spot_img
Homeຂ່າວພາຍ​ໃນຮູ້ແລ້ວສາເຫດທີ່ໄຟໄໝ້ ເວີນເທຣດເຊັນເຕີ (ວຽງຈັນ)

ຮູ້ແລ້ວສາເຫດທີ່ໄຟໄໝ້ ເວີນເທຣດເຊັນເຕີ (ວຽງຈັນ)

Published on

ຈາກເຫດການໄຟໄໝ້ ຕຶກເວີນເທຣດເຊັນເຕີວຽງຈັນ (World Trade Center) ບ່າຍວັນທີ 3 ທັນວາ 2017 ທີ່ຜ່ານມາ ເປັນເຫດການໄຟໄໝ້ອາຄານທີ່ກຳລັງກໍ່ສ້າງ ແລະສ້າງຄວາມຕື່ນຕົກໃຈໃຫ້ຜູ້ພົບເຫັນເປັນຢ່າງຍິ່ງ ແລະຕ່າງກໍຕັ້ງຂໍ້ສົງໄສວ່າ ເປັນຫຍັງອາຄານກຳລັງສ້າງກໍເກີດໄຟໄໝ້ແລ້ວ ມີຫຍັງເປັນເຫດກັນແທ້.
ທ່ານ ຈັນທະບູນ ແກ້ວມະນີວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ: ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 16:30 ໂມງ ສາເຫດແມ່ນຍ້ອນກຳມະກອນ ໄດ້ຈອດເຫລັກເຮັດໃຫ້ສະເກັດໄຟປິວ ໄປໃສ່ທໍ່ຢາງ ຈົນເກີດແປວໄຟລຸກໄໝ້ແຮງພໍສົມຄວນ ເຈົ້າໜ້າທີ່ມອດໄຟໄດ້ນຳລົດນ້ຳ 3 ຄັນເຂົ້າຊ່ວຍເຫລືອ, ໃຊ້ເວລາປະມານ 15 ນາທີ ກໍສາມາດຄວບຄຸມເພີງໄວ້ໄດ້, ໂຊກດີເຫດການຄັ້ງນີ້ ບໍ່ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ.
ອາຄານເວີນເທຣດເຊັນເຕີວຽງຈັນ ຕັ້ງຢູ່ຂ້າງໆ ສູນການຄ້າວຽງຈັນເຊັນເຕີ ຖະໜົນຄູວຽງ ບ້ານໜອງຈັນ ນະຄອນຫຼວງວຽງຈັນ ເປັນອາຄານທີ່ນັກລົງທຶນຕ່າງປະເທດມາລົງທຶນສ້າງໃຫ້ເປັນສູນການຄ້າທີ່ໃຫຍ່ແລະທັນສະໄໝທີ່ສຸດຂອງລາວ ເຊິ່ງຄາດວ່າຈະສາມາດເປີດໃຊ້ພາຍໃນປີ 2018.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...