Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບລະຫວ່າງທາງ ພ້ອມຢາຝິ່ນໜັກ 7 ກວ່າກິໂລກຼາມ

ຈັບລະຫວ່າງທາງ ພ້ອມຢາຝິ່ນໜັກ 7 ກວ່າກິໂລກຼາມ

Published on

ເຖິງວ່າລັດຖະບານຈະເອົາໃຈໃສ່ໃນການສະກັດກັ້ນ ແລະ ລົບລ້າງການປູກຝິ່ນຂອງປະຊາຊົນ ໂດຍສົ່ງເສີມໃຫ້ຫັນໄປປູກພືດທົດແທນທີ່ໄດ້ຮັບຜົນຜະລິດດີກວ່າ ແຕ່ກໍເຫັນວ່າຍັງມີປະຊາຊົນຈໍານວນໜຶ່ງ ຍັງສືບຕໍ່ລັກລອບເຄື່ອນໄຫວປູກຝິ່ນ ແລະ ຊື້ຂາຍໃຫ້ກັນ. ດັ່ງຄະດີນີ້ ໃນເວລາ 15:00 ໂມງ ຂອງວັນທີ 1 ພະຈິກ 2017, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາ ໄດ້ຈັບຕົວທ້າວ ເຄີແຊ ອາຍຸ 22 ປີ ປະຊາຊົນບ້ານນໍ້າສາ ເມືອງ ແລະ ແຂວງຫຼວງນໍ້າທາ ພ້ອມຢາຝິ່ນ 2 ກິໂລກຼາມ ໃນຂະນະທີ່ເອົາຢາຝິ່ນໄປສົ່ງໃຫ້ຜູ້ສັ່ງຊື້ ແລະ ເຂົ້າກວດຄົ້ນເຮືອນພົບຢາຝິ່ນຕື່ມອີກ 5,6 ກິໂລກຼາມ ລວມທັງໝົດ 7,6 ກິໂລກຼາມ.

ເຈົ້າໜ້າທີ່ສອບສວນພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ພາຍ ຫຼັງໄດ້ຮັບແຈ້ງຄວາມຈາກປະຊາຊົນວ່າ: ທ້າວ ເຄີແຊ ກໍາລັງເອົາຢາເສບຕິດໄປສົ່ງໃຫ້ຜູ້ຮ່ວມຂະບວນການນໍາກັນຢູ່ເທດສະບານແຂວງ ໂດຍນໍາໃຊ້ລົດຈັກເປັນພາຫະນະ. ຈາກນັ້ນ, ຈຶ່ງໄດ້ຈັດກໍາລັງວິຊາສະເພາະອອກເຄື່ອນໄຫວຕິດຕາມເປົ້າໝາຍ. ຮອດເວລາ 16:00 ໂມງ ວັນດຽວກັນ ພົບເຫັນເປົ້າໝາຍຂັບຂີ່ລົດຈັກມາເຂດບ້ານວຽງຄຳ ເທດສະບານແຂວງຫຼວງນໍ້າທາ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ພ້ອມກວດກາພົບເຫັນຢາເສບຕິດປະເພດຢາຝິ່ນ ຈຳນວນ 2 ກິໂລກຼາມ. ຈາກນັ້ນ, ຈຶ່ງເຂົ້າກວດຄົ້ນເຮືອນຜູ້ກ່ຽວອີກ ພົບເຫັນຢາຝິ່ນຕື່ມອີກ 5,6 ກິໂລກຼາມ.

ຜ່ານການສືບສວນ-ສອບສວນ ທ້າວ ເຄີແຊ ໄດ້ຮັບສາລະພາບວ່າ: ຢາຝິ່ນຈຳນວນດັ່ງກ່າວ ແມ່ນຂອງຕົນແທ້; ເຊິ່ງຮັບມາຈາກທ້າວ ຢ່ຽວ ຢູ່ແຂວງຜົ້ງສາລີ ທີ່ມາຈ້າງປາດຢາງພາລາຢູ່ບ້ານສົບຕຸດ ເມືອງຫຼວງນໍ້າທາ ເພື່ອເອົາໄປຂາຍຕໍ່ໃຫ້ຜູ້ທີ່ຕ້ອງການເສບຝິ່ນພາຍໃນເມືອງ. ກ່ອນຖືກຈັບແມ່ນມີຜູ້ຮ່ວມຂະບວນການນໍາກັນສັ່ງຊື້ຢາຝິ່ນ 2 ກິໂລກຼາມ ໂດຍນັດຊື້-ຂາຍຢູ່ເຮືອນພັກແຫ່ງໜຶ່ງ ຢູ່ເທດສະບານແຂວງ. ຈາກນັ້ນ, ກໍເອົາຢາຝິ່ນຈໍານວນດັ່ງກ່າວໄປສົ່ງ ພໍໄປຮອດບ້ານວຽງຄຳ ເມືອງແຂວງຫຼວງນໍ້າ ກໍຖືກເຈົ້າໜ້າທີ່ຈັບຕົວກ່ອນ.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...