4 ປະເທດທີ່ລັດຖະບານລາວຍົກເວັ້ນວີຊ່າຝ່າຍດຽວ

ເພື່ອ​ເປັນ​ການ​ສະໜອງ​ຕາມແນວທາງ​ນະໂຍບາຍ “ເປີດ​ປີທ່ອງ​ທ່ຽວ​ລາວ 2018” ຂອງ​ລັດຖະ​ບານ​ໃຫ້​ບັນລຸ​ເປົ້າ​ໝາຍ ແລະ ມີ​ຄວາມ​ຄຶກຄື້ນ ສະນັ້ນ ລັດ​ຖະບານ​ລາວ​ເຫັນ​ດີ​ອະນຸມັດ​ໃຫ້​ຍົກເວັ້ນ​ວີ​ຊ່າ​ຝ່າຍ​ດຽວ (ຍົກເວັ້ນແບບ​ບໍ່​ຕິດ​ວີ​ຊາ​ສະ​ຕິກ​ເກີ້​ໃສ່​ໜັງສື​ຜ່ານ​ແດນ) ໃຫ້​ແກ່​ພົນ​ລະເມືອງ​ທີ່​ຖື​ໜັງສືຜ່ານແດນ​ທຳ​ມະດາ​ຂອງ​ປະເທດ ດານ​ມາກ ນອກແວ ແຟງ​ລັງ ແລະ ຊູ​ແອັດ ທີ່​ຈະເດີນທາງ​ເຂົ້າ-ອອກ ​ສປປ ລາວ ນັບ​ແຕ່​ວັນ​ທີ 1 ມັງກອນ 2018 ເຖິງວັນ​ທີ 31 ທັນວາ 2018 (ສະເພາະ​ປີ​ທ່ອງ​ທ່ຽວ​ລາວ 2018) ໂດຍ​ກຳນົດ​ພັກ​ເຊົາ 15 ວັນ

 

ແຫລ່ງຂ່າວ: ໜັງສືພິມ ວຽງຈັນໃໝ່