ຕອນທີ 6 ຄູ່ແຂ່ງຫົວໃຈ (ຕໍ່)
ມັງກອນຍ່າງດຸ່ງໆເຂົ້າມາຫາໂທນີທີ່ນັ່ງຢູ່ໃນຫ້ອງກັບສອນໄຊ ແລະ ສຸພາພອນ
ມັງກອນ: ເຮີ້ຍ! ອອກໄປລົມກັນນອກຫ້ອງ
ສອນໄຊ: ລົມໃນນີ້ບໍ່ໄດ້ຫວະ
ມັງກອນ: ຢ່າເຊືອກ
ສອນໄຊລຸກຂຶ່ນ: ເວົ້າແນວນີ້ຢາກມີເລື່ອງຫວະ
ໂທນີ: ໃຈເຢັນໝູ່
ສຸພາພອນ: ຄົນຫ້ອງ 5/6 ຢ່າມາຫາເລື່ອງໃນຫ້ອງນີ້ໃດ໋
ມັງກອນຂຶງຕາເບິ່ງໜ້າສຸພາພອນ, ໂທນີ ແລະ ສອນໄຊ ກ່ອນຈະຍ່າງອອກຫ້ອງໄປ ທ່າມກາງຄວາມແປກໃຈຂອງເພື່ອນນັກຮຽນໃນຫ້ອງ ແລ້ວໂທນີກໍ່ຍ່າງນຳຫຼັງມັງກອນໄປຫຼັງຫ້ອງ
ເຖິງແມ່ນວ່າ ໂທນີຈະຫ້າມສອນໄຊ ກັບ ສຸພາພອນບໍ່ໃຫ້ຕາມຕົນໄປ ແຕ່ຄົງຕ້ານທານຄວາມສອດຮູ້ສອດເຫັນບໍ່ໄດ້ ຂ່າວທີ່ໂທນີ ກັບ ມັງກອນໄປພົບກັນທີ່ຫຼັງຫ້ອງດັງໄປຮອດຫູຂອງມາລີກັບເກສອນກໍ່ຟ້າວມາທີ່ຫຼັງຫ້ອງທັນທີ
ໂທນີ: ມີຫຍັງເວົ້າມາ
ມັງກອນ: ເຊົາເອົາກ່ອງເຂົ້າໄປໃຫ້ມາລີໄດ້ແລ້ວ
ໂທນີ: ມາລີເລີກຮັບ ຂ້ອຍກໍ່ເລີກສົ່ງ
ມັງກອນເລືອດຮ້ອນຟ້າວດັນໂຕໂທນີເຂົ້າແນບຝາພ້ອມທັງເວົ້າຂູ່ດ້ວຍສີໜ້ານ້ຳສຽງຈິງຈັງ: ເວົ້າກວນປະສາດກູແທ້! ຖ້າມຶງບໍ່ຢາກເຈັບຕົວຢ່າໃຫ້ກູເຫັນກ່ອງເຂົ້ານັ້ນອີກຕໍ່ໄປ
ໂທນີຍູ້ມັງກອນອອກຈາກຕົວດ້ວຍສີໜ້ານ້ຳສຽງບໍ່ພໍໃຈ: ກູບໍ່ເຄີຍຢ້ານຄຳຂູ່ຂອງຄົນໄອຄິວບໍ່ເຖິງຮ້ອຍຄືມຶງ
ມັງກອນເຖິງຂັ້ນເດືອດເມື່ອໄດ້ຍິນຄຳທີ່ໂທນີເວົ້າວ່າຕົວເອງໂງ່ ຈິ່ງຈະຊົກຕ່ອຍໄປທີ່ໂທນີ ແຕ່ໂທນີລົບທັນ ໃນລະຫວ່າງທີ່ທັງສອງຕໍ່ສູ້ກັນ ເພື່ອນໆນັກຮຽນມາຫຸ້ມເບິ່ງ ແລ້ວທັງສອງຝ່າຍກໍ່ໄດ້ຖືກຈັບແຍກທາງມັງກອນກໍ່ມີມາລີ ກັບ ເກສອນພາກັນດຶງຕົວມັງກອນອອກ, ສ່ວນທາງໂທນີກໍ່ມີສອນໄຊກັບສຸພາພອນມາດຶງອອກ
