Homeຂ່າວພາຍ​ໃນພົບພົນລະເມືອງລາວ ຖືກຕົວະໄປແຕ່ງງານຢູ່ຈີນ

ພົບພົນລະເມືອງລາວ ຖືກຕົວະໄປແຕ່ງງານຢູ່ຈີນ

Published on

ກົງສຸນໃຫຍ່ແຫ່ງ ສປປ ລາວ ແຈ້ງວ່າ ປະຈຸບັນ ມີພົນລະເມືອງລາວ ຊື່ນາງ ປ່ຽນ ຈະເລີນສີ ເກີດວັນທີ 5 ກໍລະກົດ 1996 ຖືໜັງສືຜ່ານແດນເລກທີ P1860258 ຢູ່ບ້ານຫ້ວຍເຄື່ອງ ເມືອງນາແລ ແຂວງຫຼວງນ້ຳທາ ຜູ້ກ່ຽວໄດ້ຖືກນາຍໜ້າຕົວະຍົວະຫຼອກລວງມາແຕ່ງງານກັບຄົນຈີນຢູ່ແຂວງຫູນານແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຂົ້າເມືອງຜິດກົດໝາຍ ແລະ ຢູ່ເກີນກຳນົດ. ເຈົ້າໜ້າທີ່ກວດກາຕົວຈິງ ພົບວ່າຜູ້ກ່ຽວເຂົ້າມາ ສປ ຈີນ ແຕ່ວັນທີ 17 ກໍລະກົດ 2017 ໂດຍຜ່ານດ່ານປາງໄຮ ໄດ້ 220 ວັນແລ້ວ ປະຈຸບັນຜູ້ກ່ຽວຢູ່ໃນການຄຸ້ມຄອງຂອງຕຳຫຼວດເມືອງ ຫຼີຫຼິງ ເຂດປົກຄອງ ຈູໂຈວ ແຂວງຫູນານ ແລະ ເຈົ້າໜ້າທີ່ຂອງຈີນມີຈຸດປະສົງຢາກສົ່ງຜູ້ກ່ຽວກັບຄືນສປປ.ລາວ ໃນວັນທີ 22 ມີນາ 2018 ໂດຍຜ່ານດ່ານບໍ່ຫານ ບໍ່ແຕນ. ຢ່າງໃດກໍຕາມ ຕໍ່ກັບເລື່ອງດັ່ງກ່າວ ທາງເຈົ້າໜ້າທີ່ກົງສູນໃຫຍ່ຂອງລາວ ກໍກຳລັງປະສານງານກັບເຈົ້າໜ້າທີ່ກ່ຽວຂ້ອງຂອງຈີນເພື່ອນຳຕົວ ນາງ ປ່ຽນ ຈະເລີນສີ ກັບຄືນປະເທດຢ່າງປອດໄພ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...