spot_img
Homeຂ່າວພາຍ​ໃນຈະເອົາຮ້ານຂາຍເຫຼົ້າອອກໄກຈາກສະຖານການສຶກສາ ໃຫ້ເອົາເຫຼົ້າອອກຈາກຮົ້ວໂຮງຮຽນໃຫ້ໄດ້ສາກ່ອນ

ຈະເອົາຮ້ານຂາຍເຫຼົ້າອອກໄກຈາກສະຖານການສຶກສາ ໃຫ້ເອົາເຫຼົ້າອອກຈາກຮົ້ວໂຮງຮຽນໃຫ້ໄດ້ສາກ່ອນ

Published on

ຈະເວົ້າແລ້ວ ເຫຼົ້້າແມ່ນເປັນເຄື່ອງດື່ມ ທີ່ຢູ່ຄູ່ກັບຄົນລາວມາແຕ່ດົນນານ ຈົນຍາກທີ່ຈະສືບທາວວ່າເຫຼົ້າເຂົ້າມາສູ່ສັງຄົມລາວ ແຕ່ເປີງໃດ ເຊິ່ງມັນສະແດງອອກໃຫ້ເຫັນໃນພິທີທີ່ຕິດພັນກັບຄວາມເຊື່ອມາແຕ່ບູຮານນະການນັ້ນ ຈະມີເຫຼົ້າຢູ່ນຳ ເຊັ່ນ ພິທີຖວາຍຜີ ກໍມັກຈະມີເຫຼົ້າໄຫໄກ່ໂຕ, ພິທີບາສີສູ່ຂວັນກໍຈະມີເຫຼົ້າ… ນອກຈາກນັ້ນ, ການສະເຫຼີມສະຫຼອງຜົນສຳເລັດຕ່າງໆ ກໍມີເຫຼົ້າເຂົ້າຮ່ວມ ແລະມາຮອດຕອນນີ້ການໂຄສະນາຂາຍເຫຼົ້າກໍເອົາປະເພນີເຂົ້າປະກອບ ເຮັດໃຫ້ເບິ່ງຄືວ່າໂຄສະນາຮີດຄອງປະເພນີ ແລະອື່ນໆ ກໍມີເຫຼົ້າເຂົ້າປະກອບ ສະຫຼຸບແລ້ວ ເຫຼົ້າກໍສາມາດສ້າງສີສັນໃຫ້ແກ່ສັງຄົມລາວໄດ້ຫຼາຍພໍສົມຄວນ ນອກນັ້ນແລ້ວກໍຍັງເປັນສ່ວນປະກອບຂອງຢາຂະໜານດີອີກຫຼາຍຕຳລາ.

ແນວໃດກໍຕາມ, ເຫຼົ້ານອກຈາກຈະໃຫ້ສີສັນແກ່ສັງຄົມແລ້ວ ຖ້າດື່ມເກີນຄວາມເໝາະສົມ ກໍຍັງເກີດມີຫຼາຍບັນຫາຫຍໍ້ທໍ້ເກີດຂຶ້ນຍ້ອນເຫຼົ້າ ບໍ່ວ່າຈະເປັນບັນຫາຄອບຄົວ, ບັນຫາເສດຖະກິດ, ໂລກຕິດຕໍ່, ຂາດຄຸນສົມບັດ, ເສຍທາດຂາດຄຸນ, ອາລະວາດຕີກັນ, ອາລະວາດສ້າງຄວາມບໍ່ສະຫງົບໃນສັງຄົມ, ບັນຫາອຸບັດເຫດໃນທ້ອງຖະໜົນ, ເສຍວຽກ, ເສຍສຸຂະພາບ, ເສຍເງິນ, ເສຍການຮຽນ ແລະເສຍອະນາຄົດ. ດັ່ງນັ້ນ, ເບື້ອງລັດຖະບານຈຶ່ງພະຍາຍາມ ຢາກໃຫ້ຮ້ານຂາຍເຫຼົ້າຍັບອອກໄກຈາກສະຖານການສຶກສາຕ່າງໆ