ໂທນີ ແລະ ມັງກອນ ຖືກເອີ້ນຕົວຂຶ້ນຫ້ອງການ ເພື່ອຮັບການຕັກເຕືອນຈາກຄູ່ອາຈານ ທັງມັງກອນກັບໂທນີຖືກລົງວິໄນໂດຍການລ້າງຫ້ອງນ້ຳຄົນລະ 1 ເດືອນ ເພາະນີ້ຖືກເປັນການລົງໂທດຄັ້ງທຳອິດຂອງທັງຄູ່
ເຖິງເລື່ອງນີ້ຈະບໍ່ມີໃຜຮູ້ວ່າພວກເຂົາຜິດຖຽງກັນເລື່ອງຫຍັງ ແຕ່ມາລີກໍ່ຮູ້ສຶກຊືມກັບເຫດການທີ່ເກີດຂຶ້ນ ແລະ ເມື່ອຮູ້ວ່າໂທນີຖືກລົງໂທດໃຫ້ລ້າງຫ້ອງນ້ຳທັງເດືອນມາລີຈິ່ງຮູ້ສຶກຄຽດໃຫ້ມັງກອນ ມາລີບໍ່ຖາມອາການບາດເຈັບຂອງມັງກອນເລີຍຈັກຄຳ ແລະ ພະຍາຍາມຫຼີກໜ້າບໍ່ເວົ້ານຳມັງກອນ ເກສອນເອງກໍ່ກຸ້ມໄປນຳ ເພາະທັງສອງຕ່າງກໍ່ເປັນເພື່ອນຂອງຕົນ ມັງກອນກໍ່ພະຍາຍາມເຮັດໃຫ້ມາລີຮູ້ສຶກດີຂຶ້ນ ພະຍາຍາມງໍ້ ແຕ່ກໍ່ຍັງບໍ່ໄດ້ຜົນ
ມັງກອນໂທຫາມາລີຫຼາຍສາຍແຕ່ມາລີບໍ່ຍອມຮັບສາຍ ມັງກອນເລີຍສົ່ງຂໍ້ຄວາມໄປຫາ
ຂໍ້ຄວາມດັງມາລີເປີດອ່ານ “ມາລີ! ເຂົາບໍ່ຮູ້ວ່າເພິ່ນບໍ່ພໍໃຈຫຍັງໃຫ້ກັບເຂົາ! ເຮົາຕ້ອງການເຄຣຍອອກມາລົມກັນໄດ້ບໍ່ຕອນນີ້ເຂົາຢູ່ໜ້າບ້ານເພິ່ນ”
ຂໍ່ຄວາມໂທລະສັບມັງກອນດັງຂຶ້ນ: “ເຂົາອອກມາທາງນອກ”
ຂໍ້ຄວາມໂທລະສັບມາລີດັງຂຶ້ນ: “ຈັກໂມງສິມາ ເຂົາສິເຂົ້າໄປນັ່ງຖ້າ”
ຂໍ້ຄວາມມັງກອນດັງຂຶ້ນ: “ກັບໄປກ່ອນ”
ມັງກອນຮັບຮູ້ເຖິງອາລົມຂອງມາລີຕອນນີ້ ເລີຍຈຳໃຈກັບເຮືອນໄປກ່ອນລໍໃຫ້ມາລີອາລົມດີແລ້ວຈິ່ງຄ່ອຍລົມກັນ
ທີ່ໂຕະກິນເຂົ້າເຮືອນໂທນີ
ແມ່ເມສາ: ໂທນີໜ້າລູກໄປຖືກຫຍັງມາ
ໂທນີ: ຫຼິ້ນເຕະບານກັບໝູ່ເລີຍພາດລົ້ມ
ພໍ່ຈອນນີ: ພໍ່ວ່າມັນ…
