ຕອນທີ 12 ເປີດໂຮງຮຽນໃໝ່ ກັບວັນທີ່ໜ້າອາຍ
ວັນເປີດໂຮງຮຽນໃໝ່ບັນຍາກາດເພື່ອນພົບໜ້າກັນກັບມາອີກຄັ້ງ ທີ່ຫ້ອງ 6/3 ຕ້ອງແປກໃຈເມື່ອມີໜຸ່ມສຸດຮ໊ອດຢ່າງ ໂທນີ ມາຮ່ວມຮຽນໃນຫ້ອງ ສາວໆໃນຫ້ອງຕ່າງຊື່ນໃຈໄປຕາມໆກັນ ແຕ່ສັງເກດເຫັນມີຄົນໜຶ່ງທີ່ຫງຸດງິດໃຈຢ່າງແຮງນັ້ນກໍ່ຄືມັງກອນຄູ່ປັບກັນມາແຕ່ຊັ້ນ ມ5
ສາວໆໃນຫ້ອງຕ່າງກໍ່ມາແນະນຳຕົວໃຫ້ໂທນີໄດ້ຮູ້ຈັກ ໂທນີມີສາວໆຫຼາຍຄົນມັກ ແນ່ນອນພວກຜູ້ຊາຍໃນຫ້ອງບາງຄົນກໍ່ອາດຮູ້ສຶກບໍ່ພໍໃຈໃຫ້ໂທນີເທົ່າໃດ ແຕ່ກໍ່ເຮັດຫຍັງບໍ່ໄດ້ນອກຈາກໄດ້ແຕ່ພາກັນນັ່ງເບິ່ງ ແລະ ເວົ້າເລັກໆນ້ອຍໆ
ມາລີເມື່ອເຫັນສາວໆໃນຫ້ອງມາຫຸ້ມໂທນີກໍ່ຮູ້ສຶກບໍ່ພໍໃຈແຕ່ຕ້ອງເກັບກົດອາລົມເອົາໄວ້ ສ່ວນໂທນີ ກໍ່ຮູ້ສຶກອຶດອັດໃຈບໍ່ໜ້ອຍພາຍໃຕ້ບຸກຄະລິກນິ້ງເຢັນຊາຂອງເຂົາ
ທີ່ຫ້ອງ 6/1 ບັນຍາກາດອຶມຄຶມ ເພື່ອນໃນຫ້ອງຕ່າງກໍ່ຕົກໃຈເລື່ອງທີ່ໂທນີໄປຢູ່ຫ້ອງ 6/3 ສອນໄຊກໍ່ງົງກັບເລື່ອງນີ້ແຕ່ກໍ່ແກ້ໄຂຫຍັງບໍ່ໄດ້ ເມື່ອຕອນເລີກຫຼິ້ນ ສອນໄຊ ຈິ່ງໄດ້ໄປຫາໂທນີ ທີ່ຫ້ອງ 6/3
ສອນໄຊ: ໂທນີ ອອກໄປລົມກັບເຮົາທີ່ນອກຫ້ອງແນ່
ໂທນີຍ່າງນຳສອນໄຊອອກໄປນອກຫ້ອງ ມາລີແນມເບິ່ງດ້ວຍຄວາມສົນໃຈ ມາລີວ່າຈະຍ່າງນຳໂທນີອອກໄປແຕ່ກໍ່ຖືກເກສອນຂວາງໄວ້ກ່ອນ ມັງກອນວັນນີ້ເຮັດໜ້າບຶ້ງຕຶງໃຫ້ມາລີ ເພາະເລື່ອງວັນກ່ອນທີ່ຮ້ານຕຳສົ້ມ ແຕ່ພໍມາລີໄປເວົ້າດີນຳສອງສາມຄຳເທົ່ານັ້ນ ມັງກອນກໍ່ໃຈອ່ອນຍອມຍົກໂທດໃຫ້ມາລີງ່າຍໆ ຍ້ອນມັງກອນຮັກມາລີຫຼາຍຈົນບໍ່ສາມາດຄຽດໃຫ້ມາລີໄດ້ດົນ
ສອນໄຊກັບໂທນີຍ່າງຫຼິ້ນຢູ່ເດີນໂຮງຮຽນ ແລະ ລົມກັນໄປພ້ອມ
ສອນໄຊ: ເຮົາບໍ່ເຊື່ອວ່າການທີ່ເພິ່ນໄປຢູ່ຫ້ອງ 6/3 ມັນຈະເກີດຂຶ້ນຍ້ອນຜົນຄະແນນຂອງເພິ່ນຕົກອັນດັບ ເພາະມັນບໍ່ມີທາງເປັນໄປໄດ້ເດັດຂາດ
ໂທນີ: ແລ້ວເພິ່ນຄິດວ່າແນວໃດ
ສອນໄຊ: ຕາມທີ່ຂ້ອຍຄິດແມ່ນເພິ່ນເອງນັ້ນແຫຼະທີ່ເປັນຄົນໄປຂໍຍ້າຍເອງ
ໂທນີ: ຖືກ!