ຮູບປະກອບຂ່າວ ທີ່ສື່ສັງຄົມອອນລາຍໄດ້ເຜີຍແພ່ໄວ້ເມື່ອ 2 ປີກ່ອນ

ບໍ່ຫຼາຍປີມານີ້, ລັດຖະບານໄດ້ພະຍາຍາມພັກດັນ ຢາກໃຫ້ຍົກຮ້າຍຮ້ານກິນດື່ມປະເພດສິ່ງມືນເມົາ ແລະຮ້ານບັນເທີງອອກໃຫ້ໄກຈາກສະຖານການສຶກສາ: ດັ່ງໃນໂອກາດສະເຫລີມສະຫລອງວັນຄູແຫ່ງຊາດ (7ຕຸລາ) ຄົບຮອບ 22 ປີ ໃນວັນທີ 7 ຕຸລາ 2016 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວໂອ້ລົມພະນັກງານຫລັກແຫລ່ງຂອງກະຊວງສຶກສາທິການ ແລະ ກິລາໂດຍທ່ານໄດ້ເນັ້ນໜັກວ່າຈະບໍ່ອະນຸຍາດໃຫ້ຕັ້ງຮ້ານກິນດື່ມປະເພດສິ່ງມຶນເມົາ, ສະຖານບັນເທີງ ແລະ ສະຖານທີ່ຫລິ້ນການພະນັນ (ຕີສະໜຸກເກີ, ຮ້ານເກມ) ໃກ້ກັບສະຖານການສຶກສາທຸກແຫ່ງໆເດັດຂາດ ຖ້າມະເມີດຈະຖືກຕັກເຕືອນຮົບຮົມ ແລະ ໃສ່ວິໄນ.

ແຕ່ໃນສະພາບຄວາມເປັນຈິງແລ້ວນັ້ນ, ການຍົກຍ້າຍຮ້ານກິນດື່ມມືນເມົາ, ສະຖານບັນເທີງ ແລະສະຖານທີ່ຫລິ້ນການພະນັນອອກຈາກເຂດໃກ້ກັບສະຖານສຶກສາ ຍັງບໍ່ເປັນຂະບວນຟົດຟື້ນ, ໂດດເດັ່ນ ຫຼືເປັນຂ່າວເປັນຄາວພໍເທົ່າໃດ.

ຊໍ້າບໍ່ພໍ ໃນໄລຍະບຸນປີໃໝ່ລາວປີ 2018 ນີ້ ກໍຍັງປາກົດເຫັນຫຼາຍສະຖາບັນການສຶກສາ ສະຫຼອງປີໃໝ່ດ້ວຍການດື່ມສຸລາ ເມົາຕັ້ງແຕ່ລະດັບຄະນະບໍລິຫານຂອງສະຖາບັນ ຈົນຮອດນ້ອງນັກຮຽນ-ນັກສຶກສາ, ຂາຍເຫຼົ້າຂາຍເບຍໃນສະຖາບັນການສຶກສາລາຄາແພງປານຢູ່ຮ້ານບັນເທີງອີກ. ພຶດຕິກຳແບບນີ້ມັນຄ້າຍຄືວ່າ ເປັນການທ້າທາຍຕໍ່ແນວທາງນະໂຍບາຍຂອງລັດຖະບານທີ່ຢາກໃຫ້ສິ່ງມືນເມົາຫ່າງໄກອອກຈາກສະຖາບັນການສຶກສາ, ສ້າງສະຖາບັນການສຶກສາໃຫ້ເປັນບ່ອນແນະນຳ ສືບທອດ ຂະໜົບທຳນຽມ ຮີດຄອງປະເພນີອັນດີງາມກ່ຽວກັບປີໃໝ່ລາວ ໃຫ້ແກ່ນັກຮຽນ-ນັກສຶກສາ.

ດັ່ງນັ້ນ, ການຈະເອົາຮ້ານກິນດື່ມສິ່ງມືນເມົາ ອອກໄກຈາກເຂດໃກ້ກັບສະຖາບັນການສຶກສານັ້ນຍັງເປັນເລື່ອງທີ່ຫຍຸ້ງຍາກຫຼາຍ, ເບື້ອງຕົ້ນຂໍໃຫ້ເອົາເຫຼົ້າອອກຈາກຮົ້ວໂຮງຮຽນໃຫ້ໄດ້ສາກ່ອນ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...