spot_img
Homeຂ່າວທ້ອງຖິ່ນລັດຖະບານ ໄດ້ຮັບການຊ່ວຍເຫຼືອຈາກ ອສບລ 300 ກວ່າໂຄງການ

ລັດຖະບານ ໄດ້ຮັບການຊ່ວຍເຫຼືອຈາກ ອສບລ 300 ກວ່າໂຄງການ

Published on

ກອງ​ປະຊຸມ​ທົບ​ທວນຄືນ​ການຮ່ວມ​ມື​ລະຫວ່າງລັດຖະບານ ແລະ ອົງ​ການຈັດຕັ້ງ​ສາກົນ​ທີ່​ບໍ່ສັງກັດ​ລັດຖະບານ ​ອສບລ (INGOs) ຄັ້ງ​ທີ III ວັນ​ທີ 28 ກຸມພາ 2018 ຢູ່​ຫໍ​ປະຊຸມ​ແຫ່ງຊາດ ນະຄອນຫຼວງ​ວຽງ​ຈັນ ເປັນປະທານ​ຂອງ​ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ລັດຖະມົນຕີ​ກະຊວງການ​ຕ່າງປະເທດ ມີ​ຄະນະ​ຜູ້ແທນ​ຂັ້ນ​ສູງ​ຈາກ​ຂະແໜງການ ແລະ ທ້ອງຖິ່ນ ອົງ​ການຈັດຕັ້ງ​ສາກົນ ສະມາຄົມ ແລະ ມູນ​ນິທິ​ເຂົ້າຮ່ວມ ເຊິ່ງ​ກອງ​ປະຊຸມ​ມີ​ເປົ້າໝາຍ​ແນໃສ່​ທົບ​ທວນຄືນ​ວຽກງານ​ການ​ຮ່ວມ​ມືລະຫວ່າງລັດຖະ​ບານ ​ສປປ ລາວ ກັບອົງການຈັດ​ຕັ້ງ​ສາກົນ​ ທີ່​ບໍ່​ສັງກັດ​ລັດ​ຖະບານ ນັບ​ແຕ່​ປີ 2015 ເປັນຕົ້ນມາ.

ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ເນັ້ນ​ໃຫ້​ກອງ​ປະຊຸມ​ຄັ້ງ​ນີ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ແລະ ປືກ​ສາຫາລື​ກັນ​ຢ່າງ​ກົງ​ໄປ​ກົງ​ມາ ແລະ ມີ​ຄວາມ​ຮັບຜິດຊອບ ແນໃສ່​ຮັບປະກັນ​ປະສິດທິພາບ ແລະ ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ຊ່ວຍເຫຼືອຂອງ​ຕ່າງປະເທດ ລວມ​ທັງ​ອົງການຈັດຕັ້ງ​ສາກົນ ທີ່​ບໍ່​ສັງກັດ​ລັດຖະ​ບານ ແລະ ຄູ່​ຮ່ວມ​ພັດທະນາອື່ນໆ ໃຫ້​ໄດ້​ຮັບ​ຜົນ​ປະໂຫຍດ​ສູງສຸດ ສອດຄ່ອງ​ກັບ​ລະບຽບ​ຫຼັກການ ແລະ ແຜນ​ພັດທະນາ​ເສດຖະ​ກິດ-ສັງຄົມ​ແຫ່ງ​ຊາດ ກໍ່​ຄືແຜນ​ພັດທະນາ​ຂອງ​ຂະແໜງການ ແລະ ທ້ອງຖິ່ນ​ໃນ​ແຕ່​ລະ​ໄລຍະ ເຊິ່ງ​ຜ່ານ​ມາ ສະພາບ​ການຮ່ວມ​ມືລະຫວ່າງລັດຖະບານກັບ​ອົງ​ການຈັດຕັ້ງ​ສາກົນ​ທີ່​ບໍ່​ສັງກັດ​ລັດຖະບານ ລວມ​ທັງ​ການ​ປະຕິ​ບັດ​ດຳລັດ​ຂອງ​ນາຍົກ​ລັດ​ຖະມົນຕີ ວ່າ​ດ້ວຍ​ອົງ​ການຈັດຕັ້ງ​ສາກົນ​ທີ່​ບໍ່​ສັງກັດ​ລັດຖະບານ ແລະ ຂໍ້​ແນະນຳ​ການຈັດຕັ້ງ​ປະຕິບັດ​ດຳລັດ​ດັ່ງກ່າວ​ຂອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ນອກຈາກນັ້ນ ກໍ່​ໄດ້​ພ້ອມ​ກັນ​ພິຈາລະນາ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ຂໍ້​ຕົກລົງຂອງ​ລັດຖະມົນຕີ​ກະຊວງ​ການຕ່າງປະເທດ ວ່າ​ດ້ວຍ​ລະບຽບການ​ອະນຸມັດ​ຮັບ​ເອົາ​ທຶນ​ຊັບ​ສິນ ແລະ ຊ່ຽວຊານ​ຈາກ​ຕ່າງປະເທດ ໃຫ້​ແກ່​ສະມາຄົມ ແລະ ມູນ​ນິທິຂອງ​ລາວ.

ສຳລັບ​ການ​ຊ່ວຍເຫຼືອ​ໃນ​ໄລຍະ​ປີ 2015 ຮອດ​ປັດຈຸບັນ ໄດ້​ມີການ​ອະນຸມັດ 313 ໂຄງການ ແລະ 44 ກິດຈະກຳ ລວມ​ມູນ​ຄ່າທັງ​ໝົດ 376.211.948 ໂດ​ລາສະຫະລັດ ໂດຍ​ກວມ​ເອົາ​ຫຼາຍຂະແໜງການ ເຊັ່ນ: ຂະແໜງ​ສະຫວັດ​ດີ​ການ-ສັງຄົມ ກວມ​ເອົາປະມານ 33% (ພັດທະນາ​ຊົນນະ​ບົດ ເກັບ​ກູ້​ລະເບີດ ຄົນ​ພິການ ແລະ ໄພ​ສຸກ​ເສີນ) ສຶກ​ສາ​ທິ​ການ ແລະ ກີລາ ກວມ​ເອົາ​ປະມານ 25% ສາທາລະນະ​ສຸກ ກວມເອົາ​ປະມານ 24% ແລະ ຂົງເຂດ​ກະສິກຳ ກວມ​ເອົາ​ປະມານ 17% ໃນ​ປັດຈຸບັນ ມີ​ທັງ​ໝົດ 159 ອົງການ INGOs ທີ່​ໄດ້​ຮັບ​ອະນຸມັດ​ມາ​ປະຕິບັດ​ງານ​ຢູ່ ​ສປປ ລາວ ແລະ ພວມ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຢູ່​ໃນ​ທົ່ວ​ປະເທດ.

 

ແຫລ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...