Homeຂ່າວຕ່າງປະເທດເກົາ​ຫຼີ​ເໜືອປະ​ກາດ​ຢຸດຕິ​ການ​ທົດລອງ​ຂີປະ​ນາ​ວຸດ ​ແລະ​ ໂຄງ​ການ​ນິວ​ເຄຼຍ​ທຸກແຫ່ງ

ເກົາ​ຫຼີ​ເໜືອປະ​ກາດ​ຢຸດຕິ​ການ​ທົດລອງ​ຂີປະ​ນາ​ວຸດ ​ແລະ​ ໂຄງ​ການ​ນິວ​ເຄຼຍ​ທຸກແຫ່ງ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 21 ເມສາ 2018ວ່າ ລັດຖະບານປັກກິ່ງມີຄວາມເຊື່ອໝັ້ນຕໍ່ການຕັດສິນໃຈຂອງເກົາຫຼີເໜືອໃນການຢຸດຕິໂຄງກາານທົດສອບຂີປະນາວຸດ ແລະ ອາວຸດນິວເຄຣຍ ຕັ້ງແຕ່ນີ້ເປັນຕົ້ນໄປ ຕະຫຼອດຈົນຮອດການຢຸດຕິພາລະກິດພາຍໃນນິຄົມນິວເຄຣຍປຸງກະເຢ-ຣີ ເພື່ອການພັດທະນາເສດຖະກິດ ແລະ ສັນຕິພາບຢ່າງໝັ້ນຄົງໃນແຫຼມໃນແຫຼມເກົາຫຼີ ຂະນະດຽວກັນຈີນພ້ອມຍິນດີ ແລະ ສະໜັບສະໜູນແກ່ລັດປຽງຢາງໃນການຫາລືເຈລະຈາກັບທຸກຝ່າຍທີ່ກ່ຽວຂ້ອງ ເພື່ອຄາຍຄວາມຂັດແຍ້ງ ແລະ ຟື້ນຟູຄວາມສຳພັນໃຫ້ດີຂຶ້ນ

ລາຍ​ງານ​ຂ່າວ​ກ່າວ​ວ່າ ​ການ​ຕັດ​ສິນ​ໃຈຄັ້ງ​ນີ້​ມີ​ຜົນ​ທັນ​ທີ​ໃນ​ວັນເສົາ​ນີ້ ​ຕາມ​ເວລາ​ທ້ອງ​ຖິ່ນ.​ ໃນ​ຄຳ​ປະ​ກາດ​ ລັດຖະບານ​ເກົາ​ຫຼີ​ເໜືອ​ລະ​ບຸ​ວ່າ ​ທາງ​ການ​ຕ້ອງ​ການ​ປ່ຽນ​ການ​ໃຫ້​ຄວາມ​ສຳຄັນ​ຂອງ​ນະໂຍບາຍ​ມາສູ່​ການ​ພັດທະນາ​ເສດຖະກິດ​. ຂ່າວ​ການ​ລະ​ງັບ​ໂຄງ​ການ​ນິວ​ເຄຼຍ​​ຄັ້ງ​ນີ້​ ເກີດ​ຂຶ້ນ​ບໍ່​ເຖິງ​ໜຶ່ງ​ອາທິດ​ກ່ອນ​ການ​ພົບ​ກັນ​ຂອງ​ຜູ້​ນຳ​ເກົາ​ຫຼີ​ເໜືອ​ ນັ້ນກໍຄື ທ່ານ ​ຄິມ​ ຈອງ​ອຶນ​ ແລະ​ ປະ​ທາ​ນາ​ທິບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ ​ມຸນ​ ເ​ເຈ​ອິນ​ ໃນວັນທີ​ 27 ເມ​ສາ. ນອກ​ຈາກ​ນັ້ນ​ ສະ​ຫະລັດ ​ແລະ ​ເກົາ​ຫຼີ​ເໜືອ​ຕຽມ​ເຈລະ​ຈາ​ສຸດ​ຍອດ​ກັນ​.

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...