Homeຂ່າວຕ່າງປະເທດປາຕາຍກ່ວາ 50 ໂຕນ ເກື່ອນທະເລສາບໃນແມັກຊິກໂກ

ປາຕາຍກ່ວາ 50 ໂຕນ ເກື່ອນທະເລສາບໃນແມັກຊິກໂກ

Published on

 

ຕາມແຫຼ່ງຂ່າວຂອງຕ່າງປະເທດ ລາຍງານໃນວັນທີ 2 ກັນຍາ 2014 ຜ່ານມານີ້ວ່າ ມີຊາກປາຕາຍນັບໝື່ນໂຕ ກະຈາຍ

ເຕັມທະເລສາບທາງພາກຕາເວັນຕົກຂອງແມັກຊິກໂກ ໃນຊ່ວງອາທິດທີ່ຜ່ານມາ ໂດຍປະຊາຊົນໃນລັດຮາລີສໂກ ໄດ້ຮັບ

ຜົນກະທົບເປັນຈຳນວນກວ້າງຂວາງ ພາກັນຕຳນິວ່າ ເປັນການສ້າງມົນລະພິດຢ່າງໃຫຍ່ຫຼວງ ໂດຍມີຊາກປາກ່ວາ 50

ໂຕນ ຄວບຄຸມພື້ນຜິວທະເລສາບຍາວ 9 ກິໂລແມັດ ເຊິ່ງໄດ້ສົ່ງກິ່ນເໝັນກະຈາຍທົ່ວພື້ນທີ່ 2 ກິໂລແມັດ.

 

ທັງນີ້ ເຈົາໜ້າທີ່ດ້ານສິ່ງແວດລ້ອມ ແລະ ຊາວບ້ານໃນພື້ນທີ່ ຍັງບໍ່ສາມາດລະບຸສາເຫດຂອງເຫດການດັ່ງກ່າວ ແຕ່ກໍໄດ້

ສັນນິຖານວ່າ ອາດເກີດຈາກໂຮງງານອຸດສາຫະກຳ ແລະ ຟາມລ້ຽງສັດທີ່ຢູ່ໃກ້ກັບບໍລິເວນທະເລສາບ Cajititlan ຢູ່ທາງ

ພາກຕາເວັນຕົກຂອງປະເທດ ແຕ່ກໍຍັງບໍ່ທັນມີການກວດສອບທີ່ຊັດເຈນ.

 

EyWwB5WU57MYnKOuFBmbySjMCkU1jqIZNFGidUTn438LvtH1yv1U57

 

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...