ສະພາປະຊາຊົນຈີນ ລົງຄະແນນໃຫ້ທ່ານ ສີຈິ້ນຜິງ ເປັນປະທານປະເທດໄດ້ຕະຫຼອດຊີວິດ

ເມື່ອວັນທີ 11 ມີນາ 2018 ສຳນັກຂ່າວ AFP ລາຍງານວ່າ ໃນກອງປະຊຸມສະພາປະຊາຊົນແຫ່ງຊາດປະຈຳປີຄັ້ງທີ 13 ທີ່ສາລາປະຊາຄົມ ລັດຖະສະພາຈີນໃນນະຄອນປັກກິ່ງ ສະພາປະຊາຊົນແຫ່ງຊາດຂອງຈີນ ຫຼື NPC (National People’s Congress) ໄດ້ມີມະຕິໃຫ້ ສີຈິ້ນຜິງ ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນ ສາມາດດຳລົງຕຳແໜ່ງຕະຫຼອດຊີວິດ ຫຼື ຈົນກວ່າທ່ານຈະສະຫຼະຕຳແໜ່ງເອງ.

ລາຍງານລະບຸວ່າ ສະມາຊິກຜູ້ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈຳນວນ 2,958 ຄົນຈາກທັງໝົດ 3,000 ຄົນ ໄດ້ລົງຄະແນນສຽງໃຫ້ຍົກເລີກຂໍ້ກຳນົດລັດຖະທຳມະນູນໃນຂໍ້ວາລະການດຳລົງຕຳແໜ່ງຂອງປະທານປະເທດ ເພື່ອໃຫ້ສີຈິ້ນຜິງຍັງຢູ່ໃນອຳນາດຕໍ່ໄປ ຂະນະທີ່ສະມາຊິກ 3 ຄົນງົດອອກສຽງ ແລະ ມີພຽງແຕ່ 2 ຄົນທີ່ບໍ່ເຫັນດີ.

ກ່ອນໜ້ານນີ້ ລັດຖະທຳມະນູນຂອງ ສປ ຈີນກຳນົດວ່າ ປະທານປະເທດຈະສາມາດດຳລົງຕຳແໜ່ງໄດ້ບໍ່ເກີນ 5 ປີເທົ່ານັ້ນ ແລະ ໄດ້ເລີ່ມກຳນົດວ່າ ປະທານປະເທດແຕ່ລະຄົນຈະຢູ່ໃນຕຳແໜ່ງໄດ້ບໍ່ເກີນ 2 ສະໄໝ ຫຼື 10 ປີ ມາຕັ້ງແຕ່ໄລຍະປີ 1990 ເຊິ່ງ ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນຄົນທີ 7 ມາຕັ້ງປຕ່ປີ 2013 ແລະ ມີກຳນົດຈະໝົດວາລະບໍລິຫານປະເທດໃນປີ 2023 ທີ່ຈະມາຮອດນີ້ ພັກກອມມູນິດຈີນກໍ່ມີແນວຄິດເລື່ອງການປ່ຽນແປງລັດຖະທຳມະນູນໃນຂໍ້ດັ່ງກ່າວມາດົນແລ້ວ ຈົນນຳມາສູ່ການປ່ຽນແປງຄັ້ງປະຫວັດສາກສຳລັບວາລະດຳລົງຕຳແໜ່ງຂອງທ່ານ ສີຈິ້ນຜິງໃນຄັ້ງນີ້.

ແຫລ່ງຂ່າວ : BBC