ຕອນທີ 13 ວິທີຂອງໂທດຂອງເປັດໂງ່ມາລີ
ພາບຄວາມອັບອາຍໃນຄັ້ງນີ້ໄດ້ຕາມໄປຫຼອກຫຼອນໂທນີເຖິງໃນຄວາມຝັນ ຄືນນີ້ໂທນີຕ້ອງຕື່ນຂຶ້ນກາງເດິກແລ້ວນອນບໍ່ຫຼັບພໍຈະມາຫຼັບອີກຄັ້ງກໍ່ເກືອບແຈ້ງ ເຮັດໃຫ້ລາວຕື່ນສວາຍໄປໂຮງຮຽນຊ້າ ກໍ່ເລີຍເປັນສາເຫດເຮັດໃຫ້ໂທນີຖືກລົງບັນນັກຮຽນມາສວາຍປະຈຳວັນທີ່ປ້ອນຍາມໜ້າໂຮງຮຽນ ນີ້ກໍ່ເປັນຄັ້ງທຳອິດທີ່ເກີດຂຶ້ນກັບໂທນີວັນທຳອິດຂອງການມາໂຮງຮຽນຊ້າຈົນເຖິງຂັ້ນຖືກຈົດຊື່ ການທີ່ໂທນີເຂົ້າຫ້ອງຊ້າກໍ່ເຮັດໃຫ້ໂທນີຖືກລົງໂທດໂດຍການແລ່ນອ້ອມຫຼັກເສົາທຸງສິບຮອບກ່ອນເຂົ້າຫ້ອງ ເຊິ່ງມັນໄດ້ສ້່າງຄວາມຮືຮາແປກໃຈໃຫ້ກັບຄົນທັງໂຮງຮຽນບໍ່ວ່າຈະເປັນຄູ ຫຼື ເພື່ອນນັກຮຽນນຳກັນ ຂ່າວທີ່ໂທນີຂຽນຄຳຂວັນຜິດ ແລະ ຂ່າວທີ່ໂທນີມາສວາຍຈົນຖືກລົງໂທດດັງໄປທົ່ວໂຮງຮຽນ
ສຸພາພອນນັ່ງເວົ້າເບົາໆຄົນດຽວໃນຫ້ອງ: ໂທນີຂ້ອຍບໍ່ຄິດເລີຍວ່າຈະມີເລື່ອງແບບນີ້ຄືຄົນອື່ນ
ສອນໄຊກັບໂທນີໄດ້ໄປນັ່ງຫຼິ້ນນຳກັນຫຼັງພັກເລີກຫຼິ້ນທີ່ເດີ່ນໂຮງຮຽນ
ສອນໄຊເວົ້າໄປຂຳໄປ: ເຮົາບໍ່ເຄີຍຄິດເລີຍວ່າສຸດຫຼໍ່ຂັ້ນເທບຂອງໂຮງຮຽນໄປຢູ່ຫ້ອງ 6/3 ພຽງ 1 ອາທິດ ຈະສ້າງວິລະກຳໄວ້ທັງສອງເລື່ອງໃນເວລາຕິດໆກັນ
ໂທນີແກວ່ງຫົວ: ຄິດມາແລ້ວມັນກໍ່ຕະລົກດີ! ແຕ່ເປັນແບບນີ້ກໍ່ດີເຮັດໃຫ້ຊີວິດມີສີສັນດີ
ສອນໄຊ: ແບບນີ້ຫວະດີ! ຕອບແບບພິລຶກຄົນ
ໃນຂະນະທີ່ໂທນີກັບສອນໄຊກຳລັງລົມກັນ ແນມໄປທີ່ກາງເດີ່ນໂຮງຮຽນກໍ່ເຫັນມາລີກັບເກສອນຍ່າງຜ່ານ ແລະ ມີມັງກອນຍ່າງຂ້າງໆມາລີເກາະຕິດດັ່ງເງົາ
ສອນໄຊ: ໂຕເບິ່ງໝໍນັ້ນແມະ! ຕັ້ງແຕ່ໃດມາລ່ະເຮັດຍ່າງເກາະຕິດສອງສາວນັ້ນບໍ່ເຄີຍຫ່າງ! ໄດ້ຂ່າວວ່າທ້າວ ມັງກອນແອບມັກມາລີມາຕັ້ງແຕ່ຢູ່ ມ4 ຈົນເຖິງຕອນນີ້ຍັງບໍ່ໄດ້ສາລະພາບຮັກກັບມາລີເລີຍ! ນັບຖືຄວາມອົດທົນຂອງລາວແທ້ໆ ຖ້າແມ່ນເຮົາຄົງບໍ່ປ່ອຍເວລາໃຫ້ດົນປານນັ້ນ
