spot_img
Home​ຂ່າວບັນເທິງ"ມິມີ່ ພູນຊັບ" Miss International Lao 2017 ງາມບໍ່ແພ້ນາງງາມຈາກຊາດໃດໃນໂລກ

“ມິມີ່ ພູນຊັບ” Miss International Lao 2017 ງາມບໍ່ແພ້ນາງງາມຈາກຊາດໃດໃນໂລກ

Published on

ຂ່າວບັນເທີງດາລາກັບລາວໂພສຕ໌ ມື້ນີ້ເຮົາມາຕິດຕາມການປະວດນາງງາມອີກ 1 ເວທີ ນັ້ນກໍ່ຄື Miss International 2017 ທີ່ປະເທດ ຍີ່ປຸ່ນ ຮອບຕັດສິນແມ່ນວັນທີ່ 14 ພະຈິກ 2017ນີ້ ໂດຍປີນີ້ວົງການນາງງາມລາວ ກໍ່ໄດ້ສົ່ງ ນາງ ມິມີ່ ພູນຊັບ ພົນໂຍທາ (ມິມີ່) Miss International Lao 2017 ເຂົ້າຮ່ວມປະກວດ ເຊິ່ງນີ້ກໍ່ເປັນອີກໜຶ່ງເວທີທີ່ເປັນຄັ້ງທຳອິດກັບການສົ່ງນາງງາມລາວເຂົ້າຮ່ວມ ແລະ ໃນຕອນນີ້ “ມິມີ່” ກໍ່ກຳລັງປະຈິບັດພາລະກິດໃນກອງປະກວດ ທາງທີມງານພວກເຮົາກໍ່ບໍ່ພາດທີ່ຈະນຳຮູບພາບໃນການເຮັດກິດຈະກຳຂອງນາງມາຝາກພີ່ນ້ອງຊາວລາວ

ນ້ອງ ມີ່ມີ່ ພູນຊັບ ພົນໂຍທາ Miss Inernational Laos 2017 ຖືກຈັບຕາເບີ່ງຈາກບັນດາແຟນເພສ ນາງງາມເກືອບທຸກສຳນັກ ຖຶວ່າເປັນບາດກ້າວທີ່ດີຫລາຍ
ທ່ານສາມາດເປັນສ່ວນໜຶ່ງໃນການໂຫວດໃຫ້ Miss Inernational Laos 2017 ໄດ້ເຂົ້າໄປຮອບເລິກໆໄດ້ການເຂົ້າໄປທີ່ເຟສບຸກເພຈ ຫຼື ໄອຈີ #missinternationalofficial ແລ້ວກົດໄລນ໌ ຫລື ແຊຣ໌ຮູບຂອງ ມິມີ່ ງ່າຍໆພຽງເທົ່ານີ້

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...