spot_img
Homeຂ່າວທ້ອງຖິ່ນ2018 ນີ້ ລັດຈະລົບລ້າງຄວາມທຸກຍາກໃຫ້ໄດ້ 4,8 ພັນຄອບຄົວ

2018 ນີ້ ລັດຈະລົບລ້າງຄວາມທຸກຍາກໃຫ້ໄດ້ 4,8 ພັນຄອບຄົວ

Published on

ຄວາມທຸກຍາກປະຊາຊົນແມ່ນບັນຫາ ຖ່ວງດຶງການພັດທະນາປະເທດຊາດໃນປີ 2018 ນີ້ ສປປ ລາວ ຈະສູ້ຊົນເຮັດໃຫ້ອັດຕາຄອບຄົວທຸກຍາກຫຼຸດລົງອີກ 4.833 ຄອບຄົວ ຈາກ 70.972 ຄອບຄົວ ໃນປະຈຸບັນໃຫ້ຍັງເຫຼືອ 66.139 ຄອບຄົວ ແລະສູ້ຊົນລົບລ້າງບ້ານທຸກຍາກໃຫ້ໄດ້ 220 ບ້ານຈາກ 1.511 ບ້ານ

ໃຫ້ຍັງເຫຼືອ 1.291 ບ້ານ, ໂດຍຈະສືບຕໍ່ນຳເອົາແນວ ທາງນະໂຍບາຍ ແລະມະຕິຄຳສັ່ງຂອງພັກ-ລັດ ລົງສູ່ຮາກຖານ ເພື່ອສຸມວຽກງານການສ້າງ ບ້ານເປັນຫົວໜ່ວຍພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍໄປຄຽງຄູ່ກັບວຽກງານ 3 ສ້າງ ພ້ອມປຸກລະດົມປະຊາຊົນໃຫ້ມີຄວາມກະຕືລືລົ້ນປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່​ໃຫ້ດີຂຶ້ນເທື່ອລະກ້າວ.

ອີງຕາມຮ່າງບົດລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 2018 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານພັດທະນາຊົນ ນະບົດ ແລະລົບລ້າງຄອບຄົວທຸກຍາກຕິດພັນ ກັບວຽກງານ 3 ສ້າງ, ລັດຖະບານລາວໄດ້ສືບຕໍ່ພັດທະນາສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊົນໃຫ້ເຂົ້າສູ່ ລວງເລິກກວ່າເກົ່າ, ຄຽງຄູ່ກັນນັ້ນ ກໍຕັ້ງໜ້າຄົ້ນຄວ້າສ້າງໂຄງການ ແລະກິດຈະການຕ່າງໆ ຢ່າງເໝາະສົມ ແລະສອດຄ່ອງກັບສະພາບຕົວ ຈິງ ເພື່ອປັບປຸງ ແລະຍົກລະດັບຄຸນນະພາບການສຶກສາ, ສາທາລະນະສຸກຢູ່ເຂດຊົນນະບົດ ແລະຫ່າງໄກສອກຫຼີກ ໂດຍສຸມທຶນຮອນເຂົ້າໃນ ການປັບປຸງ ແລະກໍ່ສ້າງ

ພື້ນຖານໂຄງລ່າງຊົນນະບົດຂະໜາດນ້ອຍ ເປັນຕົ້ນແມ່ນໄຟຟ້າ, ຖະໜົນຫົນ ທາງ, ນໍ້າປະປາ, ຊົນລະປະທານ, ໂຮງ ຮຽນ, ໂຮງໝໍ, ສຸກສາລາ ແລະອຸປະ ກອນການສຶກສາ, ພ້ອມທັງຍົກລະດັບການສິດສອນຂອງຄູ ໃຫ້ມີຄຸນນະພາບ ສູງຂຶ້ນ ແລະທົ່ວເຖິງ ເພື່ອສ້າງເງື່ອນໄຂ ໃນການເພີ່ມລາຍໄດ້ໃນເຂດຊົນນະບົດ ເພີ່ມຂຶ້ນເທື່ອລະກ້າວ ທັງນີ້ ກໍເພື່ອຍົກ ລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ແລະເຮັດໃຫ້ອັດຕາຄວາມທຸກ ຍາກຂອງປະຊາຊົນຫຼຸດລົງເລື້ອຍໆ.

 

ແຫລ່ງຂາ່ວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...