ໂທນີ: ໜ້າລຳຄານທີ່ສຸດ
ສອນໄຊແນມເບິ່ງໜ້າໂທນີ: ໂຕວ່າໜ້າລຳຄານ! ອື້ກະແມ່ນ ຖ້າເຮົາເປັນຜູ້ຍິງຄົນນັ້ນຄົງດ່າໄປດົນແລ້ວ
ໂທນີເບິ່ງມັງກອນຍ່າງເກາະແກະຂ້າງໆມາລີທັງຈັບແຂນລູບຫົວດ້ວຍສີໜ້າຄິ້ວຍູ້ງແລ້ວຢູ່ດີໆຈອກນຳແປັບຊີທີ່ຢູ່ໃນມືກໍ່ຖືກປີບແຕກແບບບໍ່ຮູ້ສຶກຕົວ ຈົນສອນໄຊແນມເບິ່ງໜ້າໂທນີດ້ວຍຄວາມຕົກໃຈ
ສອນໄຊ: ໂທນີເຈົ້າບີບຈອກນ້ຳເຮັດຫຍັງ
ໂທນີ: ບໍ່ມີຫຍັງພຽງຄັນມື!
ຄຳຕອບຂອງໂທນີເຮັດໃຫ້ສອນໄຊໄດ້ຍິນແລ້ວຈົນແກວ່ງຫົວ
ທີ່ຫ້ອງຮຽນຊົ່ວໂມງນີ້ຄູສອນວິຊາພາສາລາວມີວຽກດ່ວນກໍ່ເລີຍເອົາບົດຮຽນມາໃຫ້ ໂທນີຜູ້ເປັນຄະນະຫ້ອງອ່ານບົດຮຽນໃຫ້ເພື່ອນໆໃນຫ້ອງຈົດ ເຊິ່ງເພື່ອນໆຄົນອື່ນກໍ່ໃຫ້ການຮ່ວມມືເປັນຢ່າງດີ ຍົກເວັ້ນມັງກອນທີ່ກໍ່ກວນຊວນເພື່ອນໃນຫ້ອງລົມຈົນເຮັດໃຫ້ເກີດສຽງດັງລົບກວນຄົນອື່ນ ໂທນີຂົ່ມໃຈບອກໄປຕາມມາລະຍາດ
ໂທນີ: ມັງກອນ! ຢ່າຊວນໝູ່ລົມມັນລົບກວນສະມາທິຂອງເພື່ອນນັກຮຽນຄົນອື່ນ
ມັງກອນ: ມີໜ້າທີ່ອ່ານກໍ່ອ່ານຕໍ່ໄປ
ແຕ່ເພື່ອນນັກຮຽນກໍ່ຮູ້ສຶກລຳຄານມັງກອນ ເພື່ອນໃນຫ້ອງທີ່ຕັ້ງໃຈຈົດບົດຮຽນຕ່າງພາກັນຫັນມາແນມເບິ່ງໜ້າມັງກອນຄົນດຽວ ຈົນມັງກອນຮູ້ສຶກອາຍ ແລະ ສະຫງົບປາກສະຫງົບຄຳນັ່ງຈົດບົດຮຽນແບບມິດງຽບຄືຄົນອື່ນໆ
ຫຼັງເລີກຮຽນໂທນີໄດ້ເອົາປື້ມບົດຮຽນທີ່ອ່ານແລ້ວໄປສົ່ງຄູ່ທີ່ຫ້ອງການ ຂາກັບມາລີໄດ້ໄປຢືນດັກເພື່ອຂໍລົມນຳ ແຕ່ໂທນີພະຍາຍາມຫຼີກລ້ຽງ ແຕ່ມາລີກໍ່ຍັງຍ່າງລັດຊ້າຍລັດຂວາ
ໂທນີ: ມີຫຍັງເວົ້າມາ
ມາລີ: ຢາກຂໍໂທດ ແຕ່ເວົ້າຢູ່ບ່ອນນີ້ຄືສິບໍ່ເໝາະສົມເຮົາໄປຫາບ່ອນນັ່ງລົມກັນດີບໍ່
