spot_img
Homeຂ່າວທ້ອງຖິ່ນພໍ່ໃຈສະຫຼາຍລູກສາວຕາຍຕໍ່ໜ້າຍ້ອນຕີນໄຖລົດລະເບີດໃສ່

ພໍ່ໃຈສະຫຼາຍລູກສາວຕາຍຕໍ່ໜ້າຍ້ອນຕີນໄຖລົດລະເບີດໃສ່

Published on

ແຫ່ງຂ່າວສະຫວັນນະເຂດລາຍງານໃຫ້ຮູ້ວ່າ ເມື່ອວັນທີ 20 ຕຸລາ 2017 ທີ່ຜ່ານມາ ເກີດເຫດບໍ່ຄາດຄິດຂຶ້ນທີ່ບ້ານ ໂນນຄູ້ ເມືອງ ຊົນນະບູລີ ແຂວງ ສະຫວັນນະເຂດ ເມື່ອມີອຸປະຕິເຫດຕີນລົດໄຖເກີດລະເບີດໃນຂະນະທີ່ກຳລັງສູບລົມ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຄ່າທີ່ ຊື່ນາງ ຄຳຫຼ້າ ອາຍຸ 23 ປີ  ອາຊີບນັກສຶກສາຢູ່ວິທະຍາໄລກະສິກຳ ແລະ ປ່າໄມ້

ເຫດການໄດ້ເກີດຂຶ້ນເມື່ອປະມານ 14:00 ໂມງ ຂອງວັນດັ່ງກ່າວ ທ້າວ ຈ໋ອດ ອາຍຸ 25 ປີ ປະຊາຊົນຈາກບ້ານຕຸ່ມແຍ ໄດ້ຂັບລົດໄຖນາເດີນຕາມເພື່ອມາສູບຢ່າງຕີນລົດຢູ່ທີ່ຮ້ານທ້າວ ໄຂ ອາຍຸ 59 ປີ ປະຊາຊົນບ້ານໂນນຄູ້ ເປັນເຈົ້າຂອງຮ້ານ ແລະ ເປັນພໍ່ຂອງຜູ້ເສຍຊີວິດ ເຊິ່ງໃນເວລານັ້ນຜູ້ກ່ຽວຄາວຽກຈິ່ງໄດ້ໃຫ້ນາງ ຄຳຫຼ້າ ຜູ້ເປັນລູກສາວສູບຕີນລົດໃຫ້ແທນ ແລະ ໃນຂະນະທີ່ກຳລັງສູບຢາງລົດໄຖນາເບື້ອງຂວາຢູ່ນັ້ນ, ເຫດບໍ່ຄາດຄິດກໍ່ເກີດຂຶ້ນ ເມື່ອຕີນລົດໄຖນາໄດ້ເກີດລະເບີດຢ່າງແຮງ ເຮັດໃຫ້ຕີນລົດຟົ້ງອອກໄປຖືກຄາງ ແລະລຳຄໍຂອງນາງຄຳຫຼ້າ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່ທັນທີ.

 

ສາຍເຫດຂອງການລະເບີດຄັ້ງນີ້, ຄາດວ່າຍ້ອນຜູ້ສູບຕີນລົດ ອາດຍັງບໍ່ທັນມີຄວາມຊຳນິຊຳນານ ແລະຍັງຂາດສະຕິໃນການຕິດຕາມເຂັມຄວາມດັນຂອງລົມ ວ່າຈະເອົາຂະໜາດໃດ. ອີກຢ່າງ ກໍ່ຕ້ອງກວດເບິ່ງຢາງລົດວ່າ ໃໝ່ ຫຼື ເກົ່າ ຄວນຕື່ມລົມໃສ່ຊ່ຳໃດ ແລະ ຄວນກວດເບິ່ງຂອບຊັງລົດວ່າຢູ່ໃນສະພາບດີສໍ່າໃດ.

ທາງທີມງານລາວໂພສຂໍສະແດງວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ ນີ້ເປັນອີກໜຶ່ງອຸທາຫອນໃຫ້ທຸກຄົນມີສະຕິລະວັງຕົວ ເພາະຄວາມຕາຍແຂວນຄໍເຮົາທຸກບາດຍ່າງ.

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...