ສະໜາມບິນອຸດົມໄຊ ຈະເປີດໃຫ້ບໍລິການອີກ 20 ຕຸລານີ້

ພາຍຫຼັງທີ່ສະໜາມບິນອຸດົມໄຊໄດ້ປິດຊົ່ວຄາວ ເປັນເວລາ 3 ເດືອນ (1 ກໍລະກົດ – 1 ຕຸລາ 2017) ເພື່ອທຳການປັບປຸງສ້ອມແປງສະໜາມບິນ.

ຫຼ້າສຸດ ວັນທີ 13 ຕຸລາ ທີ່ຜ່ານມາ ການບິນລາວສາຂາອຸດົມໄຊ ໄດ້ອອກແຈ້ງການວ່າ ສະໜາມບິນອຸດົມໄຊຈະເປີດໃຫ້ບໍລິການໃໝ່ ໃນວັນທີ 20 ຕຸລາ 2017 ທີ່ຈະມາເຖິງນີ້ ພ້ອມທັງຈະມີໂປຣໂມຊັ່ນເອົາໃຈລູກຄ້າໃນໄລຍະ ເປີດຖ້ຽວບິນໃໝ່ຄື
ລາຄາປີ້ຍົນ ອຸດົມໄຊ – ນະຄອນຫຼວງວຽງຈັນ 520,000 ກີບ
ລາຄາປີ້ໄປກັບ ອຸດົມໄຊ – ນະຄອນຫຼວງວຽງຈັນ – ອຸດົມໄຊ 960,000 ກີບ