Homeຂ່າວພາຍ​ໃນກຳນົດຮື້ຖອນປ້າຍໂຄສະນາຕາມແຄມທາງທີ່ບໍ່ຖືກຕ້ອງໃຫ້ສຳເລັດໃນເດືອນພຶດສະພາ 2018 ນີ້

ກຳນົດຮື້ຖອນປ້າຍໂຄສະນາຕາມແຄມທາງທີ່ບໍ່ຖືກຕ້ອງໃຫ້ສຳເລັດໃນເດືອນພຶດສະພາ 2018 ນີ້

Published on

ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ນະຄອນຫຼວງວຽງຈັນ ຈະສຸມໃສ່ຮື້ຖອນປ້າຍໂຄສະນາ ແຄມທາງ ທີ່ຕິດຕັ້ງບໍ່ຖືກລະບຽບຢູ່ 4 ເມືອງ ຄື: ໄຊເສດຖາ, ຈັນທະບູລີ, ສີສັດຕະນາກ ແລະ ສີໂຄດຕະບອງ ໃຫ້ສໍາເລັດພາຍໃນເດືອນພຶດສະພາ 2018 ນີ້. ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບ ແລະ ມີຄວາມຈົບງາມຂຶ້ນກວ່າເກົ່າ.

ທ່ານ ບຸນຈັນ ແກ້ວສີທໍາມະ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ຫົວໜ້າຄະນະກໍາມະການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ນວ ໃຫ້ຮູ້ວ່າ: ຄະນະກໍາມະການໄດ້ລົງເຄື່ອນໄຫວວຽກງານດັ່ງກ່າວມາແຕ່ເດືອນ ກໍລະກົດ 2017 ຜ່ານມານີ້ຄື: ກິດຈະກໍາຈຸດສຸມໃນຂົງເຂດໂຍທາທິການ ແລະ ຂົນສົ່ງ ແມ່ນການຈັດສັນສາທາ ລະນະປະໂຫຍດ ແລະ ສິ່ງອໍານວຍການຈະລາຈອນຂອງລົດຄືນໃໝ່, ຮື້ຖອນສິ່ງຕໍ່ເຕີມກໍ່ສ້າງແບບບໍ່ຖືກຕ້ອງ ກັບແຜນຜັງ ແລະ ສິ່ງຮົກເຮື້ອຕາມຖະໜົນຫຼວງ ແລະ ເສັ້ນທາງສໍາຄັນໃນ ເທດສະບານ, ຮື້ຖອນປ້າຍ ແລະ ແຜ່ນໂຄສະນາທີ່ຕິດຕັ້ງບໍ່ຖືກລະບຽບການ, ແກ້ໄຂສິ່ງກີດຂວາງຕາມທາງຄົນຍ່າງ ແລະ ຕາມພື້ນທີ່ສາທາລະນະ ສະຖານ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນກິດຈະກໍາການກໍ່ສ້າງ ແລະ ການສ້ອມແປງ-ຕໍ່ເຕີມຕຶກອາ ຄານຕ່າງໆ. ສ່ວນການຈັດຕັ້ງປະຕິບັດວຽກງານດັ່ງກ່າວເຫັນວ່າ: ມີທັງໝົດ 21 ເສັ້ນທາງສໍາຄັນ; ໃນນີ້, ໄດ້ກໍາ ນົດຖະໜົນເຈົ້າສຸພານຸວົງ ເປັນເສັ້ນທາງຕົວແບບໃນການຮື້ຖອນສິ່ງກີດຂວາງທີ່ຕິດຕັ້ງໃນເຂດສະຫງວນທາງຫຼວງ 30 ແມັດ, ໂດຍກໍານົດຈາກໃຈກາງທາງອອກຂ້າງລະ 15 ແມັດ ແມ່ນບໍ່ໃຫ້ມີເທີບເງີບ, ປ້າຍໂຄສະນາ ຫຼື ຫຼັກກໍ່ສ້າງ ຢູ່ຕາມແຄມທາງຍ່າງ.

ຜ່ານການລົງເກັບກໍາສະຖິຕິປ້າຍໂຄສະນາທີ່ຕິດຢູ່ຈຸດດັ່ງກ່າວ ທີ່ໄດ້ສະເໜີໃຫ້ຜູ້ປະກອບການຮັບຮູ້ນໍາ ແລະ ຕ້ອງ ລົງເລີກຮື້ທັງໝົດ 405 ປ້າຍ, ໂດຍມີແຈ້ງການ ລ່ວງໜ້າ ແລະ ໄດ້ກໍານົດການຮື້ ຖອນສິ່ງຕິດຕັ້ງບໍ່ຖືກລະບຽບ ຢູ່ເສັ້ນທາງດັ່ງກ່າວ ກໍຄືໃນນະຄອນຫຼວງວຽງຈັນ ໃຫ້ສໍາເລັດໃນທ້າຍເດືອນພຶດສະພາ 2018 ເພື່ອເຮັດໃຫ້ທຸກ ເສັ້ນທາງໃນນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບ ແລະ ສະອາດຈົບງາມ.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...