ສອນໄຊ: ເພິ່ນເຮັດແບບນັ້ນໄປເພື່ອຫຍັງ
ໂທນີ: ຂ້ອຍມີເຫດຜົນສ່ວນຕົວທີ່ບໍ່ສາມາດເວົ້າໃຫ້ເພິ່ນຟັງໄດ້
ສອນໄຊ: ແຕ່ວ່າເຂົາໃດ໋ນິ
ໂທນີ: ໃຜກໍ່ບອກບໍ່ໄດ້! ຢ່າຖາມຂ້ອຍອີກເລີຍເພາະຈັ່ງໃດຂ້ອຍກໍ່ບໍ່ມີທາງບອກເຫດຜົນທີ່ແທ້ຈິງໃຫ້ເຈົ້າຮູ້ໄດ້
ສອນໄຊ: ໂອເຄ! ເຖິງບໍ່ໄດ້ຢູ່ຫ້ອງດຽວກັນ ແຕ່ມື້ແລງຢ່າລືມລວມທີມເຮັດພາລະກິດເດິ
ໂທນີ: 20:00 ໂມງເຈິກັນ
ສອນໄຊ: ຕາມນັ້ນ
ໃນຂະນະທີ່ສອງໜຸ່ມກຳລັງລົມກັນຢູ່ນັ້ນ ສຸພາພອນກໍ່ຍ່າງເຂົ້າມາຫາໂທນີ ກັບ ສອນໄຊ
ສຸພາພອນ: ສອນໄຊເຂົາຂໍລົມກັບໂທນີແບບສອງຕໍ່ສອງ
ສອນໄຊເບິ່ງໜ້າໂທນີ
ໂທນີ: ມີຫຍັງສຸພາພອນ
ສຸພາພອນເບິ່ງໜ້າສອນໄຊແບບ..
ສອນໄຊ: ໂອເຄ! ມີຫຍັງກໍ່ລົມກັນຕາມສະບາຍເດິ (ແລ້ວສອນໄຊກໍ່ຍ່າງຈາກໄປ)
ໂທນີ: ມີຫຍັງສຸພາພອນ
ສຸພາພອນ: ຂ້ອຍໄປຖາມອາຈານເກດແກ້ວວ່າເພິ່ນເອງເປັນຝ່າຍຂໍຍ້າຍຫ້ອງ! ເປັນຫຍັງສິຍ້າຍຫ້ອງຄືບໍ່ບອກກັນແນ່ຂ້ອຍຈິ່ງສິໄດ້ຊ່ວຍເຕືອນສະຕິເຈົ້າໄວ້ທັນ
ໂທນີຕອບກັບແບບສີໜ້ານຳສຽງເຢັນຊາ: ຂ້ອຍບໍ່ຈຳເປັນຕ້ອງບອກໃຫ້ເຈົ້າຮູ້ ເພາະເຮົາບໍ່ໄດ້ເປັນຫຍັງກັນ! ມີເທົ່ານີ້ແມ່ນບໍ່ເລື່ອງທີ່ເຈົ້າຢາກເວົ້າກັບຂ້ອຍ
ສຽງກິ່ງດັ່ງຂຶ້ນ ໂທນີກໍ່ຍ່າງຫັນຫຼັງໄປຈາກສຸພາພອນທັນເພື່ອມຸ່ງໜ້າໄປເຂົ້າຫ້ອງຮຽນ ສ່ວນສຸພາພອນເຖິງກັບອຶ້ງກັບຄຳເວົ້າຂອງໂທນີ ນາງຍ່າງກັບມາທີ່ຫ້ອງດ້ວຍສະພາບຊຶມເສົ້າ
