spot_img
Homeຂ່າວພາຍ​ໃນປະທານປະເທດເປັນຫ່ວງ ຢ້ານການສໍ້ລາດບັງຫຼວງ ຈະເຮັດໃຫ້ການເງິນຂອງລັດລົ້ມລະລາຍ

ປະທານປະເທດເປັນຫ່ວງ ຢ້ານການສໍ້ລາດບັງຫຼວງ ຈະເຮັດໃຫ້ການເງິນຂອງລັດລົ້ມລະລາຍ

Published on

ປະທານ​ປະ​ເທດ​ລາວ ເ​ນັ້ນ​ໜັກ​ວ່າການ​ທຸດຈະລິດຂອງ​ບັນດາ​ພະນັກງານ​ພັກ​ລັດ ຈະ​ເຮັດ​ໃຫ້​ເກີດ​ບັນຫາ​ລົ້ມ​ລະລາຍ ​ແລະ​ສ້າງ​ຄວາມຫາຍຍະນະ​ທາງ​ດ້ານ​ການ​ເງິນ​ຂອງ​ລັດຖະບານ​ໄດ້​ໃນໄລ​ຍະ​ຍາວ​ດ້ວຍ.

ທ່ານ​ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແລະ​ເລຂາທິການໃຫຍ່​ພັກ​ລັດ ປະຈໍາພັກ​ລັດປະຊາຊົນລາວ​ ໄດ້​ໃຫ້​ກາ​ນຍອມຮັບ​ວ່າການ​ນຳ​ໃຊ້​ອຳ​ນາດ​ຢ່າງ​ບໍ່​ຖືກ ຕ້ອງ​ຕາມລະບຽບ​ກົດໝາຍ​ຂອງ ບັນດາ​ພະນັກງານ​ພັກ​ ​ແລະ ລັດ​ທີ່​ເພີ້​ມຂື້ນ​ເລື້ອຍໆ​ນັ້ນ ​ໄດ້​ກໍ່​ໃຫ້​ເກີດ​ບັນຫາຫ​ຍໍ້​ທໍ້​ພາຍ​ໃນ​ພັກ ​ແລະລັດ ລັດຖະບານ​ເພີ້​ມຂື້ນ​ນັບ​ມື້ ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ໃຊ້​ງົບປະມານ​ຂອງລັດຖະບານ​ໄປ​ເພື່ອ​ຜົ​ນປະໂຫຍ​ດ ສ່ວນ​ໂຕ​ນັ້ນ​ຍັງ​ຈະ​ເຮັດ​ໃຫ່​ເກີດ​ບັນຫາລົ້ມ​ລະລາຍ ​ແລະ​ສ້າງ​ຄວາມ​ຫາຍຍະນະ​ທາງ​ດ້ານ​ການ​ເງິນ​ຂອງ​ລັດຖະບານ​ ​ໃນ​ໄລຍະ​ຍາວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ເນັ້ນ​ຢໍ້າ​ໃນ​ກອງ​ປະ​ຊຸມ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ລັດ ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ:

“​ໂດຍ​ສະ​ເພາະ​ແມ່ນ​ມີ​ການລະ​ເມີດວິ​ໃນ​ແຜນການ​ເງິນ​ຢ່າງ​ກວ້າງ​ຂວາງ ​ເຊັນ​ການ​ຕົກລົງ​ໂຄງການ​ລົງທຶນ​ຂອງ​ລັດ ບໍ່​ຄຳ​ນຶ່ງ​ເຖິງ​ຄວາມ​ສາມາດ​ຊໍາ​ລະສະ​ສາງ ຂອງ​ງົບ​ປະ​ມານ ການ​ລົງທຶນໃສ່​ໂຄງການ​ໂຄງຮ່າງຢ່າ​ງ​ກວ້າງ​ຂວາງ​ໃຫຍ່​ໂຕ ​ແຕ່​ບໍ່​ຕິດ​ພັນ​ກັບ​ການ​ດຳ​ເນີນ​ໂຄງການ​ລົງ​ທືນທີ່​ຈະ​ສ້າງ​ແຫ​ລ່ງລາຍຮັບ​ແກ່​ງົບປະມານ ປະປ່ອຍໃຫ້​ມີ​ການ​ລົງທຶນ​ຂອງ​ລັດ ມີ​ມູນ​ຄ່າ​ສູງ​ເກີນ​ຄວາມ​ຈິງ​ຫລາຍ​ເທົ່າ ບວກ​ກັບ​ການ​ລົງທຶນ​ນອກ​ແຜນ ​ໄດ້​ສ້າງ​ຄວາມ​ຫາຍຍະນະ​ຕໍ່​ລະບົບ​ການ​ເງິນ ງົບປະມານ​ຂອງ​ລັດ.”

