spot_img
Homeຂ່າວພາຍ​ໃນຍີງໂຈນເສຍຊີວິດ ຜິດກົດໝາຍບໍ?

ຍີງໂຈນເສຍຊີວິດ ຜິດກົດໝາຍບໍ?

Published on

ເມື່ອວັນທີ 5 ເມສາ 2018 ທີ່ຜ່ານມາ ໄດ້ເກີດເຫດ ມີຄົນຮ້າຍດຶງສາຍສ້ອຍຄຳ ທີ່ຕະຫຼາດຊັ່ງຈ່ຽງ ເຫດການດັ່ງກ່າວເຈົ້າຂອງສ້ອຍຄຳໄດ້ໃຊ້ປືນຍີງໃສ່ຄົນຮ້າຍ ເຮັດໃຫ້ຄົນຮ້າຍບາດເຈັບ ແລະໄດ້ເສຍຊີວິດໃນມື້ຕໍ່ມາ. ຕໍ່ເຫດການດັ່ງກ່າວນັ້ນ, ຫຼາຍຄົນຄືຊິຕັ້ງຂໍ້ສົງໄສວ່າ ເຈົ້າຂອງຊັບທີ່ໃຊ້ປືນຍີງໃສ່ຄົນຮ້າຍນັ້ນເປັນການປ້ອງກັນໂຕບໍ? ຫຼືກະທຳເກີນກວ່າເຫດບໍ? ຫຼື ຈະມີຄວາມຜິດບໍ?

ຕໍ່ກັບຂໍ້ສົງໄສດັ່ງກ່າວ, ທາງທີມງານລາວໂພສໄດ້ຂໍຄຳເຫັນກັບນັກກົດໝາຍ ເຊິ່ງເພິ່ນໄດ້ໃຫ້ທັດສະນະມາ ເຊິ່ງໂດຍສະຫຼຸບເນື້ອໃນມີດັ່ງນີ້:

ການປ້ອງກັນໂຕ ຄື ເພື່ອປ້ອງກັນສິດຂອງຕົນ ຫຼືຂອງຜູ້ອື່ນ ໃຫ້ພົ້ນຈາກໄພອັນຕະລາຍເຊິ່ງເກີດຈາກການກະທຳອັນຜິດກົດໝາຍ. ໝາຍຄວາມວ່າ ກໍລະນີມີຄົນຮ້າຍມາປຸ້ນແລ້ວເຂົ້າມາທຳຮ້າຍເຮົາ ຈຸດນີ້ເຮົາສາມາດປ້ອງກັນໂຕໄດ້ ແຕ່ການປ້ອງກັນໂຕນັ້ນ ຕ້ອງເພື່ອໃຫ້ເຂົາຢຸດການກະທຳ ເຊັ່ນ ຄົນຮ້າຍເຂົ້າມາຈະທຳຮ້າຍເຮົາ ເຮົາອາດຈະຍິງຂາຫຼືແຂນ ເພື່ອໃຫ້ຢຸດການກະທຳນັ້ນ. ຖ້າເຮັດໄປໂດຍສົມຄວນແກ່ເຫດຈຸດນີ້ກໍຖືວ່າເປັນການປ້ອງກັນໂຕ ບໍ່ມີຄວາມຜິດ. ຫຼືຖ້າກໍລະນີຄົນຮ້າຍມືອາວຸດປືນທີ່ແນມາໃສ່ ຫຼືມີປືນຢູ່ໃນທ່າຕໍ່ສູ້ເຮົາຢູ່ເຮົາກໍອາດຈະຍີງອອກໄປເພື່ອປ້ອງກັນໂຕ. ແຕ່ກໍລະນີທີ່ເຂົ້າຂ່າຍເປັນການກະທຳທີ່ເກີນກວ່າເຫດ ເຊັ່ນ ຄົນຮ້າຍລັກຊັບໄປແລ້ວ ແລະຢູ່ໃນລະຫວ່າງການໜີອອກໄປແລ້ວ ແລະໄດ້ຍີງນຳຫຼັງອອກໄປ ຫຼືໄລ່ຍີງແຂນຂາໂຈນເພື່ອໃຫ້ຢຸດ ແຕ່ບັງເອີນພັດໄປຍີງຖືກຈຸດອັນຕະລາຍທີີ່ເປັນເຫດໃຫ້ເຂົາຕາຍ ອັນນີ້ກໍຕ້ອງເບິ່ງພະຍານຫຼັກຖານແລະພິຈາລະນາເຖິງເຈຕະນາລົມຂອງຄົນຍີງຕື່ມອີກວ່າເປັນເກີນກວ່າເຫດຫຼືບໍ່. ແນວໃດກໍຕາມ, ຖ້າກໍລະນີວ່າເປັນກາງຄືນ ເຮົາບໍ່ສາມາດເຫັນວ່າຄົນຮ້າຍມີອາວຸດຮ້າຍແຮງທີ່ຈະກໍ່ເຫດຫຼືບໍ່ນັ້ນ ເມື່ອເຈົ້າຂອງເຮືອນຍີງປືນໄປຖືກຄົນຮ້າຍຕາຍ ກໍອາດຈະເປັນການຍີງເພື່ອປ້ອງກັນໂຕກໍໄດ້ ກໍແລ້ວແຕ່ພະຍານຫຼັກຖານແລະການພິຈາລະນາໃນແຕ່ລະກໍລະນີໄປ (ອັນນີ້ເວົ້າເຖິງເຫດການທົ່ວໄປ).

