spot_img
Homeຂ່າວທ້ອງຖິ່ນການນຳນະຄອນຫຼວງລົງກວດກາສະພາບເຫດໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32

ການນຳນະຄອນຫຼວງລົງກວດກາສະພາບເຫດໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ 32

Published on

ຕອນແລງ ຂອງວັນທີ 5 ມີນາ 2018 ເວລາ 17:00 ໂມງ, ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໄດ້ລົງກວດກາສະໜາມຂີເຫຍື້ອຫຼັກ 32 ບ້ານ ນາຜາສຸກ, ເມືອງໄຊທານີ ນວ ທີ່ຖືກໄຟໄໝ້ ໃນຕອນບ່າຍຂອງວັນທີ 4 ມີນາ 2018 ທີ່ຜ່ານມາ. ເຊີ່ງສາຍເຫດເບື້ອງຕົ້ນສັນນິຖານວ່າຕົ້ນໄຟທີ່ແຜ່ລາມໃນຄັ້ງນີ້ ແມ່ນຍ້ອນສະເກັດໄຟໄໝ້ປ່າ ແລະ ຍ້ອນມື້ນັ້ນສະພາບອາກາດຮ້ອນຫຼາຍ ແລະ ມີລົມພັດແຮງ ຈື່ງເຮັດໃຫ້ພັດເອົາແປວໄຟເຂົ້າໄປໃນສະໜາມຂີ້ເຫຍື້ອ ແລະ ໄດ້ເກີດລຸກໄໝ້ແຜ່ລາມເປັນບໍລິເວນກ້ວາງ.

ຕາມການລາຍງານຂອງ ຫ້ອງການ ຄ.ບ.ຕ ມາຮອດເຊົ້າຂອງວັນທີ 5 ມີນາ ເວລາ 5 ໂມງເຊົ້າ ສາມາດສະຫຼຸບໄດ້ເບື້ອງຕົ້ນວ່າ ເຫດການໄຟໄໝ້ໃນຄັ້ງນີ້ ເຮັດໃຫ້ຂຸມຂີ້ເຫຍື້ອຈຳນວນ 6 ຂຸມ ຂະໜາດ 200 x 200 ແມັດ, ເລີກ 4 ແມັດ ແລະ ໄດ້ໄໝ້ລຸກລາມສະໜາມຂີ້ເຫຍື້ອ ມີເນື້ອທີ 50 ເຮັກຕາ; ປະຈຸບັນສະພາບໄຟໄໝ້ແມ່ນໄດ້ຫຼຸດຜ່ອນລົງແລ້ວ ແຕ່ເກີດມີບັນຫາຄັວນໄຟປັກຄຸມໃນພື້ນທີ່ ແລະ ຜັດກະຈາຍໄປບໍລິເວນຂອບເຂດພື້ນທີ່ ແລະ ບ້ານໃກ້ຄຽງ ແລະ ໃນຕອນແລງຂອງວັນດຽວກັນ ແມ່ນສາມາດວັດຄ່າມົນລະພິດຜິດທາງອາກາດ (ຈາກລະດັບປົກກະຕິ 0.13 PPM) ປະຈຸບັນແມ່ນ 1.39 PPM ເຫັນວ່າເກີນມາດຖານມາຫຼາຍ.

ສຳລັບວິທີການແກ້ໄຂ ແລະ ຮັບມື ກັບເຫດການດັ່ງກ່າວ ກອງປະຊຸມປຶກສາຫາລືຂອງຄະນະສະເພາະກິດ ໃນການແກ້ໄຂ ແລະ ສະກັດກັ້ນ ສະພາບໄຟໃໝ້ລາມປ່າ ແລະ ສະໜາມຂີ້ເຫຍື້ອ ຫລັກ 32 ໃນຕອນເຊົ້າຂອງວັນທີ 5 ມີນາ 2018 ໂດຍມີ ທ່ານຮອງເຈົ້າຄອງ ນວ, ອົງການປົກຄອງເມືອງໄຊທານີ, ຫ້ອງ ຄ.ບ.ຕ ນວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມດັບເພີງ ແລະ ປ້ອງກັນອັກຄີໄຟ ນວ, ປສກ ນວ, ພະແນກສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມໄດ້ເອກະພາບວິທີແກ້ໄຂເບື້ອງຕົ້ນ ໂດຍປະຕິບັດ 3 ວິທີຄື:

1). ສີດນໍ້າເພື່ອດັບເພີງ ແລະ ຄວັນ.

