spot_img
Homeຂ່າວຕ່າງປະເທດກຳປູເຈຍ ສັ່ງທຳລາຍໄກ່ຫລາຍກວ່າ 100 ໂຕ ຫລັງພົບເຊື້ອໄວຣັສໄຂ້ຫວັດນົກລະບາດໃນຕົວເມືອງ

ກຳປູເຈຍ ສັ່ງທຳລາຍໄກ່ຫລາຍກວ່າ 100 ໂຕ ຫລັງພົບເຊື້ອໄວຣັສໄຂ້ຫວັດນົກລະບາດໃນຕົວເມືອງ

Published on

ທາງການກຳປູເຈຍ ແຈ້ງເຕືອນປະຊາຊົນໃຫ້ເຝົ້າລະວັງການແຜ່ລະບາດຂອງເຊື້ອໄວຣັສ H5N1 ຫລັງຈາກພົບເຊື້ອດັ່ງກ່າວລະບາດຢູ່ເຂດແຊນຊຸກ ໃນນະຄອນຫລວງພະນົມເປັນ.

ຮອງເລຂາທິການ ປະຈຳກະຊວງກະສິກຳປ່າໄມ້ ແລະ ການປະມົງ ຂອງປະເທດກຳປູເຈຍກ່າວວ່າ ເມື່ອອາທິດທີ່ຜ່ານມານີ້ ເຈົ້າຫນ້າທີ່ພົບເຊື້ອໄວຣັສໄຂ້ຫວັດນົກຈາກການລົງກວດໄກ່ບ້ານຈຳນວນຫນື່ງໃນຫມູ່ບ້ານຕຶກທລາ ເຮັດໃຫ້ຕ້ອງກຳຈັດໄກ່ຈຳນວນ 135 ໂຕໃນພື້ນທີ່ດັ່ງກ່າວ, ນອກຈາກນີ້ຍັງໄດ້ສີດພົ່ນຢາຂ້າເຊື້ອໂລກໃຫ້ພື້ນທີ່ໃກ້ຄຽງທີ່ມີເຊື້ອໄວຮັສໄຂ້ຫວັດນົກ ເພື່ອຄຸ້ມກັນບໍ່ໃຫ້ເຊື້ອດັ່ງກ່າວແຜ່ລະບາດອອກໄປ. ເຊື້ອໄວຣັສດັ່ງກ່າວເກີດຂື້ນທີ່ເຂດແຊນຊຸກ ຕໍ່ຈາກແຂວງກຳປົງຈາງ ແລະ ໄພຣແວງ.

ກ່ອນຫນ້ານີ້ມີຜູ້ສົງໃສຢູ່ເຂດກຳປົງຈາງວ່າອາດຈະຕິດເຊື້ອດັ່ງກ່າວແຕ່ຜົນການກວດຢືນຢັນແລ້ວວ່າບໍ່ພົບເຊື້ອດັ່ງກ່າວໃນຮ່າງກາຍ ເຖີງຢ່າງໃດກໍຕາມປະຈຸບັນຍັງບໍ່ມີຂໍ້ມູນຂອງຜູ້ຕິດເຊື້ອໄຂ້ຫວັດນົກ H5N1 ແຕ່ກໍໃຫ້ລະມັດລະວັງການແພ່ລະບາດຂອງໄວຣັສຊະນິດນີ້ ແລະ ຄວນຫລີກລ້ຽງການຮັບປະທານສັດປີກເປັນພະຍາດ ແລະ ຂໍໃຫ້ປະຊາຊົນລາຍງານທັນທີ ຫາກພົບກໍລະນີສົງໃສວ່າມີການແພ່ລະບາດຂອງເຊື້ອໄຂ້ຫວັດນົກ.

ໄວຣັສໄຂ້ຫວັດນົກ ຫລື Avian Influenza ເກີດຈາກການທີ່ໄກ່ຕິດໄວຣັສໄຂ້ຫວັດ Avian Influenza Type A ທີ່ເກີດໃນນົກເນື່ອງຈາກເປັນເຊື້ອໄວຣັສທີ່ເກີດໃນນົກ ໄກ່ບໍ່ມີພູມຄຸ້ມກັນຈື່ງປ່ວຍ ແລະ ຕາຍ, ຄົນເຮົາຈະຕິດໄຂ້ຫວັດນົກຈາກໄກ່ໂດຍການຮັບເຊື້ອຈາກການສຳພັດໄກ່ທີ່ປ່ວຍ ຫລື ລະຫວ່າງທີ່ຂ້າ ຫລື ຄົວໄກ່ ຫລື ຮັບປະທານໄກ່ທີ່ເປັນພະຍາດ ປຸງແຕ່ງບໍ່ສຸກດີ ແລະ ນອກຈາກນັ້ນຍັງສາມາດຮັບເຊື້ອໄດ້ຈາກພື້ນທີ່ປົນເປື້ອນ.

ຄົນທີ່ໄດ້ຮັບເຊື້ອພະຍາດດັ່ງກ່າວ ສ່ວນຫລາຍແມ່ນພົບເຫັນ ແລະ ເກີດ ກັບຄົນທີ່ສຳພັດໄກ່ທີ່ປ່ວຍດ້ວຍໄວຣັສຊະນິດນີ້ 60ເປີເຊັນ ແມ່ນອາດເສຍຊີວິດ.

ທັງນີ້ ໄວຣັສ H5N1 ເປັນຕົ້ນເຫດເຮັດໃຫ້ປະຊາຊົນກຳປູເຈຍເສຍຊີວິດມາແລ້ວ 4 ຄົນ ໃນປີ 2014 ແລະ ອີກ 14 ຄົນ ໃນປີ 2015.

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...