ທີ່ຫ້ອງ 6/3 ຍ້ອນໂທນີເປັນຄົນສູງຈິ່ງໄດ້ໄປນັ່ງແຈຫຼັງສຸດ ເພາະຖ້ານັ່ງໜ້າຢ້ານບັງເພື່ອນນັກຮຽນຄົນອື່ນໆ ສ່ວນມາລີກັບເກສອນແມ່ນນັ່ງນຳກັນຄືເກົ່າໃນໂຕະທີສາມ ແລະ ມັງກອນກໍ່ນັ່ງຖັດລົງມາໂຕະທີສີ່ ນັ່ງເຊິ່ງຫຼັງມາລີບໍ່ໜີຫ່າງ ພວກເຂົາທັງ 4 ຄົນນັ່ງໃນແຖວດຽວກັນ ໂທນີມັກແອບແນມເບິ່ງມາລີຢູ່ເລື່ອຍໆ ໂດຍບໍ່ໃຫ້ຄົນອື່ນສັງເກດ ຫຼື ຈັບຈຸດໄດ້ ມາລີກໍ່ມັກຫັນໄປທາງຫຼັງເພື່ອແນມເບິ່ງໂທນີຢູ່ເລື່ອຍໆ ແຕ່ກໍ່ຖືກຂັດໄວ້ເພາະມັງກອນເອົາໜ້າຂອງເຂົາມາບັງໄວ້ທຸກຄັ້ງຈົນບາງເທື່ອກໍ່ເຮັດໃຫ້ມາລີຮູ້ສຶກລຳຄານມັງກອນຢ່າງບອກບໍ່ຖືກ
ມາລີກັບໂທນີກໍ່ຂັບລົດຈັກເມືອພ້ອມກັນຕາມປົກກະຕິເມື່ອຮອດປະຕູຮົ້ວມາລີໄດ້ຮ້ອງໃສ່ໂທນີ
ມາລີ: ໂທນີ! ມື້ແລງເຂົາສິໄປຫຼິ້ນນຳເດີ້
ໂທນີ: ມື້ແລງບໍ່ຫວ່າງຄາຫຼິ້ນເກມກັບສອນໄຊ
ມາລີເລີຍກິນແຫ້ວເມື່ອໄດ້ຍິນໂທນີຕອບກັບມາແບບນັ້ນ
20:00 ໂມງ ທີ່ຫ້ອງນອນເຖິງເວລານັດສອນໄຊກັບໂທນີກໍ່ເຂົ້າຄອມຫຼິ້ນເກມອອນລາຍ ຄືນນີ້ນັດລວມຕົວເຮັດພາລະກິດບຸກດ່ານຢ່າງເມົາມັນ ເພື່ອເຮັດພາລະກິດໃຫ້ສຳເລັດພວກເຂົາຕ້ອງສາມັກຄີກັນຢ່າງເຕັມທີ່ ແລະ ໃນທີ່ສຸດກໍ່ສາມາດຝ່າດ່ານໄປໄດ້
ໂທນີ ກັບ ສອນໄຊດີໃຈ: Yet!
