spot_img
Homeຂ່າວພາຍ​ໃນລາວ ແລະ ມຽນມາ ລົງນາມເອກະສານຮ່ວມມື 3 ສະບັບ

ລາວ ແລະ ມຽນມາ ລົງນາມເອກະສານຮ່ວມມື 3 ສະບັບ

Published on

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ອູ ຕິນ ຈໍ ປະທານາທິບໍດີ ແຫ່ງ ສສ.ມຽນມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະຄະນະໄດ້ເດີນທາງຢ້ຽມຢາມ ສສ.ມຽນມາ ຢ່າງເປັນທາງການໃນລະຫວ່າງວັນ ທີ 15-16 ມັງກອນ 2018, ຊຶ່ງເປັນການຢ້ຽມຢາມ ສສ. ມຽນມາ ຄັ້ງທໍາອິດ ພາຍຫຼັງດໍາລົງຕໍາເເໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງສອງປະເທດລາວ ແລະມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນວັນທີ 15 ມັງກອນ 2018, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະສົມກຽດທີ່ທຳນຽບປະ ທານາທິບໍດີ, ໂດຍການໃຫ້ກຽດຕ້ອນ ຮັບຂອງພະນະທ່ານ ອູ ຕິນ ຈໍ ປະທານາ ທິບໍດີແຫ່ງ ສສ.ມຽນມາ ແລະພັນລະຍາ. ພາຍຫຼັງສໍາເລັດພິທີຕ້ອນຮັບຜູ້ນຳທັງສອງຝ່າຍໄດ້ດຳເນີນການພົບປະ, ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືທີ່ດີລະຫວ່າງສອງປະເທດ ເພື່ອນບ້ານໃກ້ຄຽງໃນກຸ່ມອາຊຽນ ໃນໄລຍະຜ່ານມາ, ຊຶ່ງເຫັນໄດ້ຈາກການ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະກັນ ຢ່າງເປັນປົກກະຕິຂອງການນຳຂັ້ນສູງຂອງສອງປະເທດ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະສົມກຽດຖານ ເພື່ອນມິດສະໜິດແໜ້ນ, ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງລັດຖະບານ ແລະປະຊາຊົນ ມຽນມາ ໃນການພັດທະນາປະເທດຊາດໃຫ້ກ້າວໜ້າຍິ່ງໆຂຶ້ນ, ພ້ອມນັ້ນ ທ່ານກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວເຖິງທ່ານປະທານາທິບໍດີ ແຫ່ງ ສສ. ມຽນມາ.

ໃນໂອກາດດຽວກັນ, ທ່ານປະທານາ ທິບໍດີ ອູຕິນ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະໄດ້ຕີລາຄາສູງຕໍ່ການຢ້ຽມຢາມຢ່າງເປັນທາງ ການຢູ່ ສສ.ມຽນມາ ຂອງທ່ານທອງລຸນ ສີສຸລິດ ແລະຄະນະ ຊຶ່ງຈະເປັນການຊຸກຍູ້ສົ່ງເສີມສາຍພົວພັນ ແລະການຮ່ວມມືລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປ. ພ້ອມກັນນັ້ນ, ທ່ານ ປະທານາທິບໍດີກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງທ່ານປະທານປະເທດ ແຫ່ງ ສປປ ລາວ ແລະອວຍພອນ ໃຫ້ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະຈົ່ງໄດ້ຮັບຜົນສຳເລັດໃນການຢ້ຽມຢາມ ສສ.ມຽນມາ ຢ່າງເປັນທາງການໃນຄັ້ງນີ້.

ພາຍຫຼັງສຳເລັດການພົບປະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະທ່ານນາງ ອອງຊານ ຊູຈີ ກໍ່ໄດ້ ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານສຳຄັນ 3 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງ ກະຊວງພະລັງງານ ແລະບໍ່ແຮ່ ແຫ່ງ ສປປ ລາວ ແລະກະຊວງໄຟຟ້າ ແລະພະລັງງານ ແຫ່ງ ສສ.ມຽນມາ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະເຕັກໂນ ໂລຊີລະຫວ່າງ ກະຊວງວິທະຍາສາດ ແລະເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ (ວິທະຍາສາດ ແລະ ເຕັກໂນໂລຊີ) ແຫ່ງ ສສ. ມຽນມາ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການຕ້ານການສໍ້ລາດບັງຫຼວງ ລະຫວ່າງອົງການກວດກາລັດຖະບານ ແລະຕ້ານການສໍ້ລາດບັງຫຼວງແຫ່ງ ສປປ ລາວ ແລະຄະນະກຳມະການຕ້ານການສໍ້ລາດບັງຫຼວງແຫ່ງ ສສ. ມຽນມາ.

ໃນໂອກາດຢ້ຽມຢາມ ສສ. ມຽນມາ ຄັ້ງນີ້, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະຄະນະຈະໄປຢ້ຽມຢາມນະຄອນຢັ້ງກຸ້ງ, ເຂດເສດຖະກິດພິເສດທີລາວາ ແລະພະທາດສະເວດາກ໋ອງ.

 

ແຫລ່ງຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...