spot_img
Homeຂ່າວພາຍ​ໃນອົງການກວດສອບກວດພົບ 63 ໂຄງການທີ່ບໍ່ຖືກລະບຽບໃນສົກປີ 2013-2014

ອົງການກວດສອບກວດພົບ 63 ໂຄງການທີ່ບໍ່ຖືກລະບຽບໃນສົກປີ 2013-2014

Published on

ການ​ກວດກາ ສົກ​ປີ 2014-2015, ​​ອົງການ​ກວດ​ສອບ​ສະໜອງ​ຂໍ້​ມູນ​ໃຫ້​ຮູ້ວ່າມີ​ ໂຄງການ​ກໍ່ສ້າງ​ສູນ​ພັດທະນາ​ສີ​ທື​ແຮງ​ງານ ທີ່​ປະມູນ​ບໍ່​ຖືກ​ລະບຽບ 1 ​ໂຄງການ ຢູ່​ແຂວງຈຳປ​າສັກ, ​ໂຄງການ​ນອກ​ແຜນ ມີ 62 ​ໂຄງການ ຢູ່​ແຂວງ​ອັດ​ຕະປື ລວມມູນ​ຄ່າ​ຕາມ​ສັນຍາ 117 ຕື້ກວ່າ​ກີບ. ນອກຈາກ​ນີ້ການ​ຂຶ້ນ​ທະບຽນ​ຫົວ​ໜ່ວຍ​ທຸລະ​ກິດ ລະຫວ່າງ​ຂະ​ແໜງ​ການ​ຄ້າ ​ແລະ ການ​ເງິນບໍ່​ກົງກັນ ​ແລະ ການ​ຍົກ​ເວັ້ນຫລຸດຜ່ອນພາສີ-ອາກອນ ປະ​ເພດ​ນ້ຳມັນ​ເຊື້ອ​ໄຟ, ພ​ຫະນະ ​ແລະ ຄ່າ​ຊັກ​ພິ​ເສດ(ພາສີຍົກເວັ້ນເຄື່ອງຜິດກົດໝາຍ) ເຊັ່ນ: ເຄື່ອງປ່າຂອງດົງ, ສັດປ່າ ແລະ ອື່ນໆ ໄມ້​ຂາ​ອອກຈຳນວນ 2.407 ຕື້​ກວ່າກີບ.

ທ່ານ​ ບຸນ​ທອງ ຈິດ​ມະນີ ປະທານ​ອົງການ​ກວດກາ​ລັດຖະບານ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 16 ຕຸລານີ້ວ່າ: ໂຄງການ​ກໍ່ສ້າງ​ສູນ​ພັດທະນາ​ສີ​ມື​ແຮງ​ງານ ຢູ່​ແຂວງຈຳ ປ​າສັກ ມີມູນ​ຄ່າ 19 ຕື້​ກີບ​ ເປັນ​ໂຄງການ​ທີ່​ບໍ່​ຖືກ​ລະບຽບ​ການຍ້ອນ​​ເປັນ​ການ​ປະມູນ​ຍ່ອຍ​ຫລາຍ​ຄັ້ງຕາມ​ງົບປະມານ​ແຕ່ລະ​ປີ ​ແມ່ນ​ບໍລິສັດ​ດຽວ​ ເປັນ​ຜູ້​ຊະນະ​ການ​ປະມູນ ຜ່ານ​ການ​ກວດກາ​ເຫັນ​ວ່າ ​ລາຄາ​ຫົວໜ່ວຍ​ການ​ກໍ່ສ້າງ, ຂັ້ນ​ຕອນ​ການ​ປະມູນ, ການຈັດ​ຊື້ ​ແລະ ການ​ປະຕິບັດ​ການ​ຕ່າງໆ ​​ບໍ່​ທັນ​ສອດຄ່ອງ​ເທົ່າ​ທີ່​ຄວນ. 

ຜ່ານ​ການ​ກວດກາ ຈຳນວນ 62 ​ໂຄງການ, ມູນ​ຄ່າການກໍ່ສ້າງ​ຕາມ​ສັນຍາ 121 ຕື້ກວ່າກີບ​ໃນ​ນັ້ນ​ມີ 7 ​ໂຄງການມີ​ມູນ​ຄ່າຫລາຍກວ່າ 18 ຕື້​ກີບ ທີ່​ນອນ​ໃນ​​ໂຄງການ​ນອກ​ແຜນ 118 ໂຄງ ການ, ​ໂຄງການ​ນອກ​ແຜນ​ສົກ ປີ 2014-2015 ຈຳນວນ 55 ​ໂຄງການ​ ມີມູນ​ຄ່າ 103 ຕື້ກວ່າກີບ, ​ໃນ​ນັ້ນ​ໄດ້​ກວດກາ​ຕົວ​ຈິງ 8 ​ໂຄງການ ​ເຫັນ​ວ່າ​ ມີ 4 ​ໂຄງການ ທີ່​ມີ​ບາງ​ໜ້າ​ວຽກບໍ່​ໄດ້​ປະຕິບັດ​ ລວມມູນ​ຄ່າ 378 ລ້ານ​ກວ່າກີບ.