ເຊົ້າວັນຕໍ່ມາທີ່ໂຮງຮຽນ ວັນນີ້ຄູປະຈຳຫ້ອງພານັກຮຽນທຸກຄົນເລືອກຄະນະຫ້ອງ ແລະ ຜົນທີອອກມາ ໂທນີເປັນຄະນະຫ້ອງ, ມັງກອນເປັນຮອງ 1 ແລະ ອັກສອນ (ນັກຮຽນຍິງໃນຫ້ອງ) ເປັນຮອງຜູ້ທີ 2 ເປັນຄະນະຫ້ອງມືທຳອິດກໍ່ມີວຽກໃຫ້ເຮັດແລ້ວ ເພາະໂທນີເປັນຄົນຂຽນໜັງສືງາມກໍ່ເລີຍຖືຮັບໜ້າທີ່ຂຽນຄຳຂວັນຕິດຫ້ອງ, ສ່ວນມັງກອນກໍ່ໄດ້ຮັບໜ້າທີ່ແຕ້ມໂຄງຮ່າງການຈັດຕັ້ງຫ້ອງ ແລະ ນາງ ອັກສອນກໍ່ຮັບຜິດຊອບເກັບເງິນຄັງຫ້ອງຊື້ອຸປະກອນອານະໄມຫ້ອງ
ທີເຮືອນຂອງໂທນີ ເມື່ອວັນນີ້ໂທນີມີງານຈາກໂຮງຮຽນມາເຮັດມາລີເລີຍມາຫາ ເພື່ອຈະມາຊ່ວຍ
ແມ່ເມສາອອກໄປເປີດປະຕູຮົ້ວໃຫ້ມາລີ
ແມ່ເມສາ: ຄິດວ່າໃຜມາກົດກິ່ງ ທີ່ແທ້ກໍ່ແມ່ນມາລີນີ້ເອງ ມາຫາໂທນີຫວະ! ມາມາ ອ້າຍເຮັດວຽກຢູ່ໃນຫ້ອງໜັງສື
ມາລີ: ລົບກວນແມ່ເມສາແລ້ວ ຂ້ອຍວ່າຈະມາຊ່ວຍໂທນີເຮັດວຽກຫ້ອງຊັ້ນດອກ
ແມ່ເມສາ: ດີເລີຍ! ອ້າຍຈະໄດ້ເຮັດແລ້ວໄວໆ! ຊ່ວຍໆກັນ
ແມ່ເມສາພາມາລີໄປຫາໂທນີທີ່ຫ້ອງ ແມ່ເມສາເປີດປະຕູ
ແມ່ເມສາ: ໂທນີ! ມາລີມາຊ່ວຍລູກເຮັດວຽກຂອງຫ້ອງ
ໂທນີແນມເບິ່ງມາລີ: ມາຊ່ວຍ ຫຼື ມາຫຍຸ້ງນໍ້
ມາລີ: ຄົນອຸຊ່າມີນ້ຳໃຈມາຊ່ວຍຍັງບໍ່ເຫັນຄວາມຕັ້ງໃຈອີກ
ແມ່ເມສາ: ປົກກະຕິອ້າຍບໍ່ປາກເສຍແບບນີ້ໃດ໋! ອ້າຍຄົງເວົ້າຢອກເຈົ້າເທົ່ານັ້ນແຫຼະ
ມາລີ: ໂທນີລາວປາກເສຍແຕ່ກັບຂ້ອຍຄົນດຽວເທົ່ານັ້ນ
ໂທນີ: ສິມາຊ່ວຍກະຟ້າວເຂົ້າມາ ມົວແຕ່ຢືນຝ໋ອຍຢູ່ຫັ້ນລ່ະ
ແມ່ເມສາ: ຊັ້ນພວກລູກພາກັນຕັ້ງໃຈເຮັດຊ່ວຍກັນໃຫ້ແລ້ວໄວ! ດຽວແມ່ຈະໄດ້ຫາຂອງຫວ່າງມາໄວ້ໃຫ້ກິນເດີ້! ໄປລ່ະບໍ່ລົບກວນລ່ະ ຕາມສະບາຍເດີ້
ມາລີຍ່າງເຂົ້າໄປສຳຫຼວດເບິ່ງຄຳຂວັນບາງແຜ່ນທີ່ໂທນີເຮັດແລ້ວໆ ພ້ອມຊື່ນຊົມ
