spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາຈີນໂຄລນນິງ "ລິງ" ໄດ້ສຳເລັດ ຂັ້ນຕໍ່ໄປອາດໂຄລນນິງ "ມະນຸດ"

ນັກວິທະຍາສາຈີນໂຄລນນິງ “ລິງ” ໄດ້ສຳເລັດ ຂັ້ນຕໍ່ໄປອາດໂຄລນນິງ “ມະນຸດ”

Published on

ຕັ້ງແຕ່ແກະດໍລີ (Dolly) ໄດ້ເກີດຂຶ້ນເມື່ອປີ 1996 ນັກວິທະຍາສາດທົ່ວໂລກໄດ້ໃຊ້ເທັກໂນໂລຊີດຽວກັນໃນການເຮັດໂຄລນນິງສັດຊະນິດອື່ນໆອີກກວ່າ 20 ຊະນິດເຊັ່ນ: ແມວ,​ໝາ,​ ໝູ, ໜູ, ງົວ ແລະ ອື່ນໆ ແຕ່ສຳລັບ ໄພຣເມດ ເຊິ່ງເປັນສັດຕະກູນລິງ ແລະ ມະນຸດເທັກນິກດັ່ງກ່າວຍັງໃຊ້ບໍ່ທັນໄດ້ຜົນ ແຕ່ວ່າຕອນນີ້ນັກວິທະຍາສາດຊາວຈີນເຮັດໄດ້ສຳເລັດແລ້ວ

ທີມວິໄຈທີ່ສະຖາບັນ Chinese Academy of Sciences Institute of Neuroscience ໃນຊຽງໄຮ້ທີ່ນຳໂດຍ Qiang Sun ເປີດເຜີຍວ່າພວກເຂົາຄົ້ນພົບວິທີດັດແປງເທັກນິກທີ່ໃຊ້ໂຄລນນິ້ງດໍລີໃຫ້ໃຊ້ໄດ້ຜົນກັບສັດໄພຣເມດ ແລະ ຄວາມພະຍາຍາມຂອງພວກເຂົາກໍໃຫ້ຜົນກັບລິງໂຄລນນິ້ງເພດເມຍ 2 ໂຕທີ່ມີຊື່ວ່າ Zhong Zhong ແລະ Hua Hua

ເທັກຍິກໃຊ້ການໂຄລນນິງດໍລີຮຽກວ່າການຝາກນິວເຄລຍ (somatic cell nuclear transfer) ເປັນການແນທີ່ນິວເຄລຍໃນໄຂ່ດ້ວຍນິວເຄລຍທີ່ເອົາມາຈາກເຊລຂອງສັດຕົວອື່ນ ແລ້ວໃຊ້ກະແສໄຟຟ້າເຮັດໃຫ້ໄຂ່ເຂົ້າໃຈວ່າໄດ້ຮັບການປະສົມພັນ ເຊິ່ງຈະເຮັດໃຫ້ມັນເລີ່ມພັດທະນາກາຍເປັນຕົວອ່ອນທີ່ສາມາດນຳໄປຝັງໄວ້ໃນສັດໂຕເມຍເພື່ອຖືພາ ສັດໃນທ້ອງຈະເຕີບໂຕມີຮູບຮ່າງລັກສະນະທຸກຢ່າງຄືກັບສັດເຈົ້າຂອງນິວເຄລຍທີ່ຖືກນຳໄປໄວ້ໄຂ່

ສຳລັບສັດໄພຣເມດຂະບວນການໂຄລນນິງແບບເກົ່າຈະລົ້ມເຫຼວໃນຂັ້ນຕອນການພັດທະນາຂອງຕົວອ່ອນກ່ອນນຳໄປຝັງ (Blastocyst ) ເພື່ອໃຫ້ຜ່ານອຸປະສັກສຳຄັນນີ້ ທີມງານຂອງ Sun ໄດ້ເພີ່ມສານຊະນິດໃໝ່ 2 ຕົວເພື່ອໃຊ້ເກັບສານອາຫານ ແລະ ປັດໄຈໃນການຈະເລີນເຕີບໂຕເຊິ່ງປົກກະຕິແລ້ວຈະນຳໄປໃຊ້ກັບຕົວອ່ອນກ່ອນສັດທີ່ຖືພາ ສານຊະນິດໃມ່ນີ້ຮຽກວ່າ trichostatin A ແລະ messenger RNA ຈະຊ່ວຍໂດຍຕົງຕໍ່ DNA ໃຫ້ຈະເລີນເຕີບໂຕຢ່າງເໝາະສົມ ດ້ວຍການກະຕຸ້ນຢືນຈຳນວນຫຼາຍທີ່ຈຳເປັນສຳລັບການພັດທະນາຂອງຕົວອ່ອນ

ທີມວິໄຈທົດສອບເທັກນິກນີ້ໂດຍໃຊ້ເຊລຈາກລິງໂຕທີ່ໃຫຍ່ເຕັມໄວແລ້ວ ແລະ ທີ່ຍັງເປັນໂຕອ່ອນໃນທ້ອງ ເຖິງແມ່ນວ່າການໃຊ້ເຊລຈາກລິງແມ່ທີ່ໃຫຍ່ເຕັມໄວຈະໃຫ້ກຳເນີດລູກລິງໄດ້ 2 ໂຕ ແຕ່ກໍ່ຍັງຢູ່ລອດໄດ້ບໍ່ດົນຫຼັງຈາກເກີດ ແລະ ມີໂຕໜຶ່ງຮ່າງກາຍມີການພັດທະນາທີ່ບໍ່ສົມບູນ ການໃຊ້ເຊລຈາກລິງທີ່ຍັງບໍ່ໃຫຍ່ເຕັມໄວກັບສົ່ງຜົນໄດ້ດີກວ່າ ພວກເຂົາຍັງຝັງຕົວອ່ອນ 79 ຕວໃນລີງເພດເມຍ 21 ຕົວ ມີການຖືພາແລ້ວ 6 ຕົວ ແລະ Zhong Zhong ກັບ Hua Hua ເປັນ 2 ຕົວທີ່ສາມາດເກີດມາໄດ້ສຳເລັດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...