ໂທນີເວົ້າຕັດ: ລູກບໍ່ເປັນຫຍັງຫຼາຍ ມັນໄກຫົວໃຈຢູ່! ເອີ້ແມ່! ຕໍ່ໄປບໍ່ຕ້ອງເຮັດກ່ອງເຂົ້າໃຫ້ລູກຖືໄປໂຮງຮຽນອີີກແລ້ວເດີ້
ແມ່ເມສາ: ເປັນຫຍັງ? ຫຼືວ່າອາຫານທີ່ແມ່ເຮັດມັນບໍ່ແຊບ ຫຼືວ່າລູກອາຍທີ່ຈະຖືກ່ອງເຂົ້າໄປໂຮງຮຽນ
ໂທນີຫງຸດງິດ: ເພາະກ່ອງເຂົ້າຂອງແມ່ມັນເຮັດໃຫ້ເລື່ອງວຸ້ນວາຍໄປໝົດ (ເວົ້າຈົບໂທນີກໍ່ລຸກຍ່າງໜີຈາກໂຕະກິນເຂົ້າມຸ້ງໜ້າເຂົ້າຫ້ອງນອນແບບງຽບໆ)
ພໍ່ກັບແມ່ຂອງໂທນີງົງ ເພາະບໍ່ເຄີຍເຫັນລູກຊາຍເປັນແບບນີ້ ຫຼັງຈາກກິນເຂົ້າແລ້ວ ພໍ່ກັບແມ່ໂທນີໄດ້ໄປເຄາະປະຕູຫ້ອງນອນ
ແມ່ເມສາເຄາະປະຕູພ້ອມຮຽກຊື່ລູກ ແຕ່ບໍ່ມີສຽງຕອບກັບມາ ແມ່ເມສາກໍ່ຖາມດ້ວຍຄວາມເປັນຫ່ວງແຕ່ບໍ່ມີການຕອບກັບມາ ພໍ່ຈອນນີເລີຍພາແມ່ເມສາໄປພັກຜ່ອນ
ເສົາ-ອາທິດນີ້ຊ່າງເປັນສອງວັນທີ່ໜ້າເບື່ອ ເພາະບໍໄດ້ເຫັນໜ້າໂທນີຄືແຕ່ເກົ່າ ໂທນີເອົາແຕ່ເກັບຕົວຢູ່ໃນຫ້ອງນອນມຸກມຸ້ນຢູ່ກັບການອ່ານໜັງສື ກັບ ຫຼິ້ນເກມ ມາລີໄປຫາທີ່ເຮືອນແຕ່ໂທນີກໍ່ບໍ່ຍອມອອກມາພົບໜ້າ
ມາລີລູບຫົວຫຼິວຫຼິວ (ໝາໂທນີ)ເບົາໆ: ອ້າຍເຈົ້າເກັບຕົວແຕ່ຢູ່ໃນຫ້ອງບໍ່ຍອມອອກມາພົບໃຜ ຄົງກຸ້ມໃຈກັບເລື່ອງທີ່ເກີດຂຶ້ນໃນໂຮງຮຽນ
ແມ່ເມສາອອກມາຫາມາລີພ້ອມຖ້ວຍຂະໜົມ: ມາລີ! ໄປນັ່ງຫຼິ້ນຂະໜົມກັບແມ່ທີ່ສວນດອກໄມ້ດີກວ່າ
ແມ່ເມສາ: ມາລີລອງຊິມຂະໜົມທີ່ແມ່ເຮັດວ່າແຊບບໍ່
ມາລີທັງກິນທັງເວົ້າ: ແມ່ເມສາເຮັດຫຍັງກໍ່ໜ້າກິນແຊບໄປໝົດ
