ລາວ ຢູ່ອັນດັບທີ 139 ໃນການດຳເນີນທຸລະກິດຍາກ – ງ່າຍ

ກຸ່ມ​ທະນາຄານ​ໂລກ ​ໄດ້​ປະ​ເມີນຕົວ​ຊີ້​ວັດ​ ​ແລະ ຈັດ​ໃຫ້ ສປປ ລາວ​ ຢູ່​ໃນ​ອັນ​ດັບ​ທີ 139 ຂອງ​ຈຳນວນ​ທັງໝົດ 190 ປະ​ເທດ ​ ທີ່​ມີ​ຄວາມ​ຍາກ-​ງ່າ​ຍ ໃນ​ການ​ດຳ​ເນີນ​ທຸລະ​ກິດ ໃນ​ປີ 2017, ​ໂດຍ​ສະ​ເພາະ​ຢູ່​ນະຄອນຫລວງ​ວຽງຈັນ ທີ່​ປະຊາກອນ​ຫລາຍ​ກວ່າໝູ່ ​ເຊິ່ງສະ​ແດງ​ອອກ​ດັ່ງ​ນີ້: ຄວາມ​ສະດວກ​ ໃນ​ການ​ຂໍອະນຸຍາດ​ປຸກ​ສ້າງ ອັນ​ດັບ​ທີ 47, ການ​ຂຶ້ນ​ທະບຽນຊັບ​ສິນ 65, ການ​ເຂົ້າ​ເຖິງ​ສິນ​ເຊື່ອ 75, ການ​ບັງຄັບ​ໃຊ້​ສັນຍາ 88, ການ​ນຳ​ເຂົ້າ​ສົ່ງ​ອອກ​ສິນຄ້າ 120, ການ​ເສຍ​ອາກອນ 146, ການ​ຕິດ​ຕັ້ງ​ໄຟຟ້າ 155, ການ​ເລີ່​ມຕົ້ນ​ທຸລະ​ກິດ 160, ​ໃນ​ຂະນະ​ທີ່​ການ​ປົກ​ປ້ອງ​ຜູ້​ລົງທຶນ​ຂະໜາດນ້ອຍ 165 ​ແລະ ການ​ຢັ້ງຢືນ​ການ​ລົ້ມ​ລະລາຍ ອັນ​ດັບ​ທີ 169.

ທ່ານ ສຸພັນ ​ແກ້ວ​ມີ​ໄຊ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເປີດ​ເຜີຍ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ສົ່ງ​ເສີມ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ ​ເມື່ອ​ບໍ່ດົນ​ມາ​ນີ້ວ່າ: ຕໍ່ການຈັດ​ອັນ​ດັບ​ ກ່ຽວກັບ​ຄວາມ​ຍາກ-​ງ່າຍ ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ຂອງ​ກຸ່ມທະນາຄານ​ໂລກ ​ແມ່ນ​ມີ​ຄວາມ​ສຳຄັນ ​ແລະ ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ທີ່ ສປປ ລາວ ຄວນ​ເອົາ​ໃຈ​ໃສ່​ປັບປຸງ​ຂັ້ນ​ຕອນ ​ແລະ ກົນ​ໄກ​ພາຍ​ໃນ​ປະ​ເທດ. ທັງ​ນີ້​, ເພື່ອ​ສ້າງ​ຂີດ​ຄວາມ​ສາມາດ ​ໃນ​ການ​ແຂ່ງຂັນ ຂອງ​ວິ​ສາ​ຫະກິດ​ຂະໜາກນ້ອຍ ​ແລະ ກາງ, ທັງ​ເປັນ​ການ​ຍາດ​ແຍ່ງ ​ແລະ ດຶງ​ດູດ​ການ​ລົງທຶນ​ຈາກ​ສາກົນ, ​ເຊິ່ງ ສປປ ລາວ ຍັງ​ຕ້ອງ​ໄດ້​ແຂ່ງຂັນ​ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ ກໍ​ຄື​ ກຸ່ມ​ປະ​ເທດ​ອາ​ຊຽນ ດ້ວຍ​ກັນ.​

ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຊີ້​ໃຫ້​ເຫັນ​ວ່າ: ສຳລັບ​ການ​ພັດທະນາ ​ແລະ ຄຸ້ມ​ຄອງ​ການ​ລົງທຶນ ​ຢູ່​ເຂດ​ເສດຖະກິດ​ພິ​ເສດ (ຂພສ) ​ເຫັນ​ວ່າ​ມີ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ, ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ທີ່​ດິນ​ເຂດ​ຫ່າງ​ໄກ​ສອກຫລີກ, ການຈັດ​ສັນ ​ແລະ ຊົດ​ເຊີຍ​ທີ່​ດິນ​ສ່ວນ​ໃຫຍ່​ແມ່ນ​ນຳ​ໃຊ້​ທຶນຮອນ​ຂອງ​ຜູ້​ລົງທຶນ​ພັດທະນາ, ພາຍຫລັງໝົດອາຍຸ​ສຳ​ປະທານ ທີ່​ດິນ​ດັ່ງກ່າ​ວຈະ​ຖືກ​ມອບ​ຄືນ​ໃຫ້​ລັດ. ມາ​ຮອດ​ປັດຈຸບັນ ຂພສ ມີ​ທັງໝົດ 12 ​ເຂດ, ​ເຊິ່ງ​ໄດ້​ນຳ​ໃຊ້​ເນື້ອ​ທີ່​ດິນ​ຕາມ​ສັນຍາ​ສຳ​ປະທານ​ເກືອບ 20.000 ເຮັກຕາ, ​ອັນໄດ້​ສ້າງ​ຄວາມ​ເຊື່ອໝັ້ນ​ໃຫ້​ແກ່​ບັນດາ​ບໍລິສັດ​ທີ່​ມີ​ຊື່ສຽງ ​ແລະ ມີ​ຄຸນ​ນະພາ​ບຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ ສາມາດສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ​ໃຫ້​ແກ່​​ແຮງ​ງານ​ລາວ ປະມານ​ເຄິ່ງໜຶ່ງ ຂອງ​ຈຳນວນ​ແຮງ​ງານ​ທັງໝົດ 15.000 ຄົນ.

ນັບ​ແຕ່​ທ້າຍ​ປີ 2015 ຮອດ​ປັດຈຸບັນ ເຂດ​ເສດຖະກິດ​ພິ​ເສດ(ຂພສ)​ໄດ້​ມອບ​ພັນທະ​ເຂົ້າ​ງົບປະມານ​ລັດ 43 ຕື້​ກີບ, ການ​ນຳ​ເຂົ້າ​ວັດຖຸ ​ແລະ ອຸປະກອນ​ກໍ່ສ້າງມີ​ມູນ​ຄ່າ 1.327 ລ້ານ​ໂດ​ລາ​ສະຫະລັດ ​ແລະ ສົ່ງ​ອອກ​ສິນຄ້າ 568 ລ້ານໂດ​ລາ​ສະຫະລັດ.

 

ແຫລ່ງຂ່າວ: Sengaloun Sayalath