spot_img
Homeຂ່າວຕ່າງປະເທດ"ຄິມ ຈອງ ອຶນ" ເສຍໃຈທີ່ລົດທົວຈີນຕົກຂົວເສຍຊີວິດ 32 ສົບ ພ້ອມຢຽມຢາມຄົນບາດເຈັບເຖິງໂຮງໝໍ

“ຄິມ ຈອງ ອຶນ” ເສຍໃຈທີ່ລົດທົວຈີນຕົກຂົວເສຍຊີວິດ 32 ສົບ ພ້ອມຢຽມຢາມຄົນບາດເຈັບເຖິງໂຮງໝໍ

Published on

ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ ອຸບັດຕິເຫດລົດນຳທ່ຽວຕົກຂົວໃນແຂວງ ຮະວັງແຮເໜືອ ປະເທດເກົາຫຼີເໜືອ ເມື່ອຊ່ວງເດິກຂອງວັນອາທິດ (22 ເມສາ 2018) ທີ່ຜ່ານມາ ເຮັດໃຫ້ນັກທ່ອງທ່ຽວຈີນ 32 ຄົນ ແລະ ຊາວເກົາຫຼີເໜືອ 4 ຄົນເສຍຊີວິດ ຮວມເຖິງນັກທ່ອງທ່ຽວຈີນອີກ 2 ຄົນໄດ້ຮັບບາດເຈັບສາຫັດ

ສື່ທາງການຂອງເກົາຫຼີເໜືອລາຍງານວ່າວານນີ້ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອໄດ້ເດີນທາງໄປທີ່ສະຖານທູດຈີນປະຈຳນະຄອນຫຼວງປຽງຢາງ ເພື່ອສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການສູນເສຍຄັ້ງນີ້

ລາຍງານລະບຸວ່າ ທ່ານ ຄິມ ກ່າວວ່າມັນເປັນອຸບັດຕິເຫດທີ່ບໍ່ມີໃຜຄາດຄິດໃນເທື່ອນີ້ ນຳຄວາມເຈັບປວດ ແລະ ຄວາມໂສກເສົ້າມາສູ່ຫົວໃຈຂອງຕົນ ແລະ ເຂົາຮູ້ສຶກເສຍໃຈຫຼາຍເມື່ອນຶກເຖິງຍາດພີ່ນ້ອງຜູ້ເຄາະຮ້າຍທີ່ຕ້ອງສູນເສຍຄົນໃນຄອບຄົວໄປ

ໃນຂະນະທີ່ທ່ານ ຫຼີ່ ຈິ້ນຈວິນ ເອອັກຄະຣາຊທູດຈີນປະຈຳເກົາຫຼີເໜືອ ກ່າວວ່າ ປະທານາທິບໍດີ ສີຈິ້ນຜິງ ແລະ ຄອບຄົວຂອງຜູ້ປະສົບເຄາະຮ້າຍໄດ້ຮັບຊາບເຖິງການຢຽມຢາມຂອງທ່ານຄິມ ແລະ ໃຫ້ຄຳໝັ້ນວ່າຈະໃຫ້ຄວາມຮ່ວມມືຢ່າງໃກ້ຊິດກັບເຈົ້າໜ້າທີ່ຂອງເກົາຫຼີເໜືອໃນເລື່ອງອຸບັດຕິເຫດດັ່ງກ່າວນີ້ຕໍ່ໄປ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...