spot_img
Homeຂ່າວພາຍ​ໃນຄວາມຄືບໜ້າໂຄງການສ້າງທາງດ່ວນວຽງຈັນ-ປາກເຊ.

ຄວາມຄືບໜ້າໂຄງການສ້າງທາງດ່ວນວຽງຈັນ-ປາກເຊ.

Published on

ຜ່ານການປະມູນ ແລະ ຄັດເລືອກເອົາບັນດາບໍລິສັດເພື່ອດຳເນີນສຳຫຼວດ ແລະ ສ້າງບົດວິພາກເສດຖະກິດເຕັກນິກໂຄງການທາງດ່ວນ ວຽງຈັນ-ປາກເຊ ແມ່ນມີ ບໍລິສັດຄື: 1). ບໍລິສັດ China Yunnan Sunny Road & Bridge ສປ ຈີນ; 2).ບໍລິສັດChina Road & Bridge Corporation ສປ ຈີນ; 3: ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ (ລາວ) ແລະ 4: ກຸ່ມບໍລິສັດ ດວງຈະເລີນ ພັດທະນາຈຳກັດ (ລາວ) ທີ່ໄດ້ຮັບການຄັດເລືອກເພື່ອຈັດຕັ້ງປະຕິບັດໂຄງການ.

ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າດ້ວຍການມອບຊ່ວງແລວທາງໃຫ້ບັນດາບໍລິສັດທີ່ຜ່ານການປະມູນ ແລະ ຄັດເລືອກ ເພື່ອດຳເນີນການສຳຫຼວດ ແລະ ສ້າງບົດວິພາກເສດຖະກິດເຕັກນິກຕໍ່ໂຄງການທາງດ່ວນວຽງຈັນ-ປາກເຊ (ແລວທາງໃໝ່) ໃນຮູບແບບ BOT ໃຫ້ດຳເນີນໄປຢ່າງມີປະສິດທິຜົນຖືກຕ້ອງຕາມລະບຽບການ ແລະ ຂັ້ນຕອນ. ໂດຍມອບໃຫ້ບໍລິສັດ China Yunnan Sunny Road & Bridge ສປ ຈີນ ຮັບຊ່ວງແລວທາງແຕ່ແຂວງບໍລິຄຳໄຊ ຫາ ທ່າແຂກ ແຂວງຄຳມ່ວນ ໄລຍະທາງ 164 ກິໂລແມັດມອບໃຫ້ກຸ່ມບໍລິສັດ ດວງຈະເລີນ ພັດທະນາຈຳກັດ (ລາວ) ທ່າແຂກ ແຂວງຄຳມ່ວນ-ສະຫວັນນະເຂດ (ແຍກທາງເລກ9) ໄລຍະທາງ 117 ກິໂລແມັດມອບໃຫ້ ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ (ລາວ) ຮັບຊ່ວງແຕ່ສະຫວັນນະເຂດ-ແຍກທາງເລກທີ 15 ແຂວງສາລະວັນ ໄລຍະທາງ 128 ກິໂລແມັດ ແລະ ມອບໃຫ້ບໍລິສັດ China Road & Bridge Corporationສປ ຈີນ ຮັບຊ່ວງແຕ່ສາລະວັນ-ຈຳປາສັກ ໄລຍະທາງ 82ກິໂລແມັດ.

ທ່ານ ບຸນຍະວັດ ນີລະໄຊຍ໌ ຜູ້ປະສານງານໂຄງການທາງດ່ວນວຽງຈັນ-ປາກເຊ ໃຫ້ຮູ້ວ່າ: ແຜນສ້າງທາງດ່ວນແຕ່ວຽງຈັນ-ປາກເຊ ແມ່ນເປັນໂຄງການທີ່ຕິດພັນກັບໂຄງການທາງດ່ວນວຽງຈັນ-ຮ່າໂນຍ (ວຽງຈັນ-ປາກຊັນ-ຫຼັກຊາວ ຊາຍແດນ ສສ ຫວຽດນາມ) ທີ່ເປັນອີກໂຄງການດ່ວນທີ່ຈະໄດ້ຮັບການສ້າງຕັ້ງຂຶ້ນ. ສະນັ້ນໂຄງການທາງດ່ວນວຽງຈັນ-ປາກເຊ ແມ່ນຈະມີທີ່ຕັ້ງເຊື່ອມຕໍ່ຈາກປາກຊັນ-ປາກເຊ ຫຼັງຈາກທີ່ໄດ້ຮັບການຄັດເລືອກ ແລະ ແບ່ງຊ່ວງໃຫ້ບໍລິສັດນີ້ສຳເລັດຂັ້ນຕອນຕໍ່ໄປແມ່ນຈະໄດ້ມີການເຈລະຈາເຊັນ MOU ສຶກສາຄວາມເປັນໄປໄດ້ ແລະ ການອອກແບບດ້ານເຕັກນິກຕ່າງໆຂອງທາງຕໍ່ໄປ.

 

ແຫລ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...