ໂທນີ: ຢ່າເຮັດໃຫ້ເລື່ອງມັນຫຍຸ້ງຍາກ! ເຈົ້າກໍ່ເວົ້າຂໍໂທດຂ້ອຍແລ້ວເທົ່ານີ້ພໍເນາະ
ມາລີຂຽນໜັງສືໃສ່ເຈ້ຍໂນ໊ດເຫຼືອງແລ້ວຍື່ນໃຫ້ໂທນີແລ້ວແລ່ນຈາກໄປ ໃນເຈ້ຍຂຽນຂໍ້ຄວາມວ່າ: “ຕອນຄ່ຳມາຫາຂ້ອຍທີ່ເຮືອນ” ໂທນີອ່ານຂໍ້ຄວາມໃນຈົດໝາຍແລ້ວພັບເຈ້ຍນັ່ນຍັດໃສ່ຖົງເສື້ອພ້ອມກັບຮອຍຍິ້ມທີ່ລະມຸນ
ຕອນຄ່ຳຫລັງຈາກກິນເຂົ້າແລງແລ້ວ ໂທນີກໍ່ມາຫາມາລີທີ່ເຮືອນຕາມຂໍ້ຄວາມໃນເຈ້ຍເຫຼືອງ ໂທນີໄດ້ຍ່າງໄປຫາມາລີທີ່ສວນດອກໄມ້ຫຼັງບ້ານ ໃນສວນລາວໄດ້ເຫັນໂຖດອກກຸຫຼາບສີແດງຂອງລາວຖືກວາງໄວ້ບ່ອນຈຸດທີ່ເຫັນຊັດ ໂທນີຍ່າງໄປລູບດອກກຸຫຼາບໂຖນັ້ນພ້ອມເວົ້າວ່າ : “ຄິດວ່າຕາຍໄປແລ້ວ”
ມາລີຮູ້ວ່າໂທນີມາຖ້າເພາະແມ່ຂອງນາງບອກ ມາລີຍ່າງມາພ້ອມຖາດຂະໜົມເຄັກສະຕໍເບີຣີ ເປັນຂະໜົມເຄັກທີ່ນາງຫັດເຮັດເພື່ອເປັນການຂໍໂທດ ມາລີນຳຖາດຂະໜົມເຄັກໄປວາງໄວ້ເທິງໂຕະຫີນນັ່ງຫຼິ້ນກ່ອນຈະເອີ້ນໂທນີມາກິນ
ມາລີ: ໂທນີມາກິນຂະໜົມເຄັກ
ໂທນີເຫັນຂະໜົມເຄັກໜ້າຕາບໍ່ງາມງາມປານໃດເລີຍຖາມຂຶ້ນດ້ວຍຄວາມບໍ່ຮູ້
ໂທນີ: ຕາມທາງຍ່າງສະດຸດຂຸມມາຫວະໜ້າຂະໜົມເຄັກຈິ່ງຢັບເຢີນຂະໜາດນີ້
ມາລີ: ບ້າ! ສະດົ້ງສະດຸດອີຫຍັງ ຂ້ອຍນິແຫຼະເປັນຄົນຈັດແຕ່ງເອງ
ໂທນີເຖິງກັບເຮັດໜ້າແບບ..: ອໍ້! ບໍ່ແປກໃຈລ່ະທີ່ໜ້າຕາຂະໜົມເຄັກອອກມາເປັນແບບນີ້
ມາລີ: ຢ່າປະໝາດກັນໃດ໋! ນີ້ເປັນການຫັດເຮັດຄັ້ງທຳອິດເຖິງໜ້າຕາບໍ່ໄດ້ເລື່ອງແຕ່ຣົດຊາດນີ້ສຸດຍອດ
ໂທນີເລີ່ມຢ້ານເພາະລາວຍັງຈື່ຣົດຊາດຂອງຄຸກກີ້ໄດ້: ກິນລົງໄປສິບໍ່ຕາຍບໍ່ນໍ້! ຂ້ອຍບໍ່ກິນໄດ້ບໍ່
ມາລີ: ບໍ່ໄດ້! ນີ້ເປັນຂະໜົມເຄັກທີ່ຂ້ອຍເຮັດຂຶ້ນມາເພື່ອຂໍໂທດເພິ່ນໂດຍສະເພາະ
