Home​ຂ່າວບັນເທິງວົງເຊລຈາກລາວຖືກຍົກເລີກການສະແດງໃນງານ ASEAN Music Festival ທີ່ຟິລິບປິນ

ວົງເຊລຈາກລາວຖືກຍົກເລີກການສະແດງໃນງານ ASEAN Music Festival ທີ່ຟິລິບປິນ

Published on

ງານ ASEAN Music Festival 2017 ທີ່ຈັດຂຶ້ນທີ່ ມາກາຕີ ແມັດໂຕຣ ມະນິລາ ປະເທດ ຟິລິປິນ ໃນຄ່ຳຄືນຂອງວານນີ້ (15 ພະຈິກ 2017 )ໂດຍມີ 9 ປະເທດສະມາຊິກອາຊຽນທີ່ໄດ້ຮັບເຊີນໄປເຂົ້າຮ່ວມງານສະແດງໃນຄອນເສີດ ASEAN Music Festival 2017 ກັບເຈົ້າພາບ ຟິລິບປິນ ແລະ ກໍ່ມີຕາງໜ້າ 1 ວົງສີລະປິນຈາກລາວຢ່າງ ວົງເຊລ ກໍ່ຖືກຮັບເຊີນໄປຮ່ວມງານໃນຄັ້ງນີ້.

ASEAN Music Festival 2017 ຕ້ອງໄດ້ຢຸດຕິການສະແດງທັງໝົດເນື່ອງຈາກມີຝູງຊົນຊາວຟິລິປິນຈຳນວນມະຫາສານກວ່າ 2-3 ໝື່ນຄົງລັ່ງໄຫລເຂົ້າຮ່ວມງານ ແຕ່ສະຖານທີ່ຈັດງານສາມາດບັນຈຸຜູ້ເຂົ້າຊົມໄດ້ພຽງ 1,000 ຄົນເທົ່ານັ້ນ.

ພາກສ່ວນຮັບຜິດຊອບຈັດງານໃນຄັ້ງນີ້ໄດ້ໃຊ້ເວລາກວ່າ 2 ຊົ່ວໂມງເພື່ອຄວບຄຸມສະຖານະການ ແລະ ຂໍໃຫ້ຜູ້ຊົມສ່ວນທີ່ເຫຼືອກັບບ້ານໄປ ແຕ່ກໍ່ບໍ່ເປັນຜົນ ແລະ ມີທ່າທີວ່າຄົນຈະລັ່ງໄຫລເຂົ້າມາຮ່ວມງານເພີ່ມຂຶ້ນເລື່ອຍໆ ດັ່ງນັ້ນ, ຈິ່ງເຮັດໃຫ້ທາງຜູ້ຈັດງານຕັດສິນໃຈຍົກເລີກງານ ແລະ ການສະແດງທັງໝົດ ພ້ອມທັງກ່າວຂໍໂທດສີລະປິນຈາກທຸກປະເທດທີ່ເດີນທາງມາຮ່ວມງານໃນຄັ້ງນີ້

https://www.facebook.com/sack.cells/videos/pcb.1537378066355179/1537375459688773/?type=3&theater

ຫຼັງຈາກນັ້ນ ທາງວົງເຊລ ນຳໂດຍ ສັກ ນັກຮ້ອງນຳຂອງວົງໄດ້ອອກມາໄລນ໌ສົດຜ່ານເຟສບຸກ Sack Cells Ratana-inthavong ເພື່ອຊີ້ແຈງໃຫ້ແຟນຄລັບຊາວລາວທຸກຄົນໄດ້ຮູ້ເຖິງເຫດຜົນທີ່ວົງເຊລບໍ່ໄດ້ຂຶ້ນຮ້ອງເພງລາວ ໂຊຊາວຟິລິປິນໃນເທື່ອນີ້ ແຖມຍັງຂຽນພາດຂໍ້ຄວາມແບບຂຳໆໄວ້ວ່າ: “ຊີວິດເຄີຍເຈິແຕ່ຝົນຕົກລະບໍ່ໄດ້ຫຼິ້ນ ເທື່ອນີ້ ມາພົບປະສົບການໃໝ່ “ຄົນລົ້ນງານ ບໍ່ໄດ້ຫຼິ້ນ”

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...