ແມ່ເມສາ: ເອີ່ມາລີ ແມ່ເມສາມີເລື່ອງຖາມໜ້ອຍໜຶ່ງ ເພາະແມ່ເຫັນໂທນີມີອາການແປກໆໄປຕັ້ງແຕ່ງຕອນແລງວັນສຸກ ພໍແມ່ຖາມໂທນີກໍ່ມີແຕ່ມິດງຽບແມ່ເລີຍບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບໂທນີ ແມ່ລະຮູ້ສຶກເປັນຫ່ວງ! ເອີ້ແມ່ຄິດໄດ້ວ່າຕອນຢູ່ໃນໂຕະກິນເຂົ້າໂທນີມີທ່າທາງຫງຸດງິດ ແລະ ຍັງບອກວ່າເພາະກ່ອງເຂົ້າຂອງແມ່ເຮັດໃຫ້ເລື່ອງວຸ້ນວາຍໄປໝົດ ແມ່ບໍ່ເຂົ້າໃຈກ່ອງເຂົ້າຂອງແມ່ຜິດເລື່ອງໃດ
ມາລີຄິດໃນໃຈກ່ອນຕອບ “ຫ່ະ! ຫຼືວ່າທີ່ມັງກອນໄປຫາເລື່ອງໂທນີຮອດຫ້ອງ ແລະ ທີ່ພວກເຂົາຜິດຖຽງກັນສາເຫດມັນຈະມາຈາກກ່ອງເຂົ້າທີ່ໂທນີເອົາມາໃຫ້ເຮົາ! ໂຖ່ເອີ້ຍຍຍ ແຕ່ຖ້າບອກຄວາມຈິງເລື່ອງທີ່ເກີດຂຶ້ນກັບໂທນີທີ່ໂຮງຮຽນຄົງບໍ່ເປັນເລື່ອງດີແນ່ນອນ”: ຢູ່ໂຮງຮຽນກໍ່ປົກກະຕິດີ! ສົງໃສລາວຄົງມີເລື່ອງຄິດກ່ຽວກັບບົດຮຽນ ເພາະຊ່ວງນີ້ເຮົາມີວຽກບ້ານຫຼາຍວິຊາ
ແມ່ເມສາ: ແມ່ນຫວະ! ໂອ້ໂລ່ງໃຈ! ສົງໃສຕ້ອງແມ່ນຄວາມທີ່ລູກວ່າ ເພາະເວລາໃດທີ່ມີວຽກບ້ານ ຫຼື ໃກ້ເສັງໂທນີກໍ່ຈະເປັນອາການນີ້! ແມ່ລືມໄປນຶກເລື່ອງນີ້ໄປເລີຍ ແມ່ລະນຶກໃສ່ແຕ່ກ່ອງເຂົ້າຂອງແມ່ຊັ້ນດອກ! ເອີ້! ແລ້ວອາຫານທີ່ແມ່ເຮັດຝາກອ້າຍໂທນີໄປໃຫ້ເປັນແນວໃດຖືກໃຈເຈົ້າບໍ່
ມາລີ: ແຊບຫຼາຍແມ່ເມສາ! ຂອບໃຈຫຼາຍໆສຳລັບອາຫານ
ແມ່ເມສາ: ຊື່ນໃຈທີ່ຮູ້ວ່າເຈົ້າມັກ! ແມ່ຈະເຮັດໃຫ້ເຈົ້າກິນຈົນຈົບເລີຍດີ
ມາລີ: ຮູ້ສຶກເກງໃຈແມ່ເມສາເດະເນາະ
ແມ່ເມສາ: ບໍ່ຕ້ອງເກງໃຈ! ເລື່ອງນີ້ຂ້ອຍລົມກັບແມ່ເຈົ້າແລ້ວ ແລະ ແມ່ເຈົ້າກໍ່ເຫັນດີ