ໂທນີ: ຊັ້ນຂ້ອຍຍົກໂທດໃຫ້ດຽວນີ້ແຫຼະ! ຂ້ອຍຍົກໂທດໃຫ້ແລ້ວບໍ່ກິນກະໄດ້ຕີ້
ມາລີ: ບໍ່ໄດ້! ຖ້າເຈົ້າບໍ່ກິນຂ້ອຍບໍ່ສະບາຍໃຈ! ລອງກິນຈັກຄຳໜຶ່ງກໍ່ຍັງດີ ຄົນອຸສ່າຕັ້ງໃຈເຮັດມາໃຫ້
ໂທນີ: ຊັ້ນຕັດມາໃຫ້ເຂົາປ່ຽງນ້ອຍຍຍຍຍ ກໍ່ພໍເດີ້
ໂທນີຈຳໃຈກິນຂະໜົມເຄັກຂອງມາລີ ຄຳທຳອິດພໍຢາກຄາຍອອກຈາກປາກຄືນ ແຕ່ຢ້າມາລີຮູ້ສຶກບໍ່ດີຈິ່ງຝືນໃຈກີນມັນລົງໄປແລ້ວຟ້າວດື່ມນ້ຳລ່ອງລົງ ເພາະຂະໜົມໄຂ່ທັງແຂງແລ້ວຍັງເຂັມຈັດອີກດ້ວຍ
ມາລີຖາມດ້ວຍຮອຍຍິ້ມ: ເປັນຈັ່ງໃດແຊັບບໍ່
ໂທນີບໍ່ປາກແຕ່ຍົກໂປ້ແທນ ມາລີເລີຍລອງກິນເບິ່ງ ພໍຄຳທຳອິດເທົ່ານັ້ນກໍ່ຕ້ອງໄດ້ຄາຍອອກຈາກປາກທັນທີ
ມາລີ: ຣົດຊາດຫ່ວຍແຕກທີ່ສຸດເລີຍ! ເຮົາຢ່າກິນມັນຕໍ່ອີກເລີຍຢ້ານເປັນໂຣກໄຕ
ໂທນີງຶກຫົວຕອບເບົາໆ
ເມື່ອທັງຄູ່ຢຸດກິນຂະໜົມເຄັກກໍ່ປ່ຽນມາເປັນນັ່ງລົມກັນແທນ
ມາລີ: ໂທນີເລື່ອງວັນນັ້ນເຂົາຂໍໂທດຫຼາຍໆເດີ້ ເຂົາຮູ້ສຶກບໍ່ດີເລີຍທີ່ເຮັດໃຫ້ເພິ່ນຂາຍໜ້າ
ໂທນີ: ມັນສົມຄວນແລ້ວທີ່ເພິ່ນຕ້ອງຮູ້ສຶກຜິດຕໍ່ເຂົາ
ມາລີ: ແລ້ວເຂົາຕ້ອງໄຖ່ໂທດແນວໃດດີ
ໂທນີ: ງ່າຍຫຼາຍ ຄືໃຫ້ເພິ່ນຢູ່ເສີຍໆ ຢ່າມາຍຸ້ງກັບວຽກຂອງເຂົາອີກ
ມາລີ: ແຕ່ເຂົາຢາກຊ່ວຍ
ໂທນີ: ຊ່ວຍຢູ່ເສີຍໆ ຍິ້ມຂ້າງໆກໍ່ພໍ
ມາລີ: ຫ່ະ! ກີ້ນີ້ວ່າຫຍັງເກາະ ໃຫ້ເຂົາຍິ້ມຂ້າງເພິ່ນຫວະ! ໄດ້ຫວະ
ໂທນີເຂີນຫູແດງ: ຢ່າຫຼົງດີໃຈຄວາມໝາຍຂອງຂ້ອຍຄືໃຫ້ເຈົ້າຢູ່ເສີຍໆຫັ້ນນ່າ
ທັງສອງຄົນໄດ້ນັ່ງລົມກັນຈົເດິກດື່ນໂທນີຈິ່ງກັບເຮືອນ ສະຫຼຸບເລື່ອງທີ່ເກີດຂຶ້ນນັ້ນ ໂທນີບໍ່ໄດ້ໂທດ ແລະ ບໍ່ໄດ້ຄຽດໃຫ້ມາລີຕັ້ງແຕ່ຕົນແລ້ວ ແຕ່ເຂົາພັດເບິ່ງວ່າເລື່ອງພວກນັ້ນມັນເປັນສ່ວນໜຶ່ງທີ່ມາສ້າງສີສັນໃຫ້ຊີວິດຂອງລາວຖືວ່າເປັນເລື່ອງດີ