spot_img
Homeວັນນະກຳຕໍານານພະແກ້ວມໍລະກົດ

ຕໍານານພະແກ້ວມໍລະກົດ

Published on

ພະແກ້ວມໍລະກົດ ຫລືພະແກ້ວຂຽວ ສ້າງຂຶ້ນຫລັງຈາກພະພຸດທະເຈົ້າປະລິນິບພານໄປແລ້ວ 500 ປີ ໃນຕໍານານບອກວ່າ ແມ່ນເທວະດາເປັນຜູ້ສ້າງຖວາຍແກ່ພະອໍລະຫັນ ອົງຊື່ ພະນາຄະ ເສນເຖລະ ( ເທວະດາທີ່ວ່ານີ້ຄົງແມ່ນບັນດາແມ່ຍິງຄົນທໍາມະດາແຕ່ພວກເພິ່ນປະຕິບັດຕາມພະວິໄນ ແລະຖືສິນຢ່າງເຄັ່ງຄັດທີ່ສຸດ) ເພິ່ນສ້າງຢູ່ເມືອງ ປາຕາລີບຸດ ແລະກໍໄດ້ປະທັບຢູ່ເມືອງນັ້ນ ດ້ວຍ ເວລາເຖິງ​ 300 ປີ.ຍ້ອນເສິກສົງຄາມຈະເຂົ້າຕີເມືອງປາຕາລີບຸດ ເພິ່ນຈິ່ງໄດ້ຍ້າຍພະແກ້ວມໍລະກົດ ໃສ່ສະເພົາ (​ເຮືອ) ຂ້າມທະເລ ມາປະທັບທີ່ເກາະສີລັງກາ.

ເຈົ້າເມືອງພູກາມແຫ່ງປະເທດພະມ້າ ເຫັນວ່າ ຕາມຄໍາສອນທາງພຸດທະສາສະຫນາ ຢູ່ປະເທດ ເພິ່ນມີການແປຜິດພາດ ດັ່ງນັ້ນເພິ່ນຈິ່ງ​ເດີນທາງໄປເກາະສີລັງກາເພື່ອຖາມຂໍ້ມູນ ແຕ່ຕອນ​ກັບ​ຄືນ​ປະ​ເທດກັບເພິ່ນຊ້ຳພັດຂໍພະແກ້ວມາພ້ອມ ເຈົ້າເມືອງສີລັງກາຈິ່ງ​ມອບໃຫ້ດ້ວຍຄວາມຈໍາໃຈທີ່ສຸດ ຝ່າຍປະ ຊາຊົນຮູ້ຂ່າວກໍຍິ່ງມີຄວາມເສຍໃຈ ຊຶ່ງພະແກ້ວຢູ່ເກາະສີລັງກາ 200 ປີ.

ປະມານປີ ພ.ສ 1000 ກົງ​ກັບ ຄສ 457 ເຈົ້າເມືອງພູກາມ​ໄດ້​ນຳເອົາພະແກ້ວ​ໃສ່ສະເພົາກ່ອນ​ອອກ​ເດີນທາງ ​ແຕ່​ໂຊກ​ບໍ່ດີ ລົມພາຍຸໄດ້ພັດເອົາສະເພົາລໍາທີ່ບັນທຸກພະແກ້ວໄປຕົກທີ່​ເຂດເມືອງ ອິນທະປັດ ເຈົ້າເມືອງ ອິນທະປັດບໍ່ຢາກສົ່ງພະແກ້ວຄືນ ທາງຝ່າຍເຈົ້າເມືອງພູກາມໄດ້ສະແດງ ລິດເດດຂຶ້ນ ​ເຮັດ​ໃຫ້ ເຈົ້າເມືອງອິນທະປັດ ​ເກີດ​ຄວາມ​ຢ້ານ​ກວາຈິ່ງຍອມມອບພະແກ້ວຄືນ ອອກ ຈາກເມືອງອິນທະປັດໂດຍທາງສະເພົາ ດ້ວຍອຸປະສັກນາໆປະການ (ບໍ່ມີໃຜບັນທຶກໄວ້ໃຫ້ຮູ້) ແຕ່ພໍ ຮູ້ໄດ້ວ່າ: ຈາກນັ້ນພະແກ້ວ ມໍລະກົດໄດ້ມາປາກົດຕົວຢູ່ປະເທດ ກໍາປູ​ເຈຍ ຈາກນັ້ນກໍມາປາກົດຕົວ ຢູ່ເມືອງ ກໍາແພງເພັດ (ປະເທດ​ໄທ) ຕໍ່ມາກໍປາກົດຕົວຢູ່ເມືອງນະຄອນສີອະຍຸທະຍາ ເມື່ອປີ ພ.ສ 1506 ມາປະກົດຕົວຢູ່ ເມືອງ ລະໂວ(ລົບບູລີ) ຢູ່ທີ່ນັ້ນໄດ້ 1 ປີ 9 ເດືອນ ກ່ອນ​ຈະມາ ປາກົດຕົວຢູ່ເມືອງກໍາແພງເພັດອີກ ເທື່ອທີສອງ ​ແລະຢູ່ເມືອງ ຊຽງລາຍ. ມາຮອດປີ ພ.ສ 1977 ກົງ​ກັບ ຄສ 1434 ປະຫວັດເລື່ອງພະແກ້ວມໍລະກົດໄດ້ ມີຜູ້ບັນທຶກແຈ້ງຂຶ້ນມາອີກ.

ນປີ ຄສ 1434 ກໍ​ໄດ້​ຖືກ​ນຳອອກຈາກເມືອງຊຽງລາຍມາຢູ່ເມືອງລໍາປາງໄດ້ 32 ປີແລ້ວໄປຢູ່ ເມືອງຊຽງໃຫມ່ໄດ້ 84 ປີ…..ພະເຈົ້າໄຊຍະເສດຖາທິລາດ ເຈົ້າແຜ່ນດິນ ລ້ານນາຊຽງໃຫມ່ ທັງ ເປັນເຈົ້າແຜ່ນດິນລ້ານຊ້າງຫລວງພະບາງ ໄດ້ນຳເອົາພະແກ້ວຈາກຊຽງໃຫມ່ມາໄວ້ທີ່ຫລວງພະບາງ 10 ປີ ແລ້ວເອົາລົງມາຢູ່ທີ່ ວຽງຈັນ ພະແກ້ວຢູ່ວຽງຈັນໄດ້ ​219 ປີ ແລ້ວຖືກຂ້າເສິກສະຫຍາມ ເອົາໄປໄວ້ທີ່ບາງກອກ ໃນປີ ພ.ສ 2322 ກົງ​ກັບ ຄສ 1779 ຈົນຮອດປັດຈຸບັນ ລວມ ເວລາຢູ່ບາງກອກໄດ້ 234 ປີ.

 

ທີ່ມາ: ສ. ສົມພົງ ສຸກສາຄອນ (raosukunfung.com)

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...