Homeຂ່າວການສຶກສາເພີ່ມທັກສະພາສາຈີນໃຫ້ແກ່ຄົນພິການລາວ

ເພີ່ມທັກສະພາສາຈີນໃຫ້ແກ່ຄົນພິການລາວ

Published on

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2017 ທີ່ສູນພັດທະນາແມ່ຍິງພິການລາວ ໄດ້ມີການຈັດຝຶກອົບຮົມໃຫ້ແກ່ຄົນພິການລາວ ເຊິ່ງເປັນການຮ່ວມມືລະຫວ່າງ ສພຍລ ກັບ ກອງທຶນສະຫວັດດີການສັງຄົມດີເອັນ (ໄຕ້ຫວັນ) ໂດຍທັງສອງຝ່າຍໄດ້ມີ ການເຊັນຂໍ້ຕົກລົງຮ່ວມມືກັນ ຕາງໜ້າຝ່າຍ ສພຍລ ແມ່ນທ່ານ ນາງ ຈັນເພັງ ສີວິລາ ອຳນວຍ ການສູນພັດທະນາແມ່ຍິງພິການລາວ ແລະ ຕາງໜ້າໃຫ້ຝ່າຍກອງທຶນສະຫວັດດີການດີເອັນ ແມ່ນທ່ານ ນາງ ຕີ່ນາ ເຊັນ

ການຝຶກອົບຮົມໃນຊຸດນີ້ແມ່ນມີນັກຮຽນທັງໝົດ 10 ຄົນ ໄລຍະການຝຶກອົບຮົມແມ່ນໃຊ້ເວລາ 12 ອາທິດ ຮຽນແຕ່ວັນອັງຄານ – ພະຫັດ ເລີ່ມເວລາ 10:00 -12:00 ໂມງ ນອກຈາກນີ້ທາງກອງທຶນສະຫວັດການສັງຄົມດີເອັນຍັງໄດ້ສະໜອງອຸປະກອນ ຄ່ານ້ຳມັນລົດໃຫ້ແກ່ນັກຝຶກອົບຮົບ ແລະ ສຳລັບ 3 ຄົນທີ່ເສັງໄດ້ຄະແນນດີຕິດຢູ່ໃນອັນ ດັບ 1-3 ຈະໄດ້ຮັບລາງວັນເປັນເງິນ ອັນດັບທີ 1 ຮັບ 800,000 ກີບ, ອັນດັບທີ 2 ຮັບ 500,000 ກີບ ແລະ ອັນ ດັບທີ 3 ຮັບ 200,000 ກີບ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...