ມາລີ: ວ້າວວວວ! ລາຍມືເພິ່ນນີ້ງາມແທ້ໆ
ໂທນີ: ຈະມາຊ່ວຍ ຫຼື ມາຊົມ
ມາລີ: ແນ່ນອນວ່າມາຊ່ວຍ
ໂທນີ: ຊັ້ນເອົາຄຳຂວັນທີ່ຂ້ອຍຂຽນແລ້ວຕິດສະກັອດຕໍ່ກັນໃຫ້ເປັນແຜ່ນຍາວໆໃຫ້ແນ່
ມາລີດີໃຈທີ່ໄດ້ຊ່ວຍໂທນີເຮັດວຽກ ທັງຕໍ່ຄຳຂວັນໄປທັງຈ້ອງເບິ່ງໂທນີດ້ວຍຄວາມສະເໜ່ຫາ ມາລີຕາມົວແຕ່ເບິ່ງໜ້າໂທນີຈົນບໍ່ໄດ້ເບິ່ງຄຳຂວັນດັ່ງນັ້ນຈິ່ງບໍ່ໄດ້ສັງເກດວ່າຄຳທີ່ເອົາມາຕໍ່ກັນນັ້ນມັນຖືກຫຼືຜິດ
ທີ່ໂຮງຮຽນໃນລະຫວ່າງທີ່ເອົາຄຳຂວັນຂຶ້ນຕິດທີ່ຝາຫ້ອງ ເມື່ອຕິດແລ້ວ ໂທນີກັບຄົນອື່ນໆໃນຫ້ອງພາກັນອ່ານ ຄຳຂວັນຂອງໂທນີນັ້ນໄດ້ສ້າງສຽງຫົວໃຫ້ກັບເພື່ອນໆໃນຫ້ອງ ເພາະມີສອງແຜ່ນທີ່ຄຳສະລັບກັນຄືຄຳສຸພາສິດທີ່ວ່າ: “ໄມ້ລຳດຽວອ້ອມຮົ້ວບໍ່ໄຂ່ວ ສິນສະລຶງຢູ່ຝາກນ້ຳຢ່າມໄດ້ຄະນຶງຫາ” ເພາະຄວາມຈິງແລ້ວຄຳສຸພາສິດທີ່ຖືກຕ້ອງແມ່ນ “ໄມ້ລຳດຽວອ້ອມຮົ້ວບໍ່ໄຂ່ວ ໄຜ່ບໍ່ພ້ອມແປງບ້ານບໍ່ເຮືອງ” ຄວາມຜິດພາດນີ້ເຮັດໃຫ້ເພື່ອນໃນຫ້ອງຕ່າງກໍ່ຫົວຂວັນໂທນີ ໂດຍສະເພາະແມ່ນມັງກອນທີ່ອອກນອກໜ້າທັງຫົວທັງເວົ້າເຢາະເຢີ້ຍ ໂທນີຮູ້ສຶກອາຍແຖບມຸດພື້ນຫ້ອງໜີ ລາວຟ້າວປີນໂຕະຂຶ້ນໄປແກະຄຳສຸພາສິດນັ້ນອອກ ແລະ ຍ່າງອອກນອກຫ້ອງໄປພ້ອມກັບຄຳສຸພາສິດຜິດໆນັ້ນ ມາລີຮູ້ສຶກຢ້ານໂທນີຈົນຫົວຫົດປານເຕົ່າ ມາລີຮູ້ດີວ່າຄວາມຜິດພາດຄັ້ງນີ້ມັນແສນຮ້າຍແຮງຍາກທີ່ຈະໃຫ້ອະໄພ
ນີ້ເປັນຄວາມອັບອາຍຄັ້ງທຳອິດທີ່ໂທນີຜູ້ຂຶ້ນຊື່ວ່າເປັນອັດສະລິຍະ ເພາະຕັ້ງແຕ່ນ້ອຍຈົນໃຫຍ່ໂທນີພົບແຕ່ຄຳຍ້ອງຍໍຊົມເຊີຍ ແຕ່ເພາະມາລີຈິ່ງເຮັດໃຫ້ໂທນີມີໂອກາດຍ່າງເທິງຄວາມຜິດພາດ ເຖິງມັນບໍ່ແມ່ນຄວາມຜິດພາດທີ່ລາວສ້າງຂຶ້ນເອງໂດຍກົງ ແຕ່ລາວກໍ່ໄດ້ສຳພັດຣົດຊາດຂອງຄວາມອັບອາຍທີ່ຊີວິດມະນຸດທຸກຄົນລ້ວນຕ້ອງໄດ້ພົບ.