spot_img
Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນຕາລິມພັດຖະລົ່ມຍີ່ປຸ່ນ

ພາຍຸໄຕ້ຝຸ່ນຕາລິມພັດຖະລົ່ມຍີ່ປຸ່ນ

Published on

ເອເອຟພີລາຍງານວັນທີ 18 ກັນຍາ 2017ວ່າ ສະພາບເຫດການພາຍຸໄຕ້ຝຸ່ນ ຕາລິມ ຄວາມໄວລົມສູງສຸດ 162 ກິໂລແມັດຕໍ່ຊົ່ວໂມງ ທີ່ເຄື່ອນຕົວພັດຖະຫຼົ່ມເກາະຄິວຊູ ແລະ ໂອກິນາວາ ທາງຕະເວັນຕົກສຽງໃຕ້ຂອງຍີ່ປຸ່ນ ຕັ້ງແຕ່ວັນທີ 17 ກັນຍາ ປັດຈຸບັນໄດ້ເຄື່ອນຕົວຂຶ້ນໄປທາງທິດເໜືອຮອດເກາະຮັອກໄກໂດແລ້ວ ແຕ່ອິດທິພົນຂອງພາຍຸຍັງຄົງເຮັດໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງ ພົບຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ສູນຫາຍອີກ 3 ຄົນ ມີຜູ້ບາດ ເຈັບ 38 ຄົນ ຂະນະທີ່ເມືອງມິຍາໂກະມີປະລິມານນ້ຳຝົນໃນຊ່ວງ 24 ຊົ່ວໂມງທີ່ຫຼາຍທີ່ສຸດໃນຮອບ 50 ປີ

ດ້ານສຳນັກຂ່າວເອັນເອຊເຄລະບຸວ່າ ອິດທິພົນຂອງພາຍຸຍັງເຮັໃຫ້ຕ້ອງຢຸດການບໍລິການທ້ຽວບິນພາຍໃນປະເທດຫຼາຍສາຍຢ່າງໜ້ອຍ 116 ທ້ຽວ ຄືກັນກັບລົດໄຟຄວາມໄວສູງທີ່ຈະມຸ່ງໜ້າເດີນທາງຂື້ນເໜືອກໍ່ຕ້ອງຢຸດໃຫ້ບໍລິການ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...