ສ່ວນ​ການ​ກວດກາ​ ການ​ນຳ​ເຂົ້າ​ພາຫະນະກົນ​ຈັກ ຕາມ​ຜົນ​ການກວດ​ສອບ​ທັງ​ໝົດ 1.953 ຄັນ ຍົກ​ເວັ້ນພາສີ-​ອາກອນ ຈຳນວນ 185 ຕື້​ກວ່າກີບ. ​ໃນ​ນີ້​ໄດ້​ກວດຢູ່​ 6 ກະຊວງ, ລັດ​ວິ​ສາ​ຫະກິດ​​ໄຟ ຟ້າ​ລາວ ​ແລະ 1 ບໍລິສັດ​ກໍ່ສ້າງ ​ໄດ້​ນຳ​ເຂົ້າ​ພາຫະນະກົນ​ຈັກ ທັງ​ໝົດ 174 ຄັນ. ​ໃນ​ນັ້ນ​ນຳ​ໃຊ້​ບໍ່​ຖືກ​ເປົ້າ​ໝາຍ 51 ຄັນ ​ແລະ ນຳ​ເຂົ້າ​ມາເພື່ອ​ຈຳ ໜ່າຍ 23 ຄັນ. ນອກຈາກ​ການ​ເຄື່ອນ​ໄຫວ​ກວດກາ ​ຕາມ​ຜົນ​ການກວດ​ສອບ​ແລ້ວ ອົງການ​ກວດກາ​ລັດຖະບານ​ ຍັງ​ໄດ້​ເກັບ​ກຳ​ຂໍ້​ມູນ​ໂຄງການ​ລົງທຶນ​ຂອງ​ລັດ ​ໃນ​ປີ 2017 ຕາມ​ການ​ລາຍ​ງານຂອງ​ພະ​ແນ​ກກວດກາ​ລັດ, ພະ​ແນ​ກ​ແຜນການ ​ແລະ ​ການ​ລົງ ທຶນໃນ 10 ​ແຂວງມີ ແຂວງຫລວງ​ນ້ຳ​ທາ, ອຸດົມ​ໄຊ, ຫລວງ​ພະ​ບາງ, ຫົວພັນ, ຊຽງ​ຂວາງ ວຽງ​ຈັນ, ບໍລິ​ຄຳ​ໄຊ, ສະຫວັນ​ນະ​ເຂດ, ຈຳປາ​ສັກ ​ແລະ ແຂວງອັດ​ຕະປື ແລະ ມີ​ໂຄງການ​ນອກ​ແຜນ​ທັງ​ໝົດ 285 ​ໂຄງການ ມູນ​ຄ່າ​ການ​ກໍ່ສ້າງ​ຕາມ​ສັນຍາຫລາຍກວ່າ 4.483 ຕື້​ກີບ.

ສຳລັບ​ແຜນການ​​ເຄື່ອນ​ໄຫວ ​ໃນ​ປີ 2018 ຂອງ​ການ​ກວດກາ​ຕາມ​ຜົນ​ການກວດ​ສອບ ​ແມ່ນ​ຈະ​ສືບ​ຕໍ່​ກວດກາ​ໂຄງ ການ​ນອກ​ແຜນ​ທີ່​ຄ້າງ ຈຳນວນ 53 ​ໂຄງການ ​ໃນ 118 ​ໂຄງການ, ການ​ນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ, ການ​ນຳ​ເຂົ້າ​ພາຫະ ນະກົນ​ຈັກ, ການ​ນຳ​ເຂົ້າ​ເຄື່ອງ​ກໍ່ສ້າງ ​ແລະ ​ເຄື່ອງ​ໃຊ້​ໄຟຟ້າ. ຈະ​ໄດ້​ກະກຽມ​ກວດ ແລະ ດຳ​ເນີນ​ການ​ກວດກາ​ ຕາມ​ຜົນ​ການກວດ​ສອບ ສົກ​ປີ 2015-2016.

 

ແຫລ່ງຂ່າວ: ມະນີ​ທອນ (ສຳນັກຂ່າວສານປະເທດລາວ)

ຮູບປະກອບຈາກ: www.google.la

ບົດຄວາມຫຼ້າສຸດ

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...