Homeຂ່າວຕ່າງປະເທດຜູ້ນຳເກົາຫຼີເໜືອ ເຂົ້າພົບຜູ້ນຳຈີນຢ່າງບໍ່ເປັນທາງການ

ຜູ້ນຳເກົາຫຼີເໜືອ ເຂົ້າພົບຜູ້ນຳຈີນຢ່າງບໍ່ເປັນທາງການ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລວງປັກກິ່ງ ປະເທດຈີນ ເມື່ອວັນທີ 28 ມີນາ 2018 ວ່າ ສຳນັກຂ່າວຊິນຫົວຂອງທາງການຈີນລາຍງານພ້ອມເຜີຍແພ່ພາບການພົບປະຫາລືລະຫວ່າງປະທານາທິບໍດີສີຈິ້ນຜິງ ກັບ ທ່ານ ຄິມຈອງອຶນ ຜູ້ນຳເກົາຫຼີເໜືອ ມີ່ມະຫາສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ໂດຍທ່ານ ຄິມຈອງອຶນ ແລະ ທ່ານ ນາງ ຮີ ຊໍ-ຈູ ພັນລະຍາ ເດີນທາງມາຢ້ຽມຢາມຢ່າງບໍ່ເປັນທາງການ ໃນລະຫວ່າງວັນອາທິດ-ວັນພຸດ ເຊິ່ງຜູ້ນຳຈີນພ້ອມດ້ວຍພັນລະຍາຄືທ່ານນາງ ເຜິງ ລີ່ຫຍວນ ເປັນເຈົ້າພາບໃນການຕ້ອນຮັບ

ຜູ່ນຳຈີນກ່າວເຖິງການມາຂອງທ່ານ ຄິມຈອງອຶນ ວ່າຄືການກະຊັບ ແລະ ສົ່ງເສີມຄວາມສຳພັນ “ຢ່າງມີໄນສຳຄັນ” ລະຫວ່າງພັກຄົນງານເກົາຫຼີ ກັບພັກຄອມມູນິດຈີນ ບົນພື້ນຖານຂອງອຸດົມການສັງຄົມນິຍົມ ເຊິ່ງເປັນເລື່ອງທີ່ໜ້າຍິນດີ

ດ້ານຜູ້ນຳເກົາຫຼີ ທ່ານ ຄິມຈອງອຶນ ກ່າວວ່າ ເຂົາມີຄວາມຕັ້ງໃຈຢ່າງສູງໃນກນຕ້ອງລາຍງານຄວາມຄືບໜ້າຂອງການແກ້ໄຂບັນຫສທີ່ແຫຼມເກົາຫຼີໃຫ້ທ່ານ ສີຈິ້ນຜິງ ຮັບຮູ້ດ້ວຍຕົນເອງວ່າບັນຍາກາດໃນຕອນນີ້ “ດີຂຶ້ນຫຼາຍ” ແລະ ລັດຖະບານປຽງຢາງຢຶດໝັ້ນໃນການປົດອາວຸດນິວເຄຣຍ ແລະ ເຂົາພ້ອມທີ່ຈະເຈລະຈາໂດຍກົງກັບສະຫະລັດ ນອກຈາກນີ້ຜູ້ນຳເກົາຫຼີເໜືອຍັງເຊື້ອເຊີນຜູ້ນຳຈີນໄປຢຽມຢາມນະຄອນຫຼວງປຽງຢາງຢ່າງເປັນທາງການອີກດ້ວຍ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...