spot_img
Homeຂ່າວທ້ອງຖິ່ນເລັ່ງຄົ້ນຫາທັງເວັນທັງຄືນ! ພົບສາກເຮືອແພຈົມແລ້ວ ແຕ່ 2 ຮ່າງຜູ້ສູນຫາຍຍັງບໍ່ມີວີ່ແວວ

ເລັ່ງຄົ້ນຫາທັງເວັນທັງຄືນ! ພົບສາກເຮືອແພຈົມແລ້ວ ແຕ່ 2 ຮ່າງຜູ້ສູນຫາຍຍັງບໍ່ມີວີ່ແວວ

Published on

ໜ່ວຍກູ້ໄພ 1624 ລາຍງານວ່າ ເມື່ອເວລາ 18:36 ໂມງ ຂອງວັນທີ 30 ສິງຫາ 2017 ໄດ້ເກີດເຫດເຮືອແພຈົມ ທີ່ເຂດລ້ອງນ້ຳງື່ມ ບ້ານ ໄຮ່ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

ມີລາຍງານວ່າ ເຮືອທີ່ຈົມນັ້ນເປັນເຮືອແພສ່ວນບຸກຄົນ ມີຜູ້ໂດຍສານໃນເຮືອ 6 ຄົນ (ຍິງ 3 ຊາຍ 3) ຫຼັງເກີດເຫດ 4 ຄົນສາມາດລອຍຂຶ້ນຝັ່ງໄດ້ ແລະ ອີກ 2 ຄົນ (ຍິງ 1 ຊາຍ 1) ຍັງສູນຫາຍ

ທາງດ້ານເຈົ້າໜ້າໜ່ວຍກູ້ໄພ ຫຼັງຈາກໄດ້ຮັບແຈ້ງຂ່າວກໍ່ຟ້າວມາທີ່ຈຸດເກີດເຫດ ແລະ ເລັ່ງຄົ້ນຫາຮ່າງຜູ້ສູນຫາຍ ແລະ ເຮືອແພທີ່ຈົມລົງແມ່ນ້ຳຕະຫຼອດທັງຄືນ ຈົນຮອດເວລາ 13:00 ໂມງ ຂອງວັນທີ 1 ກັນຍາ 2017 ມີລາຍງານຄວາມຄືບໜ້າວ່າ  ໄດ້ພົບເຮືອແພທີ່ຈົມລົງໄປແລ້ວ ແຕ່ຍັງບໍ່ສາມາດນຳຂຶ້ນມາໄດ້ ສ່ວນຮ່າງຜູ້ສູນຫາຍທັງສອງ ຕອນນີ້ຍັງບໍ່ມີວີ່ແວວ.

 

ແຫລ່ງຂ່າວ: ໜ່ວຍກູ້ໄພ 1624

 

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...