Homeຂ່າວທ້ອງຖິ່ນຊຽງຂວາງ ສັ່ງຢຸດການພະນັນທຸກປະເພດຢູ່ສວນພູຄຳ ພ້ອມ​​ສັ່ງ​ຢຸດຕະຫຼາດກາງຄືນອ່າງນໍ້າຫງຳ

ຊຽງຂວາງ ສັ່ງຢຸດການພະນັນທຸກປະເພດຢູ່ສວນພູຄຳ ພ້ອມ​​ສັ່ງ​ຢຸດຕະຫຼາດກາງຄືນອ່າງນໍ້າຫງຳ

Published on

ຫ້ອງວ່າການປົກຄອງແຂວງ ຊຽງຂວາງ ໄດ້ອອກແຈ້ງການເລກທີ 31/ຫວຂ.ຊຂ, ລົງວັນທີ 19 ມີນາ 2018 ໃຫ້ວິສາຫະກິດສວນພູຄຳຢຸດເຊົາການບໍລິການຕູ້ເກມໄຟຟ້າ, ການພະນັນທຸກປະເພດໃນຂອບເຂດຢູ່ໃນ ແລະ ຢູ່ອ້ອມຂ້າງສວນພູຄຳ, ລວມທັງສັ່ງຢຸດເຊົາການບໍລິການຂອງຮ້ານບັນເທີງນານາພັບໃນສວນພູຄຳຢ່າງຖາວອນ ຊ້າສຸດບໍ່ໃຫ້ກາຍວັນທີ 30 ມີນາ 2018. ນອກນີ້ ຍັງໄດ້ອອກແຈ້ງການໃຫ້ວິສາຫະກິດສວນພູຄຳຢຸດເຊົາບັນດາກິດຈະກຳຕະຫລາດກາງຄືນຢູ່ສວນສາທາລະນະອ່າງນໍ້າຫງໍາ ຊ້າສຸດບໍ່ໃຫ້ກາຍວັນທີ 30 ມີນາ 2018 ເຊັ່ນດຽວກັນ ເພື່ອຊອກຫາຈຸດທີ່ຕັ້ງຕະຫລາດກາງຄືນໃໝ່ທີ່ເໝາະສົມກ່ວາເກົ່າ.

ທ່ານ ບຸນຕົ້ນ ຈັນທະພອນ, ຮັກສາການເຈົ້າແຂວງຯ ຊຽງຂວາງ ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈຳປີ 2018 ຈັດຂຶ້ນຢູ່ຖໍ້າຊ້າງລອດ ເມືອງ ວຽງໄຊ ແຂວງ ຫົວພັນ ​ເມື່ອ​ບໍ່​ດົນ​ຜ່ານ​ມາ ວ່າ: ໄລຍະຜ່ານມາມີປະຊາຊົນສະເໜີມາຍັງພາກສ່ວນກ່ຽວຂ້ອງຂອງແຂວງ ປະມານ 4 ປີແລ້ວກ່ຽວກັບບັນຫາຫຼິ້ນການພະນັນປະເພດຕ່າງຯ ຢູ່ສວນພູຄຳ. ຜ່ານມາ ອົງການປົກຄອງແຂວງໄດ້ໃຫ້ຄຳແນະນຳກ່ຽວກັບການແກ້ໄຂເລື່ອງນີ້ມາແລ້ວ ແຕ່ຍ້ອນມີຄົນເຂົ້າມາສວນແຫ່ງນີ້ເປັນຈຳນວນຫລາຍໃນແຕ່ລະວັນເຮັດໃຫ້ການຄຸ້ມຄອງພົບຄວາມຫຍຸ້ງຍາກ ໂດຍສະເພາະບັນຫາຫຼິ້ນການພະນັນປະເພດຕ່າງຯ. ດັ່ງນັ້ນ ຄະນະປະຈຳພັກແຂວງໄດ້ປະຊຸມຮ່ວມກັນ ແລະ ຕົກລົງເຫັນດີໃຫ້ແກ້ໄຂບັນຫາຫຼິ້ນການພະນັນ, ລວມທັງການບໍລິການຂອງຮ້ານບັນເທີງຢູ່ສວນພູຄຳໃຫ້ໄດ້ ເພື່ອບໍ່ໃຫ້ສ້າງຄວາມສັບສົນໃນສັງຄົມ ໂດຍສະເພາະເພື່ອຕ້ອນຮັບງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງ ຊຽງຂວາງຈະເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການໃນທ້າຍປີນີ້ ຈິ່ງຈຳເປັນທີ່ສຸດຕ້ອງແກ້ໄຂເລື່ອງບັນຫາຫຼິ້ນການພະນັນຢູ່ສວນພູຄຳ ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍຄື ການຮັກສາພາບລັກຂອງແຂວງ ຊຽງຂວາງວິລະຊົນໄວ້ໃຫ້ດີ. ແນວໃດກໍຕາມ ເຖີງວ່າອົງການປົກຄອງແຂວງສັ່ງໃຫ້ຢຸດເຊົາການຫຼິ້ນການພະນັນທຸກປະເພດ, ລວມທັງໃຫ້ປິດການບໍລິການຮ້ານບັນເທີງນານາພັບຢ່າງຖາວອນ ແຕ່ເລື່ອງການຊື້-ການຂາຍຕ່າງຯ ຢູ່ສວນແຫ່ງນີ້ສາມາດດຳເນີນຕໍ່ໄປໄດ້ ເພາະອົງການປົກຄອງແຂວງສະໜັບສະໜູນເຕັມທີ່ໃຫ້ສວນແຫ່ງນີ້ເປັນສູນກາງການຄ້າຂາຍ ເພື່ອເຮັດໃຫ້ປະຊາຊົນຊາວຊຽງຂວາງ ມີບ່ອນຄ້າຂາຍ ເພື່ອສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ, ແຕ່ເດັດຂາດບໍ່ສະໜັບສະໜູນເລື່ອງການຫຼິ້ນການພະນັນທຸກປະເພດຢູ່ສວນແຫ່ງນີ້.

