spot_img
Homeຂ່າວຕ່າງປະເທດປາຣີກຽມພ້ອມຮັບມືກັບໄພພິບັດນໍ້າຖ້ວມຄັ້ງໃຫຍ່

ປາຣີກຽມພ້ອມຮັບມືກັບໄພພິບັດນໍ້າຖ້ວມຄັ້ງໃຫຍ່

Published on

ທາງການຝຣັ່ງ ກຽມພ້ອມກັບໄພພິບັດນໍ້າຖ້ວມຄັ້ງໃຫຍ່ ໃນເມືອງຫລວງ ປາຣີ ຫວັ່ນຢ້ານເປັນແບບເຫດການດັ່ງ 2ປີທີ່ຜ່ານມາ ຫລັງຈາກລະດັບນໍ້າໃນແມ່ນໍ້າແຊນ ສູງຂື້ນຢ່າງຕໍ່ເນື່ອງ ຈົນເຮັດໃຫ້ເຮືອທ່ອງທ່ຽວແມ່ນໍ້າແຊນ ບາໂຕມູສ Bateaux Mouches ຕ້ອງໄດ້ຢຸດໃຫ້ການບໍລິການ ແລະ ຕ້ອງປິດ ພື້ນທີ່ໃຕ້ດິນຂອງພິພິທະພັນລູຟ (Lourve) ທີ່ເປັນພິພິທະພັນສະແດງງານສິລະປະຂອງອິດສະລາມແລ້ວ.

ວັນທີ 28 ມັງກອນ 2018 ສຳນັກຂ່າວລອຍເຕີ້ ອອກສຳຫລວດໄດ້ລາຍງານຄວາມຄືບຫນ້າຂອງສະຖານະການນໍ້າຖ້ວມໃນເມືອງຫລວງປາຣີ ຫລັງຈາກຝົນຕົກຫນັກຕໍ່ເນື່ອງ ເຮັດໃຫ້ລະດັບນໍ້າໃນແມ່ນໍ້າແຊນທີ່ໄຫລຜ່ານເມືອງຫລວງຝຣັ່ງ ຂື້ນສູງເກືອບຮອດຝັ່ງ ລະດັບນໍ້າສູງຂື້ນຕໍ່ເນື່ອງ ແລະ ຄາດວ່າຈະຂື້ນສູງສຸດ. ຈົນລັດຖະບານຕ້ອງອອກມາເຕືອນປະຊາຊົນກຽມພ້ອມຮັບມືຄວາມສ່ຽງທີ່ຈະເກີດຂື້ນຈາກໄພນໍ້າຖ້ວມຄັ້ງໃຫຍ່ນີ້.

 

ຊີເອັນເອັນ CNN ລາຍງານຄາດການວ່າ ແມ່ນໍ້າແຊນຍັງຈະສູງຮອດ 5,95 ແມັດ ຈາກລະດັບນໍ້າທີ່ສູງຂື້ນ ຈາກ 5,8 ແມັດ.

ແຫລ່ງຂ່າວຕ່າງປະເທດ TRN

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...