Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ປກສ ບໍລິຄຳໄຊຈັບຜູ້ຄ້າຂາຍກັນຊາລາຍໃຫຍ່

ເຈົ້າໜ້າທີ່ ປກສ ບໍລິຄຳໄຊຈັບຜູ້ຄ້າຂາຍກັນຊາລາຍໃຫຍ່

Published on

 

ເຈົ້າໜ້າທີ່ ປກສ ແຂວງ ບໍລິຄຳໄຊໃຫ້ຮູ້ວ່າ: ພາຍຫລັງ​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ດີ​ ເມື່ອວັນທີ 22 ສິງຫາ

ຜ່ານມານີ້ວ່າ ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງພວມເຄື່ອນ​ຍ້າຍ ​ແລະ ຂົນ​ສົ່ງ​ສິນຄ້າ​ຜິດ​ກົດ​ໜາຍມາ​ຈາກເມືອງ​

ຄຳ​ເກີດ ແຂວງບໍລິຄຳໄຊ, ຈຶ່ງໄດ້ວາງກຳລັງສະກັດຢູ່່ຕາມ​ຈຸດ​ຕ່າງໆພໍ​ຮອດເວລາ 17:00 ໂມງ ຂອງ​ວັນດັ່ງກ່າວ,

ຈຶ່ງໄດ້ພົບເຫັນລົດໂຕ​ໂຍຕ້າຟໍຈູເນີ​ບໍ່​ມີ​​ເລກ​ທະບຽນ ​​ແລ່ນດ້ວຍ​ຄວາມ​​ໄວສູງ ມາ​ຕາມ​ສາຍທາງເລກ 13 ໃຕ້

ມຸ່ງໜ້າເຂົ້າເມືອງປາກຊັນ, ດັ່ງ​ນັ້ນ ເຈົ້າໜ້າທີ່ຈຶ່ງໄດ້​ກັກລົດໃຫ້ຈອດ ແຕ່​ລົດ​ຄັນ​ດັ່ງ​ກ່າວ​ບໍ່ຈອດ ​ແລະ ພະຍາ

ຍາມ​ຂີ່ຫລົບ​ໜີ, ເຈົ້າ​ໜ້າ​ທີ່​​ຈຶ່ງ​ໄລ່​ຕິດຕາມ​ໄປ ຮອດບ້ານ​ຊະນະ​ໄຊ ເມືອງ​ປາກ​ຊັນ ຈຶ່ງສາມາດຢຸດ​ລົດ​ຄັນ​ດັ່ງ​

ກ່າວ ເຊິ່ງຂັບຂີ່ໂດຍ​ທ້າວ ຄຳຫັ່ງ ​ແສງ​ທິລາດ ອາຍຸ 37 ປີຢູ່ບ້ານທົ່ງ​ຈະ​ເລີ​ນ ເມືອງ​ຄຳ​ເກີດ ແຂວງບໍລິ​ຄຳ​ໄຊ

ແລະ ກວດຄົ້ນພາຍໃນລົດພົບກັນຊາ​ອັດແທ່ງຈຳນວນ 13 ​ມັດ,​ ນ້ຳໜັກ 579 ກິ​ໂລ, ຈຶ່ງ​ໄດ້ຈັບຕົວຜູ້ຂັບຂີ່

ແລະ ຍຶດລົດພ້ອມຂອງກາງໄວ້ດຳເນີນຄະດີຕາມລະບຽບກົດໝາຍ.

 

ຜ່ານ​ການ​ສືບສວນ ​- ສອບ​ສວນຜູ້​ຕ້ອງຫາສາລະພາບກັບເຈົ້າໜ້າທີ່​ວ່າ: ໄດ້ເຄື່ອນໄຫວ​ຄ້າຂາຍຢາເສບຕິດປະ

ເພດກັນຊາມາ​ແ​ລ້ວ 2 ຄັ້ງ, ໂດຍຊື້ກັນຊານຳປະຊາຊົນ​ຈຳນວນໜຶ່ງ ແລ້ວ​ນຳ​​ໄປຂາຍ​ໃຫ້​​​ແມ່​ຄ້າ​ຢູ່ປະ​ເທດ​ເພື່ອນ

ບ້ານ ສຳລັບຄັ້ງນີ້ເປັນ ຄັ້ງ ທີ 3 ຈຶ່ງຖືກ​ເຈົ້າ​ໜ້າ​ທີ່ຈັບ​ຕົວ​ໄດ້.

 

ແຫຼ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...