ສ່ວນກິດຈະການຕະຫລາດກາງຄືນຂອງວິສາຫະກິດສວນພູຄຳຢູ່ສວນສາທາລະນະອ່າງນໍ້າຫງໍາ ຮັກສາການເຈົ້າແຂວງຊຽງຂວາງ ໃຫ້ຮູ້ວ່າ: ຫລັງຈາກອົງການປົກຄອງແຂວງໄດ້ທົດລອງໃຫ້ວິສາຫະກິດສວນພູຄຳເປີດຕະຫລາດກາງຄືນຢູ່ສະຖານທີ່ແຫ່ງນີ້ມາໄດ້ຫລາຍເດືອນ, ຜ່ານການປະເມີນຕົວຈິງເຫັນວ່າ ບໍ່ເໝາະສົມ ເພາະສວນສາທາລະນະອ່າງນໍ້າຫງໍາເປັນບ່ອນໃຫ້ຄົນໄດ້ອອກກຳລັງກາຍ ແລະ ພັກຜ່ອນ, ທັງເປັນບ່ອນໂຮມຂອງການຈາລະຈອນພາຍໃນເທດສະບານແຂວງ, ເວລາຈັດກິດຈະກຳຕ່າງໆ ຢູ່ສະຖານທີ່ເແຫ່ງນີ້ເຮັດໃຫ້ການຈາລະຈອນສັບສົນ ແລະ ຫຍຸ້ງຍາກ, ນອກນີ້ ຍັງຢູ່ໃກ້ກັບກອງທັບອາກາດ 702 ເຮັດໃຫ້ມີຄວາມສ່ຽງດ້ານຄວາມປອດໄພ. ດັ່ງນັ້ນ ຈິ່ງໄດ້ສັ່ງໃຫ້ຢຸດເຊົາທຸກກິດຈະກຳຕະຫລາດກາງຄືນຢູ່ສວນສາທາລະນະອ່າງນໍ້າຫງໍາ ຊ້າສຸດບໍ່ເກີນວັນທີ 30 ມີນາ 2018, ແຕ່ໄດ້ມອບໃຫ້ຫ້ອງວ່າການປົກຄອງເມືອງແປກ ປະສານງານກັບພະແນກການ, ຂະແໜງການ ແລະ ຫ້ອງການກ່ຽວຂ້ອງ ຄົ້ນຄ້ວາຊອກຫາສະຖານທີ່ບ່ອນຕັ້ງຕະຫລາດກາງຄືນບ່ອນໃໝ່ທີ່ເໝາະສົມກ່ວາເກົ່າ, ຖ້າຫາກກຳນົດຈຸດທີ່ຕັ້ງຕະຫລາດໄດ້ແລ້ວໃຫ້ເຮັດບົດລາຍງານເຖີງການນຳແຂວງເພື່ອໃຫ້ທິດຊີ້ນຳຕໍ່ໄປ.

 

ແຫລ່ງຂ່າວ: Lao National Rad ແລະ ມ່ວນສະນຸກ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...