spot_img
Homeຂ່າວຕ່າງປະເທດຄວາມຄືບຫນ້າ ການຮັບຮອງເອົາເມືອງເຢຣູຊາເລັມ ເປັນເມືອງຫລວງຂອງອິດສະລາແອນ

ຄວາມຄືບຫນ້າ ການຮັບຮອງເອົາເມືອງເຢຣູຊາເລັມ ເປັນເມືອງຫລວງຂອງອິດສະລາແອນ

Published on

ສະຫະລັດອາເມລິກາ ໃຊ້ສິດ ວີໂຕ້ ໃນການອອກສຽງພິຈາລະນາ ຮ່າງມະຕິຂອງຄະນະລັດຖະມົນຕີຄວາມຫມັ້ນຄົງແຫ່ງ ສະຫະປະຊາຊາດ (UNSC) ທີ່ໄດ້ລະບຸໃຫ້ການຮັບຮອງເອົາເມືອງເຢຣູຊາເລັມ ເປັນເມືອງຫລວງຂອງອິດສະລາແອນ ຖືວ່າເປັນອັນໂມຄະ ສົ່ງຜົນເຮັດໃຫ້ຄະນະລັດຖະມົນຕີຄວາມຫມັ້ນຄົງແຫ່ງຊາດ ບໍ່ສາມາດອອກຂໍ້ມະຕິດັ່ງກ່າວໄດ້ ເຖີງແມ່ນວ່າ ອີກທັງ 14 ປະເທດສະມາຊິກ ຈະອອກສຽງສະຫນັບສະຫນຸນ.ทูตสหรัฐฯ ประจำสหประชาชาติบอกว่าสหรัฐฯ ถูกบีบบังคับให้ต้อง "ปกป้องอธิปไตยของชาติ"                          ເອກອັກຄະລັດຖະທຸດ ປະເທດສະຫະລັດອາເມລິກາ ປະຈຳ ສະຫະປະຊາຊາດ

ທ່ານນາງ ນິກກີ້ ເຮເລຍ໌, ເອກອັກຄະລັດຖະທຸດ ປະເທດສະຫະລັດ ອາເມລິກາ ປະຈຳ ສະຫະປະຊາຊາດ ກ່າວວ່າ ການທີ່ຄະນະລັດຖະມົນຕີຄວາມຫມັ້ນຄົງແຫ່ງຊາດ ກຽມອອກຂໍ້ມະຕິດັ່ງກ່າວ ຖືວ່າເປັນການ ມິ່ນກຽດ ສະຫະລັດອາເມລິກາຈະບໍ່ລືມເຫດການໃນຄັ້ງນີ້ຢ່າງແນ່ນອນ. ຖືວ່ານີ້ເປັນອີກຫນື່ງຕົວຢ່າງທີ່ສະຫະປະຊາຊາດເຮັດໃຫ້ເກີດມີຜົນເສຍຫລາຍກວ່າຜົນດີ ໃນຄວາມຂັດແຍ້ງລະຫວ່າງ ປະເທດ ອິດສະລາແອນ ແລະ ປາເລສໄຕສ໌.

ຮ່າງມະຕິດັ່ງກ່າວ, ທີ່ ປະເທດເອຢິບ ເປັນຜູ້ສະເຫນີ ມີເນື້ອຫາສຳຄັນວ່າ ‘ການຕັດສິນໃຈ ຫລື ການກະທຳໃດໆ ທີ່ປ່ຽນແປງສະຖານະ, ລັກສະນະ ຫລື ອົງປະກອບຂອງປະຊາຊົນນະຄອນສັກສິດ ແຫ່ງ ເມືອງເຢຣູຊາເລັມ ຖືວ່າບໍ່ມີຜົນທາງກົດຫມາຍ ເປັນໂມຄະ ແລະ ຈະຕ້ອງຖືກຍົກເລີກ ເພື່ອເປັນການປະຕິບັດຕາມຂໍ້ມະຕິຕົກລົງຂອງຄະນະລັດຖະມົນຕີຄວາມຫມັ້ນຄົງແຫ່ງຊາດ’ ແລະ ຮຽກຮ້ອງໃຫ້ທຸກຊາດງົດເວັ້ນການໄປປະຈຳການທູດ ທີ່ ເມືອງເຢຣູຊາເລັມ ຕາມມະຕິເລກທີ 478 ຂອງຄະນະລັດຖະມົນຕີຄວາມຫມັ້ນຄົງແຫ່ງຊາດ ທີ່ອອກໃນປີ 1980.

ອີຢູ ບໍ່ສະຫນັບສະຫນູນ ແລະ ບໍ່ຮັບຮອງເມືອງເຢຣູຊາເລັມ ເປັນເມືອງຫລວງ ຂອງປະເທດ ອິດສະລາແອນ, ພ້ອມປະເທດອື່ນໆແມ່ນມີຄວາມເຫັນດີນຳກັນທີ່ຈະບໍ່ຮັບຮອງເມືອງເຢຣູຊາເລັມ ເປັນເມືອງຫລວງ ຂອງປະເທດ ອິດສະລາແອນ ເພາະນອກຈາກບໍ່ໄດ້ຊ່ວຍໃຫ້ສະຖານະການໃນຕາເວັນອອກກາງສະຫງົບລົງແລ້ວ ຍັງທຳລາຍໂອກາດທີ່ຄະບວນການສັນຕິພາບລະຫວ່າງ ອິດສະລາແອນ-ປາເລສໄຕສ໌.

ລັດຖະມົນຕີຕ່າງປະເທດຂອງ ປະເທດປາເລສໄຕ໌ ລະບຸວ່າຈະຂໍໃຫ້ມີການປະຊຸມສຸກເສີນຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອພິຈາລະນາປະເດັນເລື່ອງການຮັບຮອງເມືອງເຢຣູຊາເລັມຕໍ່ໄປ ເນື່ອງຈາກຄວາມຂັດແຍ້ງນີ້ຍັງມີການສູ້ຮົບໃນພື້ນທີ່ ນັບມື້ນັບຮຸນແຮງ ແລະ ຂະຫຍາຍວົງກວ້າງອອກໄປໃນຫລາຍປະເທດເຊັ່ນ: ເອຢິບ, ມາຣົກ, ລີບັງ, ຕວັກກີ ແລະ ອິນໂດເນເຊຍ ຕໍ່ເຫດການດັ່ງກ່າວເຮັດໃຫ້ ຮອງປະທານປະເທດສະຫະລັດ ໄມຄ໌ ເພນຊ໌ ເລື່ອນກຳນົດການຢ້ຽມຢາມພາກພື້ນຕາເວັນອອກກກາງອອກໄປ ໃນວັນທີ 19 ທັນວາ ໄປເປັນ ກາງເດືອນ ມັງກອນ ປີຫນ້າ.

 

ແຫລ່ງຂ່າວ: BBC News

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...