ກ່ອນ​ໜ້າ​ນີ້ ຄະນະ​ກວດກາ​ສູນ​ກາງ​ພັກ ​ໄດ້​ລາຍງານ​ວ່າ​ໃນໄລຍະຫ້າ​ປີທີ່ຜ່ານ​ມາ ຄະນະ​ກວດກາ​ສູນ​ກາງ​ພັກ ​ໄດ້​ຮັບ​ຈົດໝາຍ​ຮ້ອງ​ຮຽນ​ຈາກ​ປະຊາຊົນ​ລາວ​ຈຳນວນ 3,640 ສະບັບ ທີ່​ຮຽກຮ້ອງ​ຂໍ​ໃຫ້​ດຳ​ເນີນ​ມາດ​ຕະການ​ກວດກາ​ການ​ໃຊ້​ອຳນາດ ​ແລະ​ບໍ່ປະຕິບັດໜ້າ​ທີ່​ຂອງ​ບັນດາ​ສະ​ມາ​ຊິກ​ພັກ​ລັດ ທີ່​ຖືກ​ສົງ​ໄສ​ວ່າ​ໄດ້​ປະຕິບັດ​ໜ້າທີ່ ​ແລະ​ໃຊ້​ອຳນາດ​ໂດຍ​ທຸດຈະລິດ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ໂຕ ຊຶ່ງ​ໄດ້ກໍ່​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ຕໍ່​ປະ​ເທດ​ຊາດ​ຢ່າງ​ຫລວງຫລາຍ.

ທັ້ງນີ້​ໂດຍ​ຈາກ​ການ​ກວດກາ​ໃນ​ຈຳນວນ 734 ກໍ​ລະ​ນີ​ເປົ້າ​ໝາຍ​ຕາມ​ການ​ຮຽກ ຮ້ອງ​ດັ່ງກ່າວ​ກໍ​ພົບ​ວ່າ ການ​ທຸດຈະ​ລິດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຄິດ​ເປັນ​ມູນ​ຄ່າ​ເຖິງ 4,145.86 ຕື້ ​ກີບ ພ້ອມ​ດ້ວຍ​ການ​ເສຍ​ຫາຍ​ໃນ​ສ່ວນ​ຂອງ​ເງິນຕາ​ຕ່າງປະ​ເທດ 70.77 ລ້ານໂດ​ລາສະຫະລັດ ກັບ ​381.68 ລ້ານ​ບາດ ​ແລະ 539,518 ຢວນ ທັງ​ຍັງ​ມີ​ການ​ລັກລອບ​ຂາຍໄມ້​ຂອງ​ລັດຖະບານ ​ໂດຍ​ຜິດກົດໝາຍ​ຫລາຍ​ກວ່າ 4 ລ້ານ​ເມຕຣິກກ້ອນ​ອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ວັນ​ໄຊ ພອງ​ສະຫວັນ ຮອງ​ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໃຫ້ການ​ຍອມຮັບ​ວ່າ ​ພັກກຳລັງ​ປະ​ເຊີນ​ກັບ​ບັນຫາ​ການຈັດ​ຕັ້ງ​ທີ່​ບໍ່​ມີ​ປະສິດທິພາບຫລາ​ຍຂຶ້ນນັບ​ມື້ ​ໂດຍ​ມີ​ສາ​ເຫດມາ​ຈາກ​ການ​ປະຕິບັດ​ໂຕຈິງ ທີ່ຂາດຄວາ​ມຮັບຜິດຊອບຕໍ່​ສ່ວນ​ຮ່ວມ
​ຂອງ​ສະມາຊິກ​ພັກ​ລັດ​ເປັນສຳຄັນ ​ເຊັ່ນ​ການ​ຫລິ້ນ​ພັກ​ຫລິ້ນ​ພວກ​ ການ​ບໍ່​ຍອມຮັບ​ການ​ວິຈານ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ ການອາຄາດມາ​ດຮ້າຍຕໍ່​ກັນ ກາ​ນບໍ່​ຍອມຮັບ​ໃນ​ຄວາມ​ຮູ້ຄວາມ​ສາມາດ​ລະຫວ່າງ​ຜູ້​ບັງຄັບ​ບັນຊາ ​ແລະ​ຜູ້ໃຕ້​ບັງຄັບ​ບັນຊາ ການ​ບໍ່​ເຄົາລົບ​ລະບຽບ​
ຂອ​ບພັກ​ລັດ ​ແລະ​ການ​ທຸດຈະລິດ.

