ອີ່ຫຍັງກໍປອມ ແມ່ນແຕ່ເຂົ້າກໍຍັງປອມ

 

ສັງຄົມອອນລາຍນ໌ໄດ້ແຊຮູບພາບແລະຂໍ້ຄວາມທີ່ມີເນື້ອໃນອ້າງວ່າ ມີເຂົ້າສານປອມທີ່ປະເທດຈີນ!! ເຊິ່ງຕາມລາຍງານອ້າງວ່າມີເຂົ້າສານປອມລະບາດ ເຊິ່ງມີວາງຈຳໜ່າຍເຕັມຕະຫຼາດໃນເມືອງໄທ່ຢວນ ມົນທົນຊານຊີ ປະເທດຈີນ ໂດຍເຂົ້າສານປອມນີ້ເຮັດມາຈາກສ່ວນປະສົມຂອງມັນຝຣັ່ງກັບເມັດປະລາສະຕິກ ໂດຍການຜະລິດເຂົ້າສານປອມນັ້ນມີກຳມະວິທີຄື ຂັ້ນຕອນທຳອິດຈະເອົາມັນຝຣັ່ງມາບົດ ແລ້ວເອົາມາປະສົມກັບເຣຊິ່ນສັງເຄາະ (ຫຼືປະລາສະຕິກແຫຼວ ເມື່ອເອົາມາປະສົມສານເຮັດໃຫ້ແຂງໂຕຈະກັບໂຕແຂງ) ຕໍ່ມາກໍຈະນຳເອົາມາອັດເປັນເມັດດ້ວຍເຄື່ອງອັດເມັດໃຫ້ມີລັກສະນະທີ່ຄືກັນກັບຮູບຮ່າງຂອງເມັດເຂົ້າແທ້ໆ ເຊິ່ງເຂົ້າສານປອມດັ່ງກ່າວ ເມື່ອເອົາໄປຫຸງຈະມີລັກສະນະແຂງກວ່າເຂົ້າທຳມະດາ ຈະບໍ່ເລະຫຼືແຫຼວເມື່ອຫຸງສຸກ ເຊິ່ງບໍ່ມີປະໂຫຍດຫຼືຄຸນຄ່າທາງອາຫານ ແຕ່ທີ່ເປັນຕາຢ້ານກວ່ານັ້ນແມ່ນ ສານເຄມີ ທີ່ນຳມາໃຊ້ໃນຂະບວນການຜະລິດເຂົ້າປອມ.

ແນວໃດກໍຕາມຂ່າວນີ້ກໍຍັງເປັນພຽງຂ່າວລື ໂດຍທີ່ຍັງບໍ່ມີອົງການຈັດຕັ້ງໃດອອກມາຖະແຫຼງຢ່າງເປັນທາງການເທື່ອ