ມາລີເວົ້າຫຍັງບໍ່ໄດ້ມີແຕ່ອ້າປາກຄ້າງຮັບຄຳໄປດ້ວຍຄວາມຈຳໃຈ, ເດິກດື່ນແລ້ວທີ່ຫ້ອງນອນຂອງມາລີ ແຕ່ຄືນນີ້ຍາກທີ່ຈະຂົ່ມຕາໃຫ້ນອນຫຼັບມາລີຮູ້ສຶກຜິດ ແລະ ກັງວົນໃຈ ເພາະມັງກອນຫຶງຫວງກ່ອງເຂົ້ານັ້ນຈິ່ງເຮັດໃຫ້ເລື່ອງຫຍຸ້ງໆເກີດຂຶ້ນ ເຮັດໃຫ້ໂທນີຕ້ອງຖືກລົງໂທດດ້ວຍການລ້າງຫ້ອງນ້ຳຕັ້ງໜຶ່ງເດືອນ! ໂອ໊ຍຍຍຍ! ຈະເຮັດແນວໃດດີ
ວັນຕໍ່ມາມາລີໄປໂຮງຮຽນດ້ວຍໄປໜ້າສຸດໂສມຂອບຕາດຳ ເກສອນເຫັນແລ້ວເຖິງຂັ້ນຕົກໃຈ
ເກສອນ: ໂອ້ມາຍກ໊ອດດດ! ເພື່ອນຂ້ອຍໄປເຮັດຫຍັງມາໜ້າເຖິງໄປໂຊມຂອບຕາກໍ່ດຳປານໝີແຜນດ້າ
ມາລີ: ນອນບໍ່ຫຼັບທັງຄືນ
ເກສອນ: ຄິດເລື່ອງຫຍັງຈິ່ງນອນບໍ່ຫຼັບ
ສຽງກິ່ງເລີກຫຼິ້ນດັງຂຶ້ນມາລີຟ້າວລຸກຈາກຕັ່ງ ແລະ ແລ່ນອອກໄປນອກຫ້ອງເຫຼືອໄວ້ພຽງຄວາມມືນງົງຂອງເກສອນ ມາລີລວບລວມຄວາມກ້າຫານແບກໜ້າທີ່ສຸດໂຊມຍ່າງມຸ່ງໜ້າໄປຫາໂທນີທີ່ຫ້ອງໂດຍບໍ່ໄດ້ສົນໃຈຕາຂອງໃຜທີ່ແນມເບິ່ງ ເມື່ອໄປຮອດມາລີກໍຈັບມືໂທນີຍ່າງອອກໄປນອກຫ້ອງ
ໂທນີສະບັດມືມາລີອອກຈາກມືຕົນເອງ: ລາກເຂົາອອກມານີ້ມີຫຍັງ! (ໂທນີແນມເບິ່ງໜ້າມາລີດ້ວຍຄວາມແປກໃຈ)
ມາລີຍື່ນຈົດໝາຍໃຫ້ໂທນີກໍ່ຈັບເອົາມາຢັດໄວ້ຖົງໂສ້ງ: ມີທໍ່ນີ້ແມ່ນບໍ່
ຈາກນັ້ນໂທນີກໍ່ຢ່າງກັບຫ້ອງປ່ອຍໃຫ້ມາລີຢືນເກີ້ຫົວໃຈເຕັ້ນແຮງຄົນດຽວ ມາລີເອົາມືຕົບໜ້າຕົນເອງເບົາໆພ້ອມອຸທານ: ນີ້ເຮົາເຮັດຫຍັງລົງໄປ! ຊ່າງກ້າແທະ
ໃນຂະນະນັ້ນສຸພາພອນກໍ່ຍ່າງມາທີດ້ານຫຼັງມາລີພ້ອມເວົ້າຂຶ້ນ: ເຈົ້າເອົາຫຍັງໃຫ້ໂທນີ
ມາລີສະດຸ້ງຫັນກັບມາເບິ່ງສຸພາພອນ: ເລື່ອງຂອງຂ້ອຍ
ສຸພາພອນເວົ້າດ້ວຍນ້ຳສຽງຈິງຈັງ: ຖ້າເຈົ້າສະຫຼາດພໍຖອນຕົວຕອນນີ້ຍັງທັນ! ເພາະຂ້ອຍເບິ່ງສະພາບເຈົ້າແລ້ວຄືສິຍາກ! ຂ້ອຍໝັ້ນໃຈວ່າຜູ້ຊາຍທີ່ເພີເຟັກຢ່າງໂທນີຄົງຈະມີຣົດນິຍົມສູງພໍໃນການເລືອກຄູ່ຄອງ