​ໂດຍ​ໃນ​ຮອບ​ຫ້າ​ປີ​ທີ່​ຜ່ານ​ມາ​ອຳນາດ​ການ​ນໍາ​ຂອງ​ສູນ​ກາງ​ພັກ​ລັດ ​ໄດ້​ຕັ້ດສິນ​ລົງ​ໂທດ​ທາງ​ວິ​ໃນ​ຕໍ່​ສະມາຊິກ​ພັກ​ຈຳນວນ 1,806 ຄົນ ​ໃນ​ນີ້​ເປັນ​ສະມາຊິກ​ເພດ​ຍິງ 171 ຄົນ​ທີ່​ສວຍ​ໃຊ້ຕຳ​ແໜ່​ງໜ້າ​ທີ່​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ໂຕ ​ແລະ​ພ້ອມ​ກັນ​ນີ້​ກໍ​ໄດ້​ປົດ​ຈາກ​ຕຳແໜ່​ງສະມາຊິກ​ພັກ​ລັດ​ອີກ​ 1,007 ຄົນ ທີ່​ປະຕິບັດ​ໜ້າ​ທີ່ຄັດ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ​ມີ​ສະມາຊິກ​ພັກ​ລັດ​ຈຳນວນ​ນຶ່ງ ທີ່​ໄດ້​ຊື້​ຈ້່າງດ້ວຍ​ຮູບ​ແບບ​ຕ່າງໆ​ເພື່ອ​ເຮັດ​ໃຫ້​ພວກ​ຕົນ​ໄດ້​ເປັນ​ສະມາຊິກ​ພັກ ​ແລະ​ກໍ​ໄດ້​ສວຍ​ໃຊ້​ຕຳແໜ່​ງໜ້າ​ທີ່​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ໂຕ​ໃນ​ທຸກ​ວົງ​ການ​ຢ່າງ​ກວ້າງ​ຂວາງ.

ທາງ​ດ້ານ​ທ່ານ​ບຸນ​ທອງ ຈິດ​ມະນີ ປະທານ​ອົງການ​ກວດກາ​ລັດຖະບານ ຖ​ະແຫລ​ງຢືນຢັນ​ວ່າການ​ສະ​ເໜີ​ໂຄງການ​ພັດທະນາ​ຕ່າງໆ​ເຂົ້າແຜນການ​ຂອງ​ລັດຖະບານ​ໃນ​ໄລຍະ​ຕໍ່​ໄປ​ນີ້ ຈະ​ຕ້ອງ​ຜ່ານ​ການ​ປະ​ເມີນ ​ແລະ​ພິຈາລະ​ນາ​ຢ່າ​ງລະອຽດຮອບດ້ານ ຫລັງ​ຈາກ​
ນັ້ນ​ຍັງ​ຈະ​ຕ້ອງ​ຜ່ານ​ການ​ອະນຸມັດ​ຂອງ​ລັດຖະບານ ​ແລະ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ເສຍ​ກ່ອນ ຈຶ່ງ​ຈະ​ຈັດ​ຕັ້ງ​ປະຕິບັດໂຄງ​ການ​ໄດ້​ຕໍ່​ໄປ.

 

 

ແຫລ່ງຂ່າວ: Support Prime Minister Thongloun Sisoulith

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...