spot_img
Homeຂ່າວຕ່າງປະເທດສະຫະລັດເລັ່ງກວດສອບ ຫົວໜ້າກຸ່ມໄອເອສເສຍຊີວິດແທ້ ຫຼື ບໍ່ ຫຼັງມີເທັບສຽງປິດສະໜາ

ສະຫະລັດເລັ່ງກວດສອບ ຫົວໜ້າກຸ່ມໄອເອສເສຍຊີວິດແທ້ ຫຼື ບໍ່ ຫຼັງມີເທັບສຽງປິດສະໜາ

Published on

ບີບີຊີລາຍງານວ່າ ເວັບໄຊກອງກຳລັງລັດອິສລາມ ຫຼື ໄອເອສ ເຜີຍແຜ່ເທັບສຽງໃໝ່ທີ່ມີນ້ຳສຽງຄ້າຍ ທ້າວ ອາບູ ບັກຣ໌ ອັລ-ແບກແດດີ ຫົວໜ້າກຸ່ມທີ່ເຄີຍມີຂ່າວວ່າເສຍຊີວິດໄປແລ້ວ ໃນລະຫວ່າງການໂຈມຕີທາງອາກາດຂອງຣັດເຊຍທີ່ເມືອງ ອັລເກາະໃນຊີເຣຍ ເມື່ອວັນທີ 28 ພຶດສະພາ 2016

ຄຳເວົ້າໃນເທັບດັ່ງກ່າວມີຄວາມຍາວ 46 ນາທີ ລະບຸວ່າເປັນເທັບໃໝ່ ເພາະໄດ້ເອີ່ຍເຖິງສະຖານະການຄວາມເຄັ່ງຮ້ອນໃນແຫຼມເກົາຫຼີເໜືອທີ່ເປັນໄພຄຸກຄາມຕໍ່ຍີ່ປຸ່ນ ແລະ ສະຫະລັດອາເມລິກາ 

ໃນເທັບນີ້ຫົວໜ້າໄອເອສຍັງເວົ້າເຖິງເສິກໃນເມືອງ ໂມຊຸລ ທາງພາກເໜືອຂອງອິຣັກ ຫຼັງກອງກຳລັງລັດຖະບານອິຣັກຢຶດຄືນໄປໄດ້ໃນເດືອນກໍລະກົດປີນີ້ ຮວມເຖິງເມືອງ ອັລຣັອກເກາະ ແລະ ເມືອງ ຮາມາໃນຊີເຣຍ 

ໄຣອັນ ດິລລອນ ໂຄສົກໜ່ວຍກອງກຳລັງສະຫະລັດທີ່ຕໍ່ສູ້ກັບໄອເອສ ກ່າວວ່າ ເມື່ອກ່ອນບໍ່ທັນມີຂໍ້ພິສູດວ່າ ແບກແດດີຕາຍໄປແລ້ວ ດັ່ງນັ້ນສະຫະລັດໄດ້ຍົກຂໍ້ນີ້ຂຶ້ນມາສະເໜີວ່າ ຫົວໜ້າກຸ່ມໄອເອສຍັງມີຊີວິດຢູ່ 

ສ່ວນຜູ້ຊ່ຽວຊານໜ່ວຍຂ່າວກອງສະຫະລັດເຜີຍວ່າ ຢູໃນລະຫວ່າງກວດສອບເທັບນີ້ ແຕ່ບໍ່ມີເຫດຜົນທີ່ຕ້ອງສົງໃສວ່າເທັບນີ້ເປັນຂອງແທ້ ຫຼື ບໍ່ 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...