6 ເດືອນຕົ້ນປີ ຄອບຄົວທຸກຍາກຫລຸດລົງຫລາຍກວ່າ 6.000 ຄອບຄົວ

 6 ​ເດືອນ​ຕົ້ນ​ປີນີ້ ຄອບຄົວ​ທຸກ​ຍາກ​ຫລຸດ​ລົງ 6.546 ຄອບຄົວ (​ແຜນການ 5.580 ຄອບຄົວ), ລຶບລ້າງ​ບ້ານ​ທຸກ​ຍາກ​ໄດ້ 83 ບ້ານ ​ເທົ່າ​ກັບ 46,6% ທຽບ​ໃສ່​ແຜນການ 178 ບ້ານ. ອີງ​ຕາມ​ຜົນສຳ​ຫລວດ​ການ​ໃຊ້​ຈ່າຍ ​ແລະ​ ການ​ຊົມ​ໃຊ້​ຄົວ​ເຮືອນ​ຄັ້ງ​ທີ 5 (2012-2013) ສະ​ເລ່ຍອັດຕາ​ຄວາມທຸກ​ຍາກ​ໄດ້​ຫລຸດ​ລົງ​ຍັງ23,2%, ​ແຕ່​ມີ​ຄວາມ​ແຕກ​ໂຕນ​ກັນຫລາຍ ​ໃນ​ແຕ່ລະ​ທ້ອງ​ຖິ່ນ ​ເຊັ່ນ: ແຂວງ​ທີ່​ມີຄວາມທຸກ​ຍາກ​ຫລາຍກວ່າ​ໝູ່​ແມ່ນ ​ແຂວງ​ສາລະ​ວັນ (49,8%), ບໍ່​ແກ້ວ (44%), ​ເຊ​ກອງ (42,7%), ຫົວພັນ (39,2%), ຊຽງ​ຂວາງ (31,9%) ​ແລະ ແຂວງອຸດົມ​ໄຊ (30,1%), ຊຶ່ງ​ຂໍ້​ມູນ​ດັ່ງກ່າ​ວ​ໄດ້​ລາຍ​ງານຢູ່​ໃນ​ກອງ​ປະ​ຊຸມ​ ສ​ະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII, ​ໂດຍ​ທ່ານ​ ສຸພັນ ແກ້ວມີໄຊ ລັດ​ຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ.

​ລັດຖະບານ​ໄດ້​ເອົາ​ໃສ່​ ໃນ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ຕັ້ງໜ້າ​ ​ເພື່ອ​ເຮັດ​ໃຫ້ການ​ພັດທະນາ​ ໃນ​ຂົງ​ເຂດ​ວັດທະນະທຳ-ສັງຄົມ ​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ ​ໄປ​ຄຽງ​ຄູ່​ກັບ​ຂົງ​ເຂດ​ເສດຖະກິດ ​ແລະ ຂົງ​ເຂດ​ອື່ນໆ ທີ່​ຕິດ​ພັນ​ກັບ​ທິດ​ທາງ​ການ​ພັດທະນາ​ແບບ​ຍືນ​ຍົງ. ເພື່ອ​ສືບ​ຕໍ່​ແກ້​ໄຂ​ບັນຫາ​ດັ່ງກ່າວປີ 2017 ລັດຖະບານ ​ໄດ້​ສຸມ​ການ​ລົງທຶນ​ໃສ່​ວຽກ​ງານ ​ພັດທະນາ​ຊົນນະບົດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ​ໃນ 91 ຈຸດ​ສຸມສ່ວນ​ໃຫຍ່​ແມ່ນ​ເລັ່ງ​ໃສ່ ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ທີ່​ຈຳ​ເປັນ ​ຄື: ກໍ່ສ້າງ​ ​ແລະ ສ້ອມ​ແປງເສັ້ນທາງ ລະຫວ່າງ​ເມືອງ​ຫາ​ບ້ານ, ບ້ານ​ຫາ​ບ້ານ, ຊົນລະ ປະທານ​ຂະໜາດ​ນ້ອຍ, ​ໂຮງຮຽນ, ສຸກສາລາ-ຖົງ​ຢາ​ປະຈຳ​ບ້ານ, ນ້ຳ​ລິນ, ວິດຖ່າຍ ​ແລະ ອື່ນໆ.

ນອກຈາກ​ນີ້, ຍັງ​ສຸມ​ໃສ່ 20 ຈຸດ​ສຸມ​ຂອງ​ລັດຖະບານ ປະຕິບັດ​ໄດ້ 9,2 ຕື້​ກີບ, ​ເທົ່າ​ກັບ 31,9% ຂອງ​ແຜນການ, ສຸມ​ໃສ່ 71 ຈຸດ​ສຸມ​ຂອງ​ທ້ອງ​ຖິ່ນ ປະຕິບັດ​ໄດ້ 45,11 ຕື້​ກີບ ​ເທົ່າ​ກັບ 60,1% ຂອງ​ແຜນການ, ສຸມ​ໃສ່ 145 ຈຸດ​ສຸມ​ຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຄົງ​ທີ່​ຂອງ​ປະຊາຊົນ ປະຕິບັດ​ໄດ້ 31,96 ຕື້​ກີບ ​ເທົ່າ​ກັບ 64,7% ຂອງ​ແຜນການ ​ແລະ ທຶນ​ສົມທົບ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ປະຕິບັດ​ໄດ້ 11 ຕື້​ກີບ, ຊຶ່ງ​ບັນລຸ​ໄດ້​ຕາມ​ແຜນການ.

 

ແຫລ່ງຂ່າວ: ມະນີ​ທອນ (ສຳນັກຂ່າວສານປະເທດລາວ)