັງເກດ ແລະ ສັນນີຖານວ່າ: ຄົງເປັນໜອງທີ່ເກີດຈາກ ພູໄຟລະເບີດ ເມື່ອຫຼາຍຮ້ອຍປີ ຫຼື ພັນໆ ປີກ່ອນໜ້ານີ້.

 

ເນື້ອໃນຂ່າວຈາກ: ສຳນັກຂ່າວສານປະເທລາວ

ຮູບປະກອບຈາກ: ອິດສະຫຼະ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...