Homeຂ່າວພາຍ​ໃນລົດວີໂກ້ເສຍຫຼັກ ຫັກຕຳກຳແພງ ເປ່ເພໜັກໜ່ວງ

ລົດວີໂກ້ເສຍຫຼັກ ຫັກຕຳກຳແພງ ເປ່ເພໜັກໜ່ວງ

Published on

ໜ່ວຍຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດທາງທ້ອງຖະໜົນ ອົງການ ກາແດງລາວ     ລາຍງານວ່າຕອນເຊົ້າວັນທີ 30/8/2014 ເວລາ 5:15 am ໄດ້ຮັບແຈ້ງອຸບັດຕິເຫດທີ່ຖະຫນົນທ່າເດື່ອທາງໂຄ້ງບ້ານບຶງຂະຍອງຕໍ່ຫນ້າສານປະຊາຊົນ. ເມື່ຶອໄປຮອດບ່ອນເກີດເຫດພົບເຫັນລົດກະບະ VIGO ຢູ່ໃນສະພາບເປ່ເພເສຍຫາຍຫລາຍພໍສົມຄວນ ແລະ ມີພຽງຄົນດຽວໃນລົດແມ່ນຜູ້ຂັບຂີ່ເຊິ່ງບາດເຈັບພຽງຫົວເຂົ່າເລັກນ້ອນເທົ່ານັ້ນ. ຈາກການໃຫ້ການຄົນທີ່ພົບເຫັນວ່າລົດກະບະດັ່ງກ່າວໄດ້ຫັກຫລີກລົດຈັກຈົນເສຍຫລັກໄປຕຳເອົາຫລັກເສົາໄຟເຍືອງທາງຄູກາງທາງແລ້ວ ແລ່ນໄປຕຳໃສ່ກຳແພງເຮືອນຂອງປະຊາຊົນ.

10556347_342682985881561_1784072078838695177_n 10600627_342683055881554_443705106039758436_n 10646760_342682995881560_2050390751119028595_n

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...