ນີ້ຄືກົດໝາຍອາຍາ ມາດຕາ 20 ວ່າດ້ວຍການປ້ອງກັນຕົວ:

ເອກະສານປະກອບບົດ ກົດໝາຍອາຍາ ມາດຕາ 20 ແລະ ມາດຕາ 21

ກໍລະນີທີ່ເກີດຂຶ້ນຢູ່ຕະຫຼາດຊັ່ງຈ່ຽງນັ້ນ ກໍຕ້ອງເບິ່ງວ່າເຫດການມັນເປັນຈັ່ງໃດກັນແທ້ ຕ້ອງເບິ່ງພະຍານຫຼັກຖານຕ່າງໆ ທີ່ເຈົ້າໜ້າທີ່ເກັບກຳມາ ຈຶ່ງສາມາດບອກໄດ້ວ່າເປັນການຍີງປ້ອງກັນໂຕຕາມກົດໝາຍ ຫຼືເປັນການກະທຳເກີນກວ່າເຫດ. ຖ້າພິຈາລະນາຕາມຂໍ້ມູນຫຼັກຖານທັງໝົດແລ້ວ ພົບວ່າເປັນການກະທຳເກີນກວ່າເຫດ ເຈົ້າຂອງຊັບທີ່ໃຊ້ປືນຍີງຄົນຮ້າຍເສຍຊີວິດນັ້ນ ກໍອາດຈະຖືກຂໍ້ຫາໃຊ້ອາວຸດປືນຍີງຄົນອື່ນເສຍຊີວິດ. ແຕ່ກໍອາດຈະໂທດບໍ່ໜັກ ເພາະເຫດການດັ່ງກ່າວນັ້ນ ເປັນເຫດການກະທັນຫັນ ຕົກໃຈ ອາລົມຮ້າຍຍ້ອນຖືກທຳຮ້າຍກ່ອນ.

ດັ່ງນັ້ນ, ການທີ່ຈະບອກວ່າການຍີງຄົນຮ້າຍຕາຍຈະຜິດກົດໝາຍຫຼືບໍ່ນັ້ນ ກໍຕ້ອງເບິ່ງຂໍ້ມູນຫຼັກຖານທີ່ພາກສ່ວນທີ່ກ່ຽວຂ້ອງເກັບກຳມາກ່ອນ ເຊິ່ງຂໍ້ມູນຕົວຈິງອາດຈະບໍ່ເປັນດັ່ງທີ່ເຮົາຄິດໄວ້ກໍໄດ້.

ເວົ້າແນວນີ້, ກໍບໍ່ໄດ້ໝາຍຄວາມວ່າຄົນຮ້າຍຈະບໍ່ມີຄວາມຜິດໃດໆ, ຄົນຮ້າຍມີຄວາມຜິດແນ່ນອນຖານປຸ້ນຈີ້ຊີງຊັບ ຫຼືລັກຊັບ ຫຼືອື່ນໆ ຕາມຄວາມເປັນຈິງ ເຊິ່ງຈະມີໂທດທີ່ກຳນົດໄວ້ໃນກົດໝາຍຢູ່ເຊັ່ນກັນ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...