Homeຂ່າວພາຍ​ໃນອັດຕະປືປ່ຽນເຈົ້າແຂວງໃໝ່

ອັດຕະປືປ່ຽນເຈົ້າແຂວງໃໝ່

Published on

ການປະກາດແຕ່ງຕັ້ງເຈົ້າແຂວງອັດຕະປື ແລະ ມອບຮັບໜ້າທີ່ເຈົ້າແຂວງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍ ວັນທີ 21/11/2017 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ  ສປປລ ພ້ອມດ້ວຍບັນດາທ່ານ ຄະນະນຳຈາກສູນກາງ ແລະ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີທ່ານ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ຄຳສັ່ງຂອງນາຍົກລັດຖະມົນຕີ, ຜ່ານມະຕິຕົກລົງຂອງກົມການເມືອງ ແລະ ຜ່ານລັດຖະດຳລັດຂອງນາຍົກລັດຖະມົນຕີ, ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ທ່ານດຣ ນາມ ວິຍະເກດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ຜູ້ເກົ່າ ໄປຮັບໜ້າທີ່ໃໝ່່ ຢູ່ສະພາວິທະຍາສາດ ສັງຄົມແຫ່ງຊາດ ແລະ ຕົກລົງແຕ່ງຕັ້ງທ່ານ ເລັດ ໄຊຍະພອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຂຶ້ນເປັນເລຂາພັກແຂວງ ເຈົ້າແຂວງອັດຕະປື ຜູ້ໃໝ່.
ໂອກາດດັ່ງກ່າວ ທ່ານດຣ ນາມ ວິຍະເກດ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ໃນການຊີ້ນຳໆພາວຽກງານ ຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງ 3 ປີກວ່າຜ່ານມາ ພ້ອມທັງກ່າວມອບໜ້າທີ່ ໃຫ້ເຈົ້າແຂວງຜູ້ໃໝ່ ຈາກນັ້ນ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປືຜູ້ໃໝ່ ກໍ່ໄດ້ຂຶ້ນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຈຕະລົມຂອງທ່ານເຈົ້າແຂວງຜູ້ເກົ່າ ໃນການຮັກສາທ່ວງທ່າ ອັດຕາຈະເລີນເຕີບໂຕທາງດ້ານເສດຖະກິດຂອງແຂວງ, ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ ລວມທັງການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ພ້ອມນັ້ນ ກໍ່ໄດ້ມີພິທີ ເຊັນບົດບັນທຶກ ມອບ – ຮັບ ໜ້າທີ່ ຢ່າງເປັນທາງການ.
ໃນຕອນທ້າຍຂອງພິທີ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລ ກໍ່ໄດ້ມີຄຳເຫັນໂອ້ລົມ ບັນຫາສຳຄັນທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈຳເປັນ ໃນການສັບຊ້ອນ ພະນັກງານການນຳຂັ້ນສູງ ໃນຄັ້ງນີ້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ນອກຈາກນັ້ນທ່ານກໍ່ໄດ້ຮຽກຮ້ອງໃຫ້ເຈົ້າແຂວງຜູ້ໃໝ່ ຕ້ອງມີວິໄສທັດໃນການເບິ່ງບັນຫາ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນການນຳພາໝູ່ຄະນະ ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄູ້ມຄອງລັດ ຄູ້ມຄອງເສດຖະກິດສັງຄົມ ປັບປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ ເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາແຂວງອັດຕະປື ເດີນໄປຂ້າງໜ້າ ດ້ວຍບາດກ້າວທີ່ໜັກແໜ້ນ.

ແຫຼ່ງຂ່າວ: ແຂວງອັດຕະປື

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...