ເມື່ອເວົ້າຈົບສຸພາພອນກໍ່ຟ້າວຍ່າງໝັ້ນໜ້າຈາກມາລີໄປ ມາລີແໜ້ນທັນທີທີ່ໄດ້ຍິນສຸພາພອນເວົ້າໃຫ້ຕົນແບບນັ້ນ: ເວົ້າແບບນີ້ມັນດູຖູກກັນເກີນໄປແລ້ວໃດ໋
ເກສອນຍັງເຫັນມາລີບໍ່ຍອມຄືນດີກັບມັງກອນ ຈິ່ງອາສາເປັນສື່ກາງໃນການສານສຳພັນຊ່ວຍມັງກອນ ທີ່ຂັນໄດຫຼັກທຸງ
ເກສອນ: ເຮີ້ຍ! ເປັນຫຍັງຄືບໍ່ເວົ້າກັບມັງກອນ
ມາລີ: ບໍ່ມີຫຍັງ
ເກສອນ: ບໍ່ແມ່ນແລ້ວແບບນີ້ ມັນຕ້ອງມີ
ມາລີ: ມັນບໍ່ກ່ຽວກັບເຈົ້າ
ເກສອນ: ຖ້າທັງສອງຄົນພວກເຈົ້າບໍ່ແມ່ນເພື່ອນຂ້ອຍ ຂ້ອຍຈະບໍ່ສົນໃຈເລີຍ! ກ່ອນທີ່ເຈົ້າຈະຕັດສິນໃຈຫຍັງລົງໄປໃຫ້ຄິດເຖິງມິດຕະພາບທີ່ຜ່ານມາ! ຂ້ອຍບໍ່ຮູ້ເຫດຜົນຫຍັງທີ່ເຮັດໃຫ້ເຈົ້າບໍ່ຢາກເວົ້າກັບມັງກອນ! ຄິດທົບທວນດີໆກ່ອນທຸກຢ່າງມັນຈະສາຍເກີນໄປ
ເມື່ອເວົ້າຈົບເກສອນກໍ່ຍ່າງໄປຈາກບ່ອນນັ້ນ ເພື່ອປ່ອຍໃຫ້ມາລີທົບທວນຄືນໃໝ່ອີກຄັ້ງພຽງລຳພັງ
ພັກກິນເຂົ້າສວຍມັງກອນໄດ້ມາຊວນມາລີໄປກິນເຂົ້າ
ມັງກອນ: ມາລີເຮົາໄປຫາຫຍັງແຊບກິນນອກໂຮງຮຽນບໍ່
ມາລີມິດ
ເກສອນ: ສິໄປບໍ່ໄປ
ມາລີ: ໂອ້ຍຍຍຍຍ! ຫິວຈະຕາຍຢູ່ແລ້ວ! ຟ້າວໆໄປເຖາະ
ມັງກອນດີໃຈທີ່ໄດ້ເຫັນມາລີກັບມາເປັນມາລີຄົນເກົ່າ: ມື້ນີ້ຂ້ອຍຂໍເປັນເຈົ້າມືລ້ຍງພວກເຈົ້າເອງ
ມາລີ: ສິສັ່ງກິນຈົນເພິ່ນໝົດໂຕໄປເລີຍ
ມັງກອນ: ບໍ່ໝົດໂຕດອກ ຊື້ທັງຮ້ານກໍ່ຍັງໄດ້
ເກສອນ: ເວີ້ໂພດລ່ະໝູ່ເຮົາເວົ້າລະວ່າຊື້ທັງຮ້ານກໍ່ໄດ້
ແລ້ວມາລີກັບເກສອນກໍ່ກັບມາຄືນດີກັບ ຊີວິດຂອງພວກເຂົາທັງສາມກັບເຂົ້າສູ່ໝວດປົກກະຕິ