Homeຂ່າວຕ່າງປະເທດເຮືອບິນໂດຍສານຂະໜາດນ້ອຍ ຕົກໃນໂກລົມບີ ເສຍຊີວິດຍົກລຳ!

ເຮືອບິນໂດຍສານຂະໜາດນ້ອຍ ຕົກໃນໂກລົມບີ ເສຍຊີວິດຍົກລຳ!

Published on

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກັນຍາ 2014 ຜ່ານມານີ້ວ່າ ເກີດເຫດເຮືອບິນຕົກໃນໂກລົມບີ ໃນວັນເສົາ

ທີ 6 ກັນຍາ 2014 ທີ່ຜ່ານມາ ຫຼັງຈາກທີ່ບິນຂື້ນຟ້າໄດ້ບໍ່ພໍເທົ່າໃດນາທີ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຍົກລຳ 10 ຄົນ.

 

ລາຍງານຂ່າວ ໂດຍອ້າງໜ່ວຍງານຄວາມປອດໄພຂອງລັດຖະບານໂກລົມບີ ທີ່ໄດ້ລະບຸວ່າ ຂະນະນີ້ພົບຊາກຂອງເຮືອບິນ

ລຳທີ່ປະສົບອຸບັດເຫດແລ້ວ ໂດຍພົບຮ່ອງຮອຍການແຕກຫັກສີກຂາດຂອງໂຕເຮືອບິນ ຕະຫຼອດຈົນຮ່ອງຮອຍຂອງ

ໄຟໄໝ້ ໂດຍພົບຈຸດທີ່ພົບຊາກເຮືອບິນລຳນີ້ ຢູ່ໃກ້ກັບເມືອງປອຍໂຕ ຊານຕານເດ ໃນແຂວງອະມາໂຊນາສ ຂອງໂກລົມ

ບີ.

 

ດ້ານແຫຼ່ງຂ່າວຂອງກອງທັບອາກາດໂກລົມບີ ໄດ້ອອກມາເປີດເຜີຍວ່າ ເຈົ້າໜ້າທີ່ໄດ້ໃຊ້ຄວາມພະຍາຍາມຢ່າງຍາກລຳ

ບາກ ໃນການນຳຮ່າງຂອງຜູ້ໂດຍສານ 8 ຄົນ ແລະ ລູກເຮືອອີກ 2 ຄົນ ຂອງເຮືອບິນລຳດັ່ງກ່າວອອກມາຈາກຈຸດທີ່ເຮືອ

ບິນຕົກ ເນື່ອງຈາກປະເຊີນກັບອຸປະສັກດ້ານສະພາບພູມີປະເທດທີ່ເປັນປ່າ ໃນຂະນະທີ່ສາເຫດຂອງໂສກນາຕະກຳຄັ້ງ

ນີ້ ຍັງຢູ່ໃນລະຫວ່າງການສືບສວນ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...