spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ເຊື່ອມໂຍງການສ່ຽງເປັນມະເຮັງລຳໄສ້ໃຫຍ່

ອາຫານທີ່ເຊື່ອມໂຍງການສ່ຽງເປັນມະເຮັງລຳໄສ້ໃຫຍ່

Published on

ນອກເຫນືອຈາກການເລືອກຮັບປະທານອາຫານທີ່ມີປະໂຫຍດ ແລະ ສຶກສາເບີ່ງວ່າອາຫານຊະນິດໃດມີຄຸນປະໂຫຍດທາງໂພສະນາການແລ້ວ ສິ່ງຫນື່ງທີ່ຜູ້ບໍລິໂພກຄວນຄໍານືງເຖີງເຊັ່ນກັນກໍຄື ອາຫານບາງຊະນິດກໍອາດຈະເຊື່ອມໂຍງເຖີງພາວະການເຈັບປ່ວຍ.

ນັກວິໄຈຈາກວິທະຍາໄລສາທາລະນະສຸກ ທີເຮດສ໌ ຊານ ຮາວາດ ແລະ ມະຫາວິທະຍາໄລ ບຣິກແຮມ ລວມທັງໂຮງພະຍາບານຍິງໃນເມືອງບອສຕັນ, ສະຫະລັດອາເມລິກາ ເຜີຍວ່າ ຜູ້ທີ່ມັກກິນອາຫານຊີ້ນສີແດງ, ຊີ້ນສັດແປຮູບ, ທັນຍາພືດທີ່ຜ່ານການຂັດສີ, ເຄື່ອງດື່ມທີ່ມີຣົດຫວານຫລາຍ ອາດມີແນວໂນ້ມທີ່ຈະເກີດໂຣກມະເລັງລໍາໄສ້ໃຫຍ່ ແລະ ທະວານຫນັກ, ເນື່ອງຈາກອາຫານດັ່ງກ່າວມີສ່ວນກ່ຽວຂ້ອງກັບການອັກເສບເຮື້ອຮັງ.

ຫລາຍກວ່າ 20 ປີ ທີ່ນັກວິໄຈໄດ້ສຳຫລວດພຶດຕິກຳການກິນ ແລະ ການວິນິດໄສໂລກມະເຮັງຂອງພະຍາບານຍິງຈຳນວນ 74,246 ຄົນ ແລະ ຜູ້ຊ່ຽວຊານດ້ານສຸຂະພາບຊາຍຈຳນວນ 46,804 ຄົນ ໂດຍແບ່ງອອກເປັນ 5 ກຸ່ມ ຕາມພຶດຕິກຳການກິນອາຫານປະຈຳວັນ ທີ່ອາດເຮັດໃຫ້ເກີດການອັກເສບ ນັກວິໄຈພົບວ່າອາຫານຄືສ່ວນຫນື່ງທີ່ມີແນວໂນ້ມເຮັດໃຫ້ເກີດການອັກເສບໃນກະແສເລືອດຫລາຍທີ່ສຸດ ແລະ ພົບວ່າ 32% ຂອງກຸ່ມທົດສອບມີແນວໂນ້ມຈະເປັນມະເຮັງລຳໄສ້ໃຫຍ່ ໂດຍຜູ້ຊາຍມັກກິນອາຫານຫນັກຫລາຍທີ່ສຸດ ແລະ ມີໂອກາດເກີດມະເຮັງລຳໄສ້ໃຫຍ່ປະມານ 44% ແຕ່ສຳລັບຜູ້ຍິງແມ່ນມີໂອກາດພຽງ 22%.

ປັດໄຈສ່ຽງຕໍ່ການເກີດພະຍາດມະເຮັງລຳໄສ້ໃຫຍ່ ແລະ ທະວານຫນັກ ຫລາຍສຸດນັ້ນກໍຄື ຄົນໃນຄອບຄົວມີປະຫວັດການເປັນມະເຮັງຊະນິດດັ່ງກ່າວ ຢ່າງໃດກໍຕາມ ການວິໄຈນີ້ມີຂໍ້ຈຳກັດຄື ຍັງບໍ່ແມ່ນການທົດລອງທີ່ມີການຄວບຄຸມຊື່ງອອກແບບມາເພື່ອພິສູດ ວ່າພຶດຕິກຳການບໍລິໂພກອາຫານບາງຢ່າງຈະສົ່ງຜົນໂດຍກົງຕໍ່ໂອກາດໃນການພັດທະນາເປັນມະເຮັງລຳໄສ້ໃຫຍ່ ຫລື ບໍ່?

ແຫລ່ງຂ່າວຕ່າງປະເທດ TRN

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...