spot_img
Homeຂ່າວການພັດທະນາທາງລົດໄຟລາວ-ຈີນສຳເລັດແລ້ວ 20.3%

ທາງລົດໄຟລາວ-ຈີນສຳເລັດແລ້ວ 20.3%

Published on

ສຳນັກຂ່າວວຽງຈັນທາມລາຍງານວ່າ ການກໍ່ສ້າງທາງລົດໄຟລາວ-ຈີນ ຄວາມຍາວ 409 ກິໂລແມັດ ສຳເລັດແລ້ວ 20.3% ອີງຕາມຂໍ້ມູນໃນເດືອນທັນວາ 2017 ທີ່ຜ່ານມາ ຫຼັງຈາກທີ່ເລີ່ມດຳເນີນການກໍ່ສ້າງມາໄດ້ໜຶ່ງປີເຕັມ.

ໂຄງການກໍ່ສ້າງມູນຄ່າ 5,986 ລ້ານໂດລາສະຫະລັດດັ່ງກ່າວໄດ້ມີການປັບປ່ຽນວັນກໍ່ສ້າງສຳເລັດໃຫ້ໄວຂຶ້ນ 29 ວັນ ຈາກວັນທີ 31 ທັນວາ 2021 ເປັນວັນທີ 2 ທັນວາ 2021 ເຊິ່ງກົງກັບວັນຊາດຂອງ ສປປ ລາວ ຄົບຮອບ 46 ປີ ຕາມການຮ້ອງຂໍຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍໃຫ້ເຫດຜົນວ່າຕ້ອງການໃຫ້ໂຄງການດັ່ງກ່າວສຳເລັດໃນວັນຊາດປີ 2021 ເພື່ອເປັນຂອງຂວັນແກ່ປະຊາຊົນລາວ.

ໃນປັດຈຸບັນ ອຸງມົງຈຳນວນ 53 ແຫ່ງກຳລັງໄດ້ຮັບການຂຸດເຈາະ ເພື່ອໃຫ້ລົດໄຟສາມາດແລ່ນຜ່ານເຂດພູສູງໄດ້ ເຊິ່ງມາຮອດຕອນນີ້ຄວາມຍາວຂອງອຸມົງທີ່ຂຸດເຈາະແລ້ວແມ່ນ 37,314 ແມັດ ກວມເອົາ 18.8% ຂອງຄວາມຍາວທັງໝົດ 197.83 ກິໂລແມັດຂອງອຸມົງຈຳນວນ 75 ແຫ່ງ. ພ້ອມດຽວກັນນັ້ນ ຂົວຈຳນວນ 47 ແຫ່ງຈາກທັງໝົດ 167 ແຫ່ງ ກໍກຳລັງດຳເນີນການກໍ່ສ້າງ.

ແນວໃດກໍຕາມ ທ່ານ ໂພທອງ ໂງ່ນພະຈັນ ໜຶ່ງໃນຄະນະກຳມະການຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຍອມຮັບວ່າ ຍັງບໍ່ທັນໄດ້ມີການຈ່າຍຄ່າຊົດເຊີຍຄືນໃຫ້ແກ່ຜູ້ທີ່ສູນເສຍເນື້ອທີ່ດິນ ແລະ ຊັບສິນຕາມແລວໂຄງການກໍສ້າງທາງລົດໄຟລາວ-ຈີນ ໂດຍລະບຸວ່າການທົດແທນຄືນມີຫຼາຍຂັ້ນຕອນ ແລະ ຍັງມີປັນຫາທີ່ຕ້ອງໃຊ້ເວລາໃນການແກ້ໄຂ.

ທ້າວ ວົງດາວ ໄຊຍະວົງ ປະຊາຊົນທ່ານໜຶ່ງໃນບ້ານດົງຊຽງດີ ເມືອງນາຊາຍທອງ ເຊິ່ງໄດ້ຮັບຜົນກະທົບຈາກໂຄງການກ່າວວ່າ ເຮືອນຂອງຕົນເອງຕັ້ງຢູ່ໃນແລວຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ຕ້ອງໄດ້ຍ້າຍອອກ ແຕ່ບໍ່ສາມາດເຮັດແນວນັ້ນໄດ້ ເນື່ອງຈາກຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ.

ຕາມການລາຍງານ ປະຊາຊົນຈຳນວນ 4,411 ຄອບຄົວໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນໄດ້ຮັບຜົນກະທົບຈາກໂຄງການ ກວມເອົາເນື້ອທີ່ດິນຈຳນວນ 3,832 ເຮັກຕາ, ຕຶກອາຄານ 346 ຫຼັງ ລວມທັງເນື້ອທີ່ປູກຝັງ ແລະ ຕົ້ນໄມ້.

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...