2). ຈົກດິນຖົ່ມ ແລະ ສີດນໍ້າ

3). ນໍາໃຊ້ໂຟມເຄມີ ເພື່ອລະງັບໄຟ (ເປັນທາງເລືອກສຸດທ້າຍ)

– ບັນຫາປິ່ນອ້ອມອື່ນໆ ແມ່ນໃຫ້ກວດກາບັນດາໂຮງຮຽນອ້ອມຂ້າງທີ່ໄດ້ຮັບຜົນກະທົບຈາກເຫດການນີ້, ຫາຮ້າຍແຮງແມ່ນໃຫ້ຢຸດພັກຊົ່ວຄາວ, ປະສານນຳອົງການປົກຄອງບ້ານ ແລະ ຫ້ອງການສາທາລະນະສຸກປະຈຳເຂດ ເຝົ້າລະວັງກຸ່ມເປົ້າໝາຍທີ່ຕ້ອງລະວັງດ້ານສຸຂະພາບມີ: ເດັກນ້ອຍ, ແມ່ຍິງຖືພາ, ຜູ້ສູງອາຍຸ ແລະ ຜູ້ມີພະຍາດ.

– ເປົ້າໝາຍເຝົ້າລະວັງ ແລະ ຕິດຕາມ ມີ: ຄັວນໄຟ ແລະ ມົນລະພິດ; ລົມພາຍຸ ແລະ ສະເກັດໄຟພັດປິວ; ຂອບເຂດ ແລະ ສະກັດວົງລ້ອມ; ສຸຂະພາບ ພາລະນາໄມຂອງປະຊາຊົນ.

ນະຄອນຫຼວງວຽງຈັນ ໄດ້ປຶກສາຫາລືເປັນເອກະພາບ ໃນການສະກັດກັ້ນອັກຕີໄຟ ແລະ ໄຟໄໝ້ລາມປ່າຄັ້ງນີ້ ໂດຍຈັດຕັ້ງປະຕິບັດ ແລະ ແກ້ໄຂໃຫ້ສຳເລັດ ພາຍໃນ 5 ວັນ ນັບແຕ່ວັນທີ 6-10 ມີນາ 2018 ເປັນແຜນວຽກລະອຽດດັ່ງນີ້:

1. ແຜນວຽກດັບໄຟ ແລະ ປ້ອງກັນໄຟໄໝ້ລຸກລາມ ມອບໃຫ້ໜ່ວຍງານດັບເພີງ, ກົມດັບເພີງ ແລະ ປ້ອງກັນອັກຄີໄຟ ນວ, ກອງບັນຊາການ ປກສ ນວ ເປັນຜູ້ປະຕິບັດ.

2. ແຜນວຽກດັບກິ່ນ ແລະ ຝຸ່ນລະອອງ ແລະ ມົນລະພິດທາງອາກາດ ມອບໃຫ້ໜ່ວຍງານສິ່ງແວດລ້ອມ ເປັນຜູ້ປະຕິບັດ.

3. ແຜນວຽກປະຊາສຳພັນ ແລະ ແກ້ໄຂສຸຂະພາບຂອງປະຊາຊົນ ມອບໃຫ້ອົງການປົກຄອງບ້ານ, ເມືອງໄຊທານີ, ຫ້ອງການສາທາລະນະສຸກ, ພະແນກສາທາລະນະສຸກ ເປັນເຈົ້າການໂຄສະນາ, ປະຊາສຳພັນໃຫ້ປະຊາຊົນ ມີສະຕິປ້ອງກັນ ແລະ ຮັກສາສຸຂະພາບ ເຝົ້າລະວັງອັນຕະລາຍຈາກຝຸ່ນລະອອງ, ຄັວນ ແລະ ມົນລະພິດທາງອາກາດທີ່ຈະສົ່ງຜົນກະທົບຕາມມາ ເປັນຕົ້ນແມ່ນ ຊຸມຊົນ ແລະ ເຂດບ້ານໃກ້ຄຽງສະຖານທີ່ເກີດເຫດ.

4. ແຜນວຽກດຳເນີນງານ, ແຜນວຽກງົບປະມານ, ການລະດົມພາຫະນະ, ລະດົມກຳລັງ ແລະ ໜ່ວຍກູ້ໄພຊ່ວຍເຫຼືອປະຊາຊົນ ມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອວຽງຈັນ ສົມທົບກັບ ອົງການປົກຄອງ ນວ ກຳນົດແຜນການໃນການ ຈັດຕັ